ລ້ຽງໄດ້ ເກີດລູກແລ້ວສົ່ງຕໍ່! ກົນໄກກອງທຶນງົວໝູນວຽນ ມອບງົວແມ່ພັນ 10 ໂຕ ໃຫ້ 5 ຄອບຄົວຢູ່ຜາອຸດົມ

ໃນວັນທີ 31 ກໍລະກົດ 2026 ຜ່ານມານີ້, ພະແນກກະສິກໍາ ແລະສິ່ງແວດລ້ອມ ແຂວງບໍ່ແກ້ວ ໄດ້ລົງມາມອບງົວໃຫ້ຄອບຄົວເປົ້າໝາຍແກ້ໄຂຄວາມທຸກຍາກ ພິທີ ດັ່ງກ່າວໄດ້ຈັດຂຶ້ນທີ່ເຂດຈຸດສຸມລ້ອງນໍ້າຍາວ ເມືອງຜາອຸດົມ ແຂວງບໍ່ແກ້ວ ນໍາພາທີມງານໂດຍທ່ານ ຈິດຕະພົງ ສີລິປັນຍາ ຮອງຫົວໜ້າພະແນກກະສິກໍາ ແລະສິ່ງແວດລ້ອມແຂວງ, ເປັນກຽດເຂົ້າຮ່ວມພິທີ ຂອງທ່ານ ຄໍາສອນ ທຸບິນຍາ ຄະນະປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ( ຜູ້ຊີນໍາວຽກງານຂົງເຂດເສດຖະກິດເມືອງ ), ມີຄະນະຮັບຜິດຊອບຂັ້ນແຂວງ-ຂັ້ນເມືອງ, ອົງການຈັດຕັ້ງບ້ານ, ພ້ອມດ້ວຍຄອບຄົວທີ່ໄດ້ຮັບງົວ 05 ຄອບຄົວເຂົ້າຮ່ວມ.

ພິທີ ທ່ານ ຈິດຕະພົງ ສີລິປັນຍາ ຮອງຫົວໜ້າພະແນກກະສິກໍາ ແລະສິ່ງແວດລ້ອມແຂວງ ໃຫ້ຮູ້ວ່າ ການທີ່ນໍາເອົາງົວແມ່ພັນມາມອບໃຫ້ຄອບຄົວເປົ້າໝາຍຢູ່ຈຸດສຸມລ້ອງນໍ້າຍາວໃນຄັ້ງນີ້, ແມ່ນໄດ້ນໍາເອົາບົດຮຽນຂອງເມືອງອື່ນຢູ່ພາຍໃນແຂວງທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະໄດ້ຮັບຜົນສໍາເລັດເປັນຢ່າງດີ ທັງເປັນໂຄງການຂອງລັດຖະບານເຊິ່ງເປັນໂຄງການສົ່ງເສີມການລ້ຽງງົວຕິດພັນກັບການຈັດສັນອາຊີບເພື່ອສ້າງລາຍຮັບໃຫ້ປະຊາຊົນຈໍານວນ 05 ຄອບຄົວດັ່ງກ່າວ ແລະເປັນກອງທຶນໝູນວຽນ ເມື່ອ 05 ຄອບຄົວນີ້ໄດ້ປະສົບຜົນສໍາເລັດຕາມລະດັບຄາດໝາຍຂອງແຂວງ-ຂອງເມືອງແລ້ວຕ້ອງໄດ້ມອບ-ສົ່ງ ຕໍ່ ແມ່ພັນງົວດັ່ງກ່າວນັ້ນໃຫ້ແກ່ຄອບຄົວອື່ນທີ່ເປັນເປົ້າໝາຍແກ້ໄຂຄວາມທຸກຍາກຢູ່ພາຍໃນບ້ານຂອງຕົນ, ແນໃສ ເຮັດໃຫ້ການແກ້ໄຂຊີວິດການເປັນຢູ່ຂອງຄອບຄົວທຸກຍາກພາຍໃນເຂດຈຸດສຸມລ້ອງນໍ້າຍາວໄດ້ຮັບການແກ້ໄຂໃຫ້ດີຂຶ້ນເປັນກ່າວໆ ແລະສາມາດກາຍເປັນຄອບຄົວແບບຢ່າງທີ່ດີໃນດ້ານການປູກ-ການລ້ຽງໃນຕໍ່ໜ້າ. ພ້ອມດຽວກັນນີ້ກໍ່ໄດ້ມອບບົດບັນທຶກການມອບງົວໃຫ້ແກ່ 05 ຄອບຄົວເປັນກຽດມອບໂດຍທ່ານ ຄໍາສອນ ທຸບິນຍາ ຮອງປະທານຄະນະກໍາມະການປົກຄອງເມືອງ-ຮັບໂດບຕາງໜ້າຄອບຄົວແຕ່ລະຄອບຄົວ, ງົວທີ່ນໍາມາມອບໃນຄັ້ງນີ້ ມີທັງໝົດ 10 ໂຕເປັນງົວແມ່ທັງໝົດ.

ໂອກາດນີ້, ທ່ານ ຄໍາສອນ ທຸບິນຍາ ຮອງປະທານຄະນະກໍາມະການປົກຄອງເມືອງ ໄດ້ມີຄໍາເຫັນ ເນັ້ນໜັກ ໃຫ້ 05 ຄອບຄົວເປົ້າໝາຍ ໃນຄັ້ງນີ້, ຈົ່ງພ້ອມກັນເອົາໃຈໃສ່ດູແລ, ເບິ່ງແຍງ, ປົກປັກຮັກສາໃຫ້ງົວແມ່ພັນດັ່ງກ່າວ ເກີດແມ່ແຜ່ລູກ ແຜ່ຜາຍຂະຫຍາຍພັນໃຫ້ບັນລຸຕາມເປົ້າທີ່ພະແນກກະສິກໍາ ແລະສິ່ງແວດລ້ອມແຂວງ ກໍ່ຄື ຫ້ອງການກະສິກໍາ ແລະສິ່ງແວດລ້ອມເມືອງໄດ້ກໍານົດໄວ້ ແລະທ່ານໄດ້ເນັ້ນໜັກໃຫ້ອົງການຈັດຕັ້ງບ້ານຕ້ອງໄດ້ເປັນເຈົ້າການໃນການຕິດຕາມກວດກາ ແລະລາຍງານສະພາບການໃຫ້ເມືອງ ແລະແຂວງໄດ້ຮັບຮູ້, ວິຊາການໜວ່ຍງານກ່ຽວຂ້ອງຕ້ອງໄດ້ລົງໃຫ້ຄໍາແນະນໍາ-ແນະແນວວິທີການລ້ຽງທີ່ຖືກຕ້ອງຕາມຫຼັກການໃຫ້ແກ່ຄອບຄົວດັ່ງກ່າວ ແລະສາມາດເຮັດໃຫ້ຄອບຄົວດັ່ງກ່າວຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
ພາບ-ຂ່າວ: ໂສພາ ທິບພະວົງ