ນັກເຕາະຍິງທີມຊາດລາວຊະນະສິງກະໂປ 7-0 ບານເຕະຊີງແຊ້ມອາຊຽນ

 

ນັກເຕະທີມຊາດຍິງລາວຮຸ່ນອາຍຸ 15 ໂຊຜົນງານໂດດເດັ່ນຫຼັງນັດທີ 2 ຖະຫຼົ່ມທີມຊາດສິງກະໂປ ໄປແບບຂາດລອຍ 7-0 ປະ ຕູການແຂ່ງຂັນບານເຕະຍິງຊີງ ແຊ້ມອາຊຽນຮຸ່ນອາຍຸບໍ່ເກີນ 15 ປີ  ຫຼື AFF U15 GIRLS’ CHA MPIONSHIP 2019 ທີ່ປະ ເທດໄທ. ເຮັດໃຫ້ປະຈຸບັນມີ 6 ຄະ ແນນຫຼັງຊະນະ 2 ນັດລວດ.

ສຳລັບການແຂ່ງບານເຕະຍິງຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ຫຼື AFF U15 GIRLS’ CHAMPIONSHIP 2019 ຈັດຂຶ້ນຢູ່ແຂວງຊົນບູຣີ ປະເທດໄທ ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 7– 21 ພຶດສະພາ 2019 ຊຶ່ງມີ 9 ປະເທດເຂົ້າຮ່ວມແຂ່ງຂັນແບ່ງ ອອກເປັນ 2 ກຸ່ມຄື: -ກຸ່ມເອ: ມຽນມາ, ຫວຽດນາມ, ຟີລິບປິນ ແລະຕີມໍ ເລສເຕ. -ກຸ່ມ ບີ: ໄທ, ລາວ, ມາເລເຊຍ, ສິງກະໂປ ແລະ ກຳປູເຈຍ. ທີມຊາດລາວຍັງເຫຼືອການແຂ່ງຂັນຢູ່ 2 ນັດຄື: -ວັນທີ 15/05/2019 ເວລາ 15:00 ທີມຊາດລາວພົບທີມຊາດກຳປູເຈຍ ແຂ່ງຂັນຢູ່ທີ່ສະໜາມ Institute of Physical Education Chonburi Campus Stadium1, ວັນທີ 17/05/2019 ເວລາ 18:00 ທີມຊາດລາວ ພົບ ທີມຊາດໄທ ແຂ່ງຂັນຢູ່ທີ່ສະໜາມ Institute of Physical Education Chonburi Campus Stadium 1.

ໂດຍ: ບຸນນິກ