ເກີດໄຟໄໝ້ກຳປັ່ນຂ້າມຟາກຢູ່ເຂດທະເລໃກ້ກັບອິນໂດເນເຊຍ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 5 ຄົນ

ວິທະຍຸໂທລະພາບສູນກາງຈີນລາຍງານ, ວັນທີ 2 ສິງຫານີ້, ພາກສ່ວນທີ່ກ່ຽວຂ້ອງຂອງທາງການອິນໂດເນເຊຍໃຫ້ຮູ້ວ່າ: ເກີດໄຟໄໝ້ກຳປັ່ນຂ້າມຟາກໃນນ່ານນ້ຳໃກ້ກັບເກາະມາດູຣາ ແຂວງຊາວາຕາເວັນອອກ, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 5 ຄົນ, ຫາຍສາບສູນ 41 ຄົນ ແລະ ໄດ້ຮັບການຊ່ວຍເຫຼືອ 225 ຄົນ.


ຕາມຂ່າວລາຍງານວ່າ: ໃນຂະນະເກີດເຫດ ກຳປັ່ນດັ່ງກ່າວກຳລັງແລ່ນຕາມເສັ້ນທາງເດີນເຮືອລະຫວ່າງນະຄອນຊູຣາບາຢາ-ນະຄອນມາຄາຊາ. ຢູ່ເທິງກຳປັ່ນມີທັງໝົດ 271 ຄົນ, ໃນນັ້ນມີຜູ້ໂດຍສານ 232 ຄົນ ແລະ ລູກເຮືອ 39 ຄົນ. ໃນຂະນະນັ້ນ, ກຳປັ່ນລຳນີ້ຢູ່ຫ່າງໄກຈາກຝັ່ງປະມານ 35 ກິໂລແມັດ, ຕົວກຳປັ່ນຖືກໄຟເກືອບໝົດ. ຜູ້ໂດຍສານສ່ວນໜຶ່ງກຳລັງລໍຖ້າການຊ່ວຍເຫຼືອ ຢູ່ຫ້ອງຂັບເຮືອ ແລະຫົວເຮືອ.

ອົງການຄົ້ນຫາແລະກູ້ໄພແຫ່ງຊາດອິນໂດເນເຊຍແຈ້ງໃຫ້ຮູ້ວ່າ: ມີເຮືອຫຼາຍລຳທີ່ຢູ່ບໍລິເວນເກີດເຫດ ໄດ້ເຂົ້າຮ່ວມການຊ່ວຍເຫຼືອກູ້ໄພ. ປັດຈຸບັນ, ການຄົ້ນຫາແລະກູ້ໄພຍັງດຳເນີນຢູ່, ສ່ວນສາເຫດຂອງການເກີດໄຟໄໝ້ ຍັງບໍ່ທັນຮູ້ຊັດເຈນເທື່ອ.

.

#ຂ່າວເສດຖະກິດສັງຄົມ #ໜັງສືພິມເສດຖະກິດສັງຄົມ