ໂອຕຣິດ-ໂປໂລຍ ເລັ່ງຄຸ້ມຄອງສື່ສັງຄົມອອນໄລ ສຳລັບເດັກ

ວິທະຍຸ ກະຈ່າຍສຽງຫວຽດນາມ, ໂອຕຣິດ ຫ້າມເດັກນ້ອຍ ທີ່ມີອາຍຸຕ່ຳກວ່າ 14 ປີ ນຳໃຊ້ບັນດາແພຣດຟອມສື່ສັງຄົມອອນໄລ ແລະ ບັງຄັບໃຫ້ຢັ້ງຢືນອາຍຸ ເມື່ອເຂົ້າບັນດາເວັບໄຊ ທີ່ມີເນື້ອໃນສຳລັບຜູ້ໃຫຍ່. ຫລັງຈາກ ລັດຖະບານ ໂອຕຣິດ ຫາກໍຮັບຮອງເອົາ ຮ່າງກົດໝາຍ ວ່າດ້ວຍການເພີ່ມທະວີ ການປົກປ້ອງເດັກໃນສື່ສັງຄົມອອນໄລ, ຕາມນັ້ນແລ້ວ, ຫ້າມເດັກນ້ອຍ ທີ່ມີອາຍຸຕ່ຳກວ່າ 14 ປີ ນຳໃຊ້ບັນດາແພຣດຟອມ ສື່ສັງຄົມອອນໄລ ແລະ ບັງຄັບໃຫ້ຢັ້ງຢືນອາຍຸເມື່ອເຂົ້າບັນດາເວັບໄຊ ທີ່ມີເນື້ອໃນສຳລັບຜູ້ໃຫຍ່. ຕາມຮ່າງກົດໝາຍດັ່ງກ່າວ, ບັນດາພື້ນຖານສື່ສັງຄົມອອນໄລ ຈະມີໄລຍະສົ່ງຕໍ່ແກ່ຍາວ ຮອດວັນທີ 1 ເມສາ 2027. ໃນໄລຍະນີ້, ບັນດາບໍລິສັດ ຕ້ອງຍົກເລີກຄຸນລັກສະນະ ກະຕຸ້ນໃຫ້ຕິດ ຫລືນຳໃຊ້ມາດຕະການເຕັກນິກ ເພື່ອຈຳກັດບໍ່ໃຫ້ເດັກ ທີ່ມີອາຍຸຕ່ຳກວ່າ 14 ປີເຂົ້າໃນສື່ສັງຄົມອອນໄລໄດ້. ບັນດາບໍລິສັດລະເມີດອາດຈະປະເຊີນໜ້າກັບ ການປັບໄໝລົງໂທດ ຂຶ້ນເຖິງ 6% ຂອງລາຍຮັບທັງປີໃນທົ່ວໂລກ. ສ່ວນຢູ່ ໂປໂລຍ, ທ່ານ ປະທານາທິບໍດີ ຄາໂຣນ ນາວຣັອກກີ(Karol Nawrocki) ກໍໄດ້ລົງລາຍເຊັນ ປະກາດໃຊ້ກົດໝາຍຫ້າມເດັກນ້ອຍ ນຳໃຊ້ໂທລະສັບມືຖື ໃນໂຮງຮຽນປະຖົມ ແລະອະນຸບານ ພາຍຫລັງ ທີ່ສະພາແຫ່ງຊາດ ປະເທດນີ້ ໄດ້ຮັບຮອງເອົາ ເມື່ອຕົ້ນເດືອນຜ່ານມາ. ບັນດາມາດຕະການຈຳກັດດັ່ງກ່າວ ຈະມີຜົນສັກສິດແຕ່ວັນທີ 1 ກັນຍາ ເປັນຕົ້ນໄປ.
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ