ນາວາສັກສິດຄວ້າແຊ໋ມຊ່ວງເຮືອຊີງ ຖ້ວຍພະຣາດສະທານປະເທດໄທ

ຊົມເຊີຍສີພາຍນາວາສັກສິດຕົວແທນ ສປປ ລາວ ໂຊຟ້ອນ ຄວາມສາມາດແຂງແກ່ນເອົາຊະ ນະເລີດຄວ້າແຊ໋ມແຂ່ງຂັນຮັບຂັນ ຖ້ວຍພະຣາດສະທານທີ່ປະເທດໄທ ພ້ອມຮັບເງິນສົດຈຳນວນໜຶ່ງ.

ການແຂ່ງຂັນຄັ້ງນີ້ນຳທີມ ໂດຍຄູຝຶກອຳນວຍຊຳນານສິນພ້ອມ ດ້ວຍຄະນະສີພາຍ 50 ກວ່າຄົນເຂົ້າຮ່ວມເເຂ່ງຂັນຊ່ວງເຮືອ 40 ສີພາຍ ຊີງຖ້ວຍພະຣາດສະທານ ທີ່ວັດສີບືງບູນເມືອງບຶງບູນ ແຂວງ ສີສະເກດ ປະເທດໄທ.

ສະຫຼຸບການແຂ່ງຂັນອັນດັບ ທີ 1: ເຮືອອີແຫຼວລອດຟ້າ 2 (ສີພາຍນາວາສັກສິດ), ອັນດັບທີ 2: ອະນຸວັດນາວາ (ສີພາຍພອນພະ ແກ້ວ+ຊຸດໂຄດ),  ອັນດັບທີ3:ວັງພະອິນສະກົນນະຄອນ (ສີພາຍຊ່າງລັ່ງ+ຊຸດ5 ເຜົ່າພັນ), ອັນດັບ ທີ 4: ສາວພິງພັດສະລາພອນ (ສີ ພາຍຕໍເຕິງ+ເຕ້ເມືອງນະຄອນ).

ໂດຍ: ບຸນນິກ