ຂີ່ລົດຖີບ ເພື່ອສຸຂະພາບ ສະຫຼອງວັນສ້າງຕັ້ງກາແດງສາກົນ

ໃນວັນທີ 11 ພຶດສະພາ ຜ່ານມາທີ່ນະຄອນຫຼວງວຽງຈັນອົງການກາແດງລາວ ໄດ້ຈັດກິດຈະກຳຂີ່ລົດຖີບເພື່ອສຸຂະພາບສະ ເຫຼີມສະຫຼອງວັນກາແດງສາກົນ ແລະຊີກວົງເດືອນແດງສາກົນຄົບຮອບ156 ປີ (8 ພຶດສະພາ1863-8 ພຶດສະພາ 2019) ໂດຍມີທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ພ້ອມດ້ວຍນັກປັ່ນລົດຖີບຫຼາຍກວ່າ 600 ຄົນ ເຂົ້າຮ່ວມ.

 ທ່ານ ທອງພະຈັນ ສອນນະສິນຮອງປະທານອົງການກາແດງລາວ ກ່າວວ່າ: ຕະຫຼອດໄລຍະ 156 ປີຜ່ານມາກາແດງສາກົນນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ ທາງດ້ານການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍໜ້າທີ່, ພາລະບົດ ບາດ, ວຽກງານດ້ານມະນຸດສະທຳ ໄດ້ຢ່າງກວ້າງຂວາງ,ປະກອບ ສ່ວນອັນໃຫຍ່ຫຼວງໃນການຊ່ວຍ ເຫຼືອປະຊາກອນຜູ້ທຸກຍາກໃນທົ່ວ ທຸກມູມໂລກໄດ້ຢ່າງຫຼວງຫຼາຍ ແລະມະຫາສານເຖິງວ່າຈະມີຂໍ້ ຫຍຸ້ງຍາກສັບສົນປານໃດກໍ່ຕາມ, ບໍ່ວ່າຈະເປັນສະພາບແວດລ້ອມ, ດ້ານການເມືອງ, ເສດຖະກິດ,ພູມປະເທດບໍ່ເອື້ອອຳນວຍ, ທຸລະກັນ ດານແຕ່ພວກເຂົາກໍ່ມີຄວາມຕັດສິນໃຈສູງກ້າວໄປພ້ອມກັບອາສາສະໝັກກາແດງທີ່ປະຕິບັດໜ້າທີ່ຊ່ວຍເຫຼືອປະຊາຊົນທີ່ທຸກຍາກຂາດເຂີນຕາມສະຖານທີ່ຕ່າງໆໃນທົ່ວໂລກ.ປະຈຸບັນກາແດງມີຢູ່  191ປະເທດໃນທົ່ວໂລກໜ້າທີ່ຕົ້ນຕໍ່ ແມ່ນໃຫ້ການຊ່ວຍເຫຼືອຜູ້ທີ່ປະສົບໄພທຳມະຊາດ ແລະມະນຸດສ້າງ ຂຶ້ນ, ໃຫ້ການຊ່ວຍເຫລືອຢ່າງວ່ອງ ໄວ,ທັນການ  ແລະພື້ນຟູຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນເປັນກ້າວໆ.ຜ່ານມາຄະນະກຳມະການກາແດງສາກົນ ແລະສະມາຊິກຂອງສະຫະພັນກາແດງແລະຊີກ ວົງເດືອນແດງສາກົນໄດ້ພ້ອມກັນອອກແຮງຈັດຕັ້ງປະຕິບັດວຽກງານ ມະນຸດສະທຳຕາມສິດ ແລະ ໜ້າທີ່ໃນການເຄື່ອນໄຫວຕາມ 7ຫຼັກການພື້ນຖານຂອງຂະບວນ ການກາແດງສາກົນ.

ສຳລັບອົງການກາແດງລາວ ໃນໄລຍະໜຶ່ງປີຜ່ານມາອົງການ ກາແດງລາວ ໃນນາມອົງການຈັດຕັ້ງທາງສັງຄົມແຫ່ງ ສປປ ລາວໄດ້ອອກເຮື່ອເທແຮງໃຫ້ການຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໄພພິບັດຕ່າງໆເປັນຕົ້ນໄພນ້ຳຖ້ວມ, ໄຟໄໝ້, ດິນເຈື່ອນ, ລົມພາຍຸ,ອຸປະຕິເຫດຕາມທ້ອງຖະໜົນ ແລະອື່ນໆ ຊຶ່ງສາມາດຊ່ວຍເຫຼືອບັນເທົາທຸກແກ່ປະຊາຊົນໃນຂອບເຂດທົ່ວປະເທດໄດ້ 924 ບ້ານ, 35.943 ຄອບຄົວ,188.284 ຄົນ, ຄິດເປັນມູນຄ່າ 12,7  ຕື້ກີບ ໃນນັ້ນ,ຈາກກາແດງສາກົນ ແລະກາແດງເພື່ອນມິດ 5,8 ຕື້ກວ່າກີບ, ຈາກສັງຄົມ ທັງພາຍໃນ ແລະຕ່າງປະເທດ 6,8 ຕື້ກີບ,ຈາກລັດຖະບານ 33 ລ້ານກວ່າກີບ ແລະແຂວງ 55 ລ້ານ ກວ່າກີບ.  

ນສພ  ເສດຖະກິເສັງຄົມ