ພິທີປິດໂຄງການບັນພະຊາສໍາມະເນນເມືອງຄູນຄຳ

ໃນວັນທີ 22 ກໍລະກົດ 2026 ຜ່ານມາທີ່ວັດຄູນຄຳໄຊຍະລາມ ບ້ານຄູນຄຳ ເຂດຕາແສງຄູນແກ້ວ ເມືອງຄູນຄຳ ແຂວງຄຳມ່ວນ ອົງການພະພຸດທະສາສະໜາສຳພັນລາວ ປະຈຳເມືອງຄູນຄຳ ໄດ້ຈັດພິທີປິດໂຄງການພະບັນຊາສໍາມະເນນຂຶ້ນ ພາຍໃຕ້ການເປັນປະທານຂອງຍາທ່ານ ຄຳຈັນ ໄຊຍະບຸດ ປະທານອົງການພະພຸດທະສາສະໜາສຳພັນລາວ ປະຈຳເມືອງຄູນຄຳ, ທ່ານພຣະອາຈານ ບັນຊາ ຂຽນນາລີ ຮອງປະທານອົງການພະພຸດທະສາສະໜາສຳພັນລາວປະຈຳເມືອງຄູນຄຳ, ພຣະອາຈານ ຈັນທະວີ ອິນທະແສງ ຮອງປະທານ ອົງການພະພຸດທະສາສະໜາສຳພັນລາວ ປະຈຳເມືອງຄູນຄຳ. ໃຫ້ກຽດເຂົ້າຮ່ວມໃນພິທີໂດຍ ທ່ານ ຈັນທະລົງ ດວງມາໄລ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງຄູນຄຳ, ມີພະເຖຣານູເຖຣະ, ຄະນະຕາແສງຄູນແກ້ວ, ບັນດາຫ້ອງການອ້ອມຂ້າງເມືອງ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນເມືອງຄູນຄຳເຂົ້າຮ່ວມ.
ພຣະອາຈານ ບັນຊາ ຂຽນນາລີ ຮອງປະທານອົງການພະພຸດທະສາສະໜາສຳພັນລາວ ປະຈຳເມືອງຄູນຄຳ ໄດ້ຜ່ານບົດລາຍງານຜົນສຳເລັດໂຄງການພະບັນຊາສໍາມະເນນໃນຄັ້ງນີ້ວ່າ: ໃນມື້ທຳອິດມີສໍາມະເນນມາບວດທັງໝົດ 55 ອົງ ແລະ ມື້ຕໍ່ມາແມ່ນມີເຍົາວະຊົນ-ຊາວໜຸ່ມໄດ້ມາບວດຕື່ມອີກ 6 ອົງ ກາຍເປັນ 61 ອົງ, ໂດຍໃນໄລຍະຜ່ານມາ 8 ວັນ ບັນດາພະອາຈານໄດ້ສິດສອນໃຫ້ສຳມະເນນຮູ້ຈັກ ສາສະໜາພິທີ-ວັດທະນະທຳປະເພນີລາວ, ຄວາມຮູ້ຄູ່ຄຸນນະທຳ, ນັ່ງສະມາທິແຜ່ເມດຕາທຳ, ໄຫວ້ພຣະຮັບສິນ, ວາທະສິນ, ສົນທະນາພຸດທະທຳ, ສົ່ງເສີມບົດບາດເທົ່າທຽມລະຫວ່າງຍິງ-ຊາຍ, ຫ່າງໄກຈາກອະບາຍຍາມຸກ, ສັ່ງສອນໃຫ້ຮູ້ການຢູ່ຮ່ວມກັນຢ່າງສັນຕິ, ມີນ້ຳໃຈຮັກຊາດ, ຮູ້ຈັກເຄົາລົບຄູບາ-ອານຈານ-ພໍ່ແມ່- ຜູ້ນໍາການຈັດຕັ້ງພັກ-ລັດ ແລະ ໄດ້ມີກິດຈະກຳການບິນທະບາດທຸກມື້ໃນ 8 ວັນທີ່ຜ່ານມາ ( ໂດຍການບິນທະບາດແມ່ນໄດ້ລົງບິນທຸກບ້ານພາຍໃນເມືອງຄູນຄຳ ), ຜ່ານການສິດສອນເຫັນໄດ້ວ່າບັນດາສໍາມະເນນມີຄວາມເຊື່ອຟັງ, ເຂົ້າໃຈຕໍ່ຫຼັກທຳຄຳສອນ ມີຄວາມສາມັກຄີ ຮູ້ຊ່ວຍເຫຼືອເຊີ່ງກັນ ແລະ ກັນ, ພາຍຫຼັງພຣະອາຈານຜ່ານບົດລາຍງານຜົນສຳເລັດຂອງໂຄງການຍາທ່ານ ຄຳຈັນ ໄຊຍະບຸດ ປະທານອົງການພະພຸດທະສາສະໜາສຳພັນລາວ ປະຈຳເມືອງຄູນຄຳ ກໍ່ໄດ້ເປັນກຽດມອບໃບວຸດທິບັດ ໃຫ້ແກ່ບັນດາສຳມະເນນທັງ 61 ອົງຢ່າງເປັນທາງການ. ນອກນີ້ ຍາທ່ານ ຄຳຈັນ ໄຊຍະບຸດ ກໍ່ຍັງໄດ້ມອບ ໃບອະນຸ ໂມທະນາໃຫ້ແກ່ບັນດາພຣະອາຈານ ທີ່ໄດ້ສິດສອນສຳມະເນນທີ່ໄດ້ບວດໃນຄັ້ງນີ້ອີກດ້ວຍ. ໃນຕອນທ້າຍຂອງພິທີ ທ່ານ ຈັນທະລົງ ດວງມາໄລ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ ກໍ່ໄດ້ມີຄຳເຫັນວ່າ: ໂຄງການບັນພະຊາສຳມະເນນຂອງເມືອງຄູນຄຳໃນຄັ້ງນີ້ແມ່ນໄດ້ຮັບຜົນຕອບແທນດີຫຼາຍເພາະໄດ້ເຮັດໃຫ້ຊາວໜຸ່ມ-ເຍົາວະຊົນພາຍໃນເມືອງຄູນຄຳ ຮູ້ຈັກຫຼັກທຳຄຳສອນພະພຸດທະທະສາສະໜາ, ຮູ້ຈັກຜິດ-ຮູ້ຈັກຖືກ, ເປັນຄົນດີຂອງປະເທດຊາດ ແລະ ໃນປີຕໍ່ໄປ 2027 ໂຄງການບັນພະຊາສໍາມະເນນແມ່ນຈະໄດ້ຈັດຂຶ້ນຢູ່ເຂດຕາແສງທ່ານາ. ພາຍຫຼັງທ່ານປະທານແນວລາວສ້າງຊາດເມືອງ ມີຄຳເຫັນສຳເລັດ ຍາທ່ານ ຄຳຈັນ ໄຊຍະບຸດ ກໍ່ໄດ້ເຮັດພິທີລາຊິກຂາໃຫ້ບັນດາສຳມະເນນທີ່ໄດ້ບວດໃນຄັ້ງນີ້ຕາມພິທີທາງສາສະໜາ ພ້ອມໄດ້ກ່າວປິດໂຄງການພະບັນຊາສໍາມະເນນ ປີ 2026 ທີ່ເມືອງຄູນຄຳຢ່າງເປັນທາງການ.