6 ເດືອນຜ່ານມາ ອພສ ຫຼວງພະບາງ ມີຜົນງານພົ້ນເດັ່ນຫຼາຍດ້ານ

ຄະນະບໍລິຫານງານ ອົງການພຸດທະສາສະໜາສຳພັນລາວ (ອພສ) ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານ ສະໄໝທີ IX ຄັ້ງທີ I ຂຶ້ນໃນວັນທີ 24 ກໍລະກົດຜ່ານມາ, ທີ່ຫ້ອງປະຊຸມກຸດຕິອາຄັນຕຸກະ ວັດປ່າຜາໂອ ນະຄອນ-ຫຼວງພະບາງ, ໂດຍການເປັນປະທານຂອງພະອາຈານໃຫຍ່ ອ່ອນແກ້ວ ກິຕຕິພັທໂທ ຄະນະບໍລິຫານງານປະຈຳການສູນກາງ ອພສ, ປະທານ ອພສ ແຂວງ, ຜູ້ຊ່ວຍວຽກປະທານສູນກາງ ອພສ ປະຈຳແຂວງພາກເໜືອ, ມີທ່ານ ສົມພອນ ສີອຸດົມພັນ ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍຄະນະບໍລິຫານງານ ອພສ ແຂວງ ແລະ ພະນັກງານເຂົ້າຮ່ວມ.
ພະອາຈານໃຫຍ່ ອ່ອນແກ້ວ ກິຕຕິພັທໂທ ກ່າວວ່າ: ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອສະຫຼຸບການເຄື່ອນ ໄຫວວຽກງານຮອບດ້ານ 6 ເດືອນຕົ້ນປີ ຍົກໃຫ້ເຫັນດ້ານດີ-ດ້ານອ່ອນ ຂໍ້ຄົງຄ້າງ ເພື່ອນຳມາປັບປຸງແກ້ໄຂເພື່ອວາງແຜນ 6 ເດືອນທ້າຍປີ 2026 ໃຫ້ດີຂຶ້ນກວ່າເກົ່າ, ພ້ອມທັງຊັບຊ້ອນ ແລະ ມອບໝາຍໜ້າທີ່ຄວາມຮັບຜິດ ຊອບວຽກງານພາຍໃນແຂວງຕາມຄວາມເໝາະສົມ, ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມປະກອບຄຳເຫັນ ແລະ ແລກປ່ຽນບົດຮຽນ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ມີເນື້ອໃນຄົບຖ້ວນສົມບູນ ເພື່ອນຳເອົາຫຼັກທຳຄຳສອນຂອງພະພຸດທະສາສະໜາໄປປະຕິບັດໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດ ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ວຽກງານຄຸ້ມຄອງການເຄື່ອນໄຫວຂອງພະສົງ-ສາມະເນນຢູ່ແຂວງຫຼວງພະບາງ ໃຫ້ຖືກຕ້ອງຕາມພະທຳມະວິໄນໃຫ້ໄດ້ຮັບຜົນດີ ນຳມາຊຶ່ງຄວາມເປັນລະບຽບຮຽບຮ້ອຍຂອງພະສົງສາມະເນນພາຍໃນແຂວງ ເພື່ອຄວາມເຫຼື່ອມໃສສັດທາຂອງພຸດທະສາສະນິກະຊົນ.
ຈາກນັ້ນ, ໄດ້ມີການຜ່ານບົດສະຫຼຸບວຽກງານໃນ 6 ເດືອນຜ່ານມາ ຍົກໃຫ້ເຫັນຜົນສຳເລັດ ວຽກງານຫ້ອງການບໍລິຫານງານ, ວຽກງານກໍາມາທິການປົກຄອງສົງ, ວຽກງານກໍາມາທິການສຶກສາສົງ, ວຽກງານກໍາມາທິການສາທາລະນູປະການ, ວຽກງານກໍາມາທິການເຜີຍແຜ່ສິນທໍາ ແລະ ປະຕິ ບັດກໍາມະຖານ, ວຽກງານກໍາມາທິການ ການຕ່າງປະເທດ ພ້ອມທັງຜ່ານທິດທາງແຜນການ 6 ເດືອນທ້າຍປີ ເພື່ອໃຫ້ຄະນະບໍລິຫານງານ ອພສ ແຂວງ ໄດ້ປະກອບຄໍາເຫັນ ຕໍ່ການຈັດຕັ້ງປະຕິບັດວຽກງານ ອພສ ແຂວງ. ພ້ອມນັ້ນໄດ້ສະຫຼຸບຜົນສຳເລັດການດຳເນີນກອງປະຊຸມ ອພສ 8 ແຂວງພາກເໜືອ, ຜ່ານແຈ້ງການຕ່າງໆ ກ່ຽວກັບວຽກງານ ອພສ, ຜ່ານມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງ ອພສ ແຂວງ ແລະ ຜ່ານຂໍ້ຕົກລົງມອບໝາຍໜ້າທີ່ ອພສ ແຂວງ ສະໄໝທີ IX ພ້ອມທັງມອບມະຕິແຕ່ງຕັ້ງພະອາຈານ ອາດິສອນ ພຸດທະສາໂຣ ເປັນຄະນະກຳມະການບໍລິຫານງານ ອົງການພຸດທະສາສະໜາສໍາພັນລາວແຂວງຫຼວງພະບາງ ສະໄໝທີ IX ແລະ ເປັນຄະນະກຳມະການຫ້ອງການບໍລິຫານງານ ອົງການພຸດທະສາສະໜາສໍາພັນລາວ ແຂວງຫຼວງພະບາງ.
ຂໍ້ມູນ-ພາບ: ອພສ ແຂວງ