ກອງພັນ 24 ສຸມໃສ່ການປັກດຳເຂົ້ານາປີ ປະຈຳປີ 2026 ຂອງຕົນ

 
ໃນວັນທີ 25 ກໍລະກົດ 2026 ຜ່ານມານີ້,ກອງພັນ 24 ທີ່ຂຶ້ນກັບກອງບັນຊາການທະຫານແຂວງຈຳປາສັກ ໄດ້ພ້ອມກັນສຸມໃສ່ການປັກດຳເຂົ້ານາປີ ປະຈຳປີ 2026 .ພາຍໃຕ້ການນຳພາ-ຊີ້ນຳ ຂອງສະຫາຍ ພັນຕີ ອຸດອນ ນຳໂຊກ ຮັບຜິດຊອບວຽກງານພະລາທິການ ກອງພັນ 24 ,ມີຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບ ໃນກົມກອງເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້ ສະຫາຍ ພັນຕີ ອຸດອນ ນຳໂຊກ ໄດ້ໃຫ້ຮູ້ວ່າ :ຜ່ານມາກົມກອງຂອງຕົນ ນອກຈາກຈະເອົາໃຈໃສ່ເຄື່ອນໄຫວເຮັດຫນ້າທີ່ປ້ອງກັນເວນຍາມ ຢູ່ຕາມຂອບເຂດຄວາມຮັບຜິດຊອບ ກໍຄືບໍລິເວນຊາຍແດນ ໃຫ້ມີຄວາມສະຫງົບ,ເປັນລະບຽບຮຽບຮ້ອຍ ຕິດພັນກັບການປັບປຸງກໍ່ສ້າງກົມກອງຂອງຕົນ ໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນແລ້ວ, ຄະນະພັກ-ຄະນະບັນຊາ ຍັງໄດ້ຊຸກຍູ້ວຽກງານ ເພີ່ມພູນຜະລິດຜົນ ປູກຝັງລ້ຽງສັດ ເພື່ອແກ້ໄຂຊິວິດການເປັນຢູ່ ຂອງພະນັກງານ-ນັກຮົບ ໃຫ້ນັບມື້ດີຂຶ້ນ ໂດຍຖືເອົາທິດນຳ 4 ປູກ 4 ລ້ຽງ ຂອງກົມໃຫ່ຍພະລາທິການວາງອອກ ກໍ່ຄືທິດຊີ້ນຳຂອງຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານ ແຂວງຈຳປາສັກ ເວົ້າສະເພາະກໍຄືຫ້ອງພະລາທິການທະຫານແຂວງ ເພື່ອປະຕິບັດຕາມຄຳຂວັນທີ່ວ່າ ເພິ່ງຕົນເອງ ກຸ້ມຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ກົມກອງໄດ້ສຸມໃສ່ການເຮັດນາປີ ເຊິ່ງມີເນື້ອທີ່ທັງໝົດ 08 ເຮັກຕາ ແລະໄດ້ເລີ່ມຕົ້ນລົງມືປັກດຳ ແຕ່ວັນທີ 25 ກໍລະກົດ 2026 ຄາດກະຈະໄຫ້ສຳເລັດ ພາຍໃນຕົ້ນເດືອນ ສິງຫາ 2026 ນີ້,ທັງນີ້ ກໍເພື່ອເປັນການສ້າງແຫຼ່ງລາຍຮັບເຂົ້າກົມກອງຂອງຕົນ,ພ້ອມດຽວກັນນັ້ນ ຍັງເປັນການສ້າງຄວາມສາມັກຄີ ຮັກແພງເຊິ່ງກັນແລະກັນ ລະຫວ່າງຄະນະພັກ-ຄະນະບັນຊາ,ພະນັກງານ-ນັກຮົບໃນກົມກອງໃຫ້ແໜ້ນແຟ້ນ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ວຽກງານ ທີ່ຂັ້ນເທີງໄດ້ມອບໝາຍໃຫ້.
.
ຂ່າວ-ພາບ: ວາທີ ດາວອນ ຊາວວຽງ