ຍອດຜູ້ເສຍຊີວິດຈາກແຜ່ນດິນໄຫວຮຸນແຮງຢູ່ເອເນຊູເອລາ ເພີ່ມຂຶ້ນເປັນ 5,546 ຄົນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 24 ກໍລະກົດ ຜ່ານມານີ້, ທ່ານໂຮເກ ໂຣດຣິເກັສ ປະທານສະພາແຫ່ງຊາດເວເນຊູເອລາແຈ້ງໃຫ້ຮູ້ຜ່ານສື່ສັງຄົມອອນລາຍວ່າ: ຍອດຜູ້ເສຍຊີວິດຈາກແຜ່ນດິນໄຫວຮຸນແຮງທີ່ເກີດຂຶ້ນສອງຄັ້ງຢູ່ເວເນຊູເອລາໃນວັນທີ 24 ມິຖຸນາຜ່ານມານີ້ ໄດ້ເພີ່ມຂຶ້ນເປັນ 5,546 ຄົນ ແລະ ບາດເຈັບ 16,740 ຄົນ.