ຄວາມໝາຍ ແລະຄວາມສຳຄັນຂອງ "ວັນເຂົ້າພັນສາ" ປະເພນີອັນລ້ຳຄ່າຂອງຊາວພຸດ

ວັນເຂົ້າພັນສາ ຖືເປັນວັນສຳຄັນທາງພຸດທະສາສະໜາ ເຊິ່ງໃນປີນີ້ ແມ່ນກົງກັບ ວັນທີ 29 ກໍລະກົດ 2026 (ມື້ຂຶ້ນ 15 ຄ່ຳ ເດືອນ 8 ຫຼັງ, ເນື່ອງຈາກປີນີ້ມີເດືອນ 8 ສອງຫົນ). ໃນວັນດັ່ງກ່າວ, ພຸດທະສາສະນິກະຊົນລາວໃນທົ່ວປະເທດ ຈະພ້ອມກັນນຳພາຄອບຄົວ, ຍາດຕິພີ່ນ້ອງ ເຂົ້າວັດທຳບຸນ, ໃສ່ບາດ, ຖວາຍທຽນພັນສາ ແລະ ຟັງທຳມະເທສະໜາ ເພື່ອສືບສານຮີດຄອງປະເພນີອັນດີງາມຂອງຊາດ.
ຄຳວ່າ "ເຂົ້າພັນສາ" ແປວ່າ ການພັກຝົນ: ໝາຍເຖິງ ພະພິກຂຸສົງ-ສາມະເນນ ຕ້ອງປະຈຳຢູ່ "ວັດໃດວັດໜຶ່ງ" ຕະຫຼອດໄລຍະລະດູຝົນ ເປັນເວລາ 3 ເດືອນ (ຕັ້ງແຕ່ມື້ແຮມ 1 ຄ່ຳ ເດືອນ 8 ຫາ ມື້ຂຶ້ນ 15 ຄ່ຳ ເດືອນ 11). ໃນສະໄໝພຸດທະກາລ, ພະສົງບໍ່ມີບ່ອນຢູ່ປະຈຳ ຕ້ອງຈາຣິກເຜີຍແຜ່ພະທຳຄຳສັ່ງສອນໄປຕາມສະຖານທີ່ຕ່າງໆ. ເມື່ອຮອດລະດູຝົນ, ການເດີນທາງຂອງພະສົງໄດ້ໄປຢຽບຢ່ຳເຂົ້າກ້າ ແລະ ພືດພັນຂອງປະຊາຊົນຈົນເກີດຄວາມເສຍຫາຍ. ພະພຸດທະເຈົ້າຈຶ່ງຊົງວາງພະວິໄນໃຫ້ພະສົງຈຳພັນສາຢູ່ປະຈຳບ່ອນເກົ່າ ເອີ້ນວ່າ "ປຸຣິມະພັນສາ". ແຕ່ຖ້າປີໃດມີເດືອນ 8 ສອງຫົນ (ອະທິກະມາດ) ຄືກັນກັບປີ 2026 ນີ້, ຈະເລື່ອນມາຈຳພັນສາໃນມື້ແຮມ 1 ຄ່ຳ ເດືອນ 8 ຫຼັງ ເອີ້ນວ່າ "ປັດສິມະພັນສາ".
ຂໍ້ຍົກເວັ້ນໃນການຈຳພັນສາ (ສັດຕາຫະກໍຣະນີຍະ): ຫາກພະພິກຂຸສົງມີກິດທຸລະຈຳເປັນ ພະພຸດທະອົງຊົງອະນຸຍາດໃຫ້ໄປແຮມຄືນບ່ອນອື່ນໄດ້ບໍ່ເກີນ 7 ຄືນ ເອີ້ນວ່າ "ສັດຕາຫະ" ໂດຍບໍ່ຖືວ່າພັນສາຂາດ ເຊິ່ງມີ 4 ກໍລະນີ ເຊັ່ນ: ໄປຮັກສາພະຍາບານພິກຂຸ ຫຼື ບິດາມານດາທີ່ເຈັບປ່ວຍ; ໄປລະງັບພິກຂຸ ຫຼື ສາມະເນນ ທີ່ຕ້ອງການຈະສິກ; ໄປເພື່ອກິດທຸລະຂອງຄະນະສົງ ເຊັ່ນ: ການຫາອຸປະກອນມາສ້ອມແປງກຸຕິ; ໄປຕາມທາຍົກນິມົນເພື່ອສະຫຼອງສັດທາໃນການນຳເພັນກຸສົນ.
ທີ່ມາຂອງການຖວາຍ "ຜ້າອາບນ້ຳຝົນ" ແລະ ທຽນພັນສາ: ໂດຍປົກກະຕິ ພະສົງຈະມີພຽງອັດຖະບໍລິຂານປະຈຳຕົວ ເຊັ່ນ: ສະບົງ, ຈີວອນ, ສັງຄາຕິ, ບາດ, ມີດໂກນ, ເຂັມ, ສາຍປະຄົດ ແລະ ໝໍ້ຕອງນ້ຳ. ໃນຊ່ວງຕົ້ນລະດູຝົນ, ພະສົງມັກຖືກຝົນຮຳ, ຊຸດຈີວອນປຽກຊຸ່ມ. ພຸດທະສາສະນິກະຊົນຈຶ່ງນິຍົມຖວາຍ "ຜ້າອາບນ້ຳຝົນ" ເພື່ອໃຫ້ພະສົງໄດ້ຜັດປ່ຽນ ພ້ອມທັງຖວາຍທຽນພັນສາ, ສັງຄະທານ, ເຂົ້າຕົ້ມ-ເຂົ້າປາດ ແລະ ບໍລິຂານທີ່ຈຳເປັນ ເນື່ອງໃນວັນເຂົ້າພັນສາ ຈົນກາຍເປັນວັດທະນະທຳສືບທອດກັນມາ.
ຢ່າງໃດກໍຕາມ ສໍາລັບບຸນເຂົ້າພັນສາປີນີ້ ຂໍເຊີນຊວນພຸດທະສາສະນິກະຊົນ ເຂົ້າວັດທຳບຸນຢ່າງມີວັດທະນະທຳ, ຮັກສາການແຕ່ງກາຍທີ່ຮຽບຮ້ອຍ, ໂດຍສະເພາະແມ່ຍິງຄວນນຸ່ງສິ້ນ, ເບາະແພ ຕາມເອກະລັກວັດທະນະທຳອັນດີງາມຂອງຊາດ.
ຂັດຈາກ: ເມດຕາທັມ ພະລັງບຸນ
ຮຽບຮຽງໂດຍ: ສາວລາວໃຕ້