ຊາວມາເລເຊຍ 74% ໃຊ້ AI ເພື່ອຊ່ວຍເລືອກຊື້ສິນຄ້າ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 21 ກໍລະກົດ ຜ່ານມາວ່າ: Adyen, ແພລັດຟອມເຕັກໂນໂລຊີການເງິນ ຫຼື fintechໄດ້ເປີດເຜີຍຜົນການສຳຫຼວດວ່າ, ປະມານ 74% ຂອງຊາວມາເລເຊຍໃຊ້ປັນຍາປະດິດ (AI) ເພື່ອຊ່ວຍໃນການຕັດສິນໃຈຊື້ສິນຄ້າ, ແຕ່ຍັງມີ52%ທີ່ຍັງຮູ້ສຶກບໍ່ສະບາຍໃຈທີ່ຈະໃຊ້ AI ຊື້ສິນຄ້າໃນນາມຂອງຕົນ.
 
ທ່ານ ລີ ຊຸນຢຽນຜູ້ຈັດການປະຈຳປະເທດມາເລເຊຍຂອງ Adyen ກ່າວວ່າ: ເຖິງແມ່ນAIຈະຖືກນຳໃຊ້ຫຼາຍຂຶ້ນເລື້ອຍໆໃນການຄົ້ນຫາສິນຄ້າ, ການປຽບທຽບຕົວເລືອກແລະ ການໃຫ້ຄຳແນະນຳໃນການຊື້, ແຕ່ການຂາດຄວາມເຊື່ອໝັ້ນຂອງຜູ້ບໍລິໂພກຍັງຄົງເປັນອຸປະສັກອັນໃຫຍ່ຫຼວງທີ່ກີດຂວາງການຍອມຮັບຢ່າງກວ້າງຂວາງຂອງທຸລະກຳທີ່ໃຊ້ AI. ເນື່ອງຈາກຄວາມກັງວົນດ້ານຄວາມປອດໄພ ຊຶ່ງເປັນສິ່ງທີ່ຜູ້ບໍລິໂພກໃຫ້ຄວາມສຳຄັນມາຕັ້ງແຕ່ກ່ອນທີ່AIຈະເຂົ້າມາມີບົດບາດໃນປະສົບການການຊື້ສິນຄ້າ.
 
ທ່ານ ລີກ່າວຕື່ມວ່າ: ນອກຈາກຄວາມປອດໄພຂອງຂໍ້ມູນແລ້ວ, ຄຸນນະພາບຂອງສິນຄ້າ, ຄວາມພໍໃຈຂອງລູກຄ້າແລະ ການບໍລິການຫຼັງການຂາຍລ້ວນແຕ່ຊ່ວຍສ້າງຄວາມຮູ້ສຶກໝັ້ນໃຈໃນດ້ານຄວາມປອດໄພ.
 
ໃນຂະນະດຽວກັນ, ຄວາມປອດໄພຂອງລະບົບການຊຳລະເງິນມີບົດບາດສຳຄັນໃນການສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ບໍລິໂພກ. ໂດຍຜົນການສຳຫຼວດພົບວ່າ 59% ຂອງຜູ້ບໍລິໂພກເຊື່ອວ່າຄວາມຜິດພາດໃນການຊຳລະເງິນສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ພາບລັກຂອງຍີ່ຫໍ້, ໃນຂະນະທີ່ຜູ້ຕອບແບບສອບຖາມ26% ລະບຸວ່າຈະຍົກເລີກການຊື້ ແລະ ບໍ່ກັບມາໃຊ້ບໍລິການຮ້ານຄ້າດັ່ງກ່າວອີກ ຫາກພົບບັນຫາໃນການຊຳລະເງິນ.