6 ເດືອນຕົ້ນປີ ດ່ານສາກົນພູເກືອ ຍາດໄດ້ຜົນງານພົນເດັ່ນຫຼາຍດ້ານ

ດ່ານສາກົນພູເກືອ ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2026 ຂຶ້ນໃນວັນທີ 22 ກໍລະກົດຜ່ານມາ, ທີ່ຫ້ອງປະຊຸມຂອງດ່ານດັ່ງກ່າວ, ໂດຍການເປັນປະທານຂອງທ່ານ ສີອຸດົມ ອາລົມຈິດ ກໍາມະການພັກແຂວງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນພູເກືອ, ມີຄະນະຄຸ້ມຄອງດ່ານ, ແຂກຖືກເຊີນ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
 
ທ່ານ ຄໍາໄພ ຄໍາພິລາວົງ ຮອງຫົວໜ້າຄະນະຄຸ້ມຄອງດ່ານ ໄດ້ລາຍງານໃຫ້ຮູ້ວ່າ: ຕະຫຼອດໄລຍະ 6 ເດືອນຜ່ານມາ, ຄະນະຄຸ້ມຄອງດ່ານສາກົນພູເກືອ ໄດ້ໃຫ້ຄວາມສຳຄັນຕໍ່ວຽກງານການເມືອງ-ແນວຄິດ, ການເຜີຍແຜ່ນິຕິກຳ ແລະ ລະບຽບກົດໝາຍໃຫ້ພະນັກງານ ຄວບຄູ່ກັບການຊີ້ນຳວຽກງານວິຊາສະເພາະຂອງແຕ່ລະຂະແໜງຢ່າງເປັນລະບົບ, ເອົາໃຈໃສ່ອຳນວຍຄວາມສະດວກໃນການຜ່ານແດນ, ກວດກາພາຫະນະ ແລະ ສິນຄ້າເຂົ້າ-ອອກຢ່າງເຂັ້ມງວດ ເພື່ອປ້ອງກັນການລັກລອບຂົນສົ່ງສິນຄ້າຜິດກົດໝາຍ ແລະ ສິນຄ້າຕ້ອງຫ້າມ, ຜົນການດຳເນີນງານຂອງຫ້ອງການບໍລິຫານພົວພັນຊາຍແດນ-ກົງສູນ ສາມາດປະກອບເອກະສານນຳເຂົ້າ-ສົ່ງອອກສິນຄ້າໄດ້ທັງໝົດ 2,567 ຊຸດ, ໃນນັ້ນ ນຳເຂົ້າ 525 ຊຸດ ມູນຄ່າ 21 ລ້ານກວ່າໂດລາ ແລະ ສົ່ງອອກ 2,042 ຊຸດ ມູນຄ່າ 133 ກວ່າລ້ານໂດລາ. ສຳລັບວຽກງານກວດຄົນເຂົ້າ-ອອກເມືອງ ໄດ້ອຳນວຍຄວາມສະດວກໃຫ້ຜູ້ໂດຍ ສານ, ນັກທ່ອງທ່ຽວ ແລະ ຜູ້ປະກອບການຢ່າງວ່ອງໄວ. ໃນ 6 ເດືອນຕົ້ນປີ ມີຄົນເຂົ້າ-ອອກເມືອງລວມ 123,333 ຄົນ, ໃນນັ້ນເຂົ້າເມືອງ 61,919 ຄົນ, ອອກເມືອງ 61,414 ຄົນ, ພາຫະນະເຂົ້າ-ອອກມີທັງໝົດ 58,550 ຄັນ, ໃນ 6 ເດືອນຕົ້ນປີ ເກັບລາຍຮັບໄດ້ 151 ຕື້ກວ່າກີບ, ເທົ່າກັບ 52.30% ຂອງແຜນປີ, ເກີນແຜນ 6 ເດືອນຕົ້ນປີ 104.60% ແລະ ສູງກວ່າໄລຍະດຽວກັນຂອງປີຜ່ານມາ 29.46%, ການນຳເຂົ້າພືດມີ 593 ຄັ້ງ ມູນຄ່າກວ່າ 12 ລ້ານກວ່າໂດລາ, ສ່ວນການສົ່ງອອກພືດ ແລະ ຜະລິດຕະພັນກະສິກຳມີ 1,905 ຄັ້ງ ມູນຄ່າກວ່າ 287 ລ້ານກວ່າໂດລາ. ຂະນະດຽວກັນ, ການກວດກາສັດຕະວະແພດ, ການຄວບຄຸມອາຫານ ແລະ ຢາ, ການກວດຄຸນນະພາບນ້ຳມັນ ລວມເຖິງວຽກງານອາກອນລ້ວນບັນລຸຜົນດີ ໂດຍລາຍຮັບອາກອນຜ່ານດ່ານສາມາດເກັບໄດ້ 282 ກວ່າລ້ານກີບ ຫຼື 188% ຂອງແຜນປີ.
 
ກອງປະຊຸມຍັງໄດ້ກຳນົດທິດທາງໃນ 6 ເດືອນທ້າຍປີ 2026 ໂດຍສືບຕໍ່ຍົກສູງຄຸນນະພາບການບໍລິການຜ່ານແດນ, ເພີ່ມທະວີການປະສານງານລະຫວ່າງຂະແໜງການ, ເຂັ້ມງວດການກວດກາສິນຄ້າ ແລະ ພາຫະນະເຂົ້າ-ອອກ, ປ້ອງກັນການລັກລອບຄ້າຂາຍຜິດກົດໝາຍ ພ້ອມທັງສຸມໃສ່ປະຕິບັດແຜນລາຍຮັບ ແລະ ວຽກງານວິຊາສະເພາະໃຫ້ບັນລຸຄາດໝາຍທີ່ວາງໄວ້.
ຂ່າວ: ນາງ ມະນີວອນ