ສະຖາບັນກິລາ-ກາຍຍະກຳ ສຳເລັດການຝຶກອົບຮົມສ້າງຄວາມເຂັ້ມແຂງວຽກງານໂຄສະນາຂ່າວສານ ໃຫ້ພະນັກງານ

ສະຖາບັນກິລາ-ກາຍຍະກຳ (ສບກ) ໄດ້ຈັດພິທີປິດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງວຽກງານໂຄສະນາຂ່າວສານ ໃຫ້ແກ່ພະນັກງານ ແລະ ຄູ-ອາຈານ ທີ່ຮັບຜິດຊອບວຽກງານຂ່າວສານພາຍໃນສະຖາບັນ ໃນລະຫວ່າງວັນທີ 21-24 ກໍລະກົດ 2026 ທີ່ຫ້ອງປະຊຸມສະຖາບັນກິລາ-ກາຍຍະກຳ, ໃຫ້ກຽດເຂົ້າຮ່ວມ ແລະ ມອບໃບຢັ້ງຢືນໂດຍ ທ່ານ ກິ່ງລັດຕະນະ ທອງສະໝຸດ ວ່າການແທນຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ, ມີ ທ່ານ ກັນຍາເພັດ ພັນດານຸວົງ ຮັກສາການຫົວໜ້າພາກວິຊາກິລາ-ກາຍຍະກຳ ທັງເປັນຄະນະຮັບຜິດຊອບກອງປະຊຸມ ແລະ ທ່ານ ຈັນທະຄາດ ອິນທະດາລິນ ຮັກສາການຫົວໜ້າຂະແໜງວາລະສານ ແລະ ໜັງສືພິມ, ພະແນກໂຄສະນາຂ່າວສານ ຫ້ອງການກະຊວງສຶກສາທິການ ແລະ ກິລາ ທັງເປັນຄະນະນຳພາວິທະຍາກອນ ພ້ອມດ້ວຍຄະນະຮັບຜິດຊອບ, ວິທະຍາກອນ, ພະນັກງານ ແລະ ຄູ-ອາຈານທີ່ຮັບຜິດຊອບວຽກງານໂຄສະນາຂ່າວສານ ຈາກພາກສ່ວນຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ຄະນະຮັບຜິດຊອບຈັດກອງປະຊຸມໄດ້ລາຍງານໃຫ້ຮູ້ວ່າ: ການຝຶກອົບຮົມໃນຄັ້ງນີ້ເນັ້ນໃສ່ການຮຽນຮູ້ແບບຄົບວົງຈອນ ແລະ ການລົງມືປະຕິບັດຕົວຈິງ. ຜູ້ເຂົ້າຮ່ວມໄດ້ຄົ້ນຄວ້າ ແລະ ເພີ່ມທັກສະໃນ 5 ດ້ານຫຼັກ ໄດ້ແກ່: ການຂຽນຂ່າວສື່ມວນຊົນ: ການວິເຄາະຂໍ້ມູນ, ການຈັບປະເດັນ, ການຂຽນຫົວຂໍ້ຂ່າວ (Headline) ໃຫ້ເຂົ້າເຖິງຜູ້ອ່ານ ແລະ ການຂຽນວັກນຳ (Lead) ຕາມຫຼັກການ 5W1H; ການນຳໃຊ້ AI ເປັນຜູ້ຊ່ວຍ: ການປະຍຸກໃຊ້ Gemini AI ໃນການຮ່າງໂຄງຮ່າງ, ຂັດຈ້ອນຂໍ້ມູນ ແລະ ເພີ່ມຄວາມໄວໃນການຜະລິດເນື້ອຫາຂ່າວ; ການຖ່າຍພາບເຄື່ອນໄຫວ: ເຕັກນິກການຖ່າຍພາບນິ້ງ ແລະ ພາບວິດີໂອກິລາ ແລະ ກິດຈະກຳຕ່າງໆ ດ້ວຍໂທລະສັບມືຖື ແລະ ກ້ອງ; ການຕັດຕໍ່ວິດີໂອ: ການນຳໃຊ້ແອັບພລິເຄຊັນ CapCut ເພື່ອຕັດຕໍ່, ຈັດການລະບົບສຽງ ແລະ ໃສ່ຄຳບັນຍາຍຢ່າງເປັນລະບົບ; ການຜະລິດສື່ຕົວຈິງ: ຂະບວນການຜະລິດວິດີໂອຂ່າວ ແລະ ບົດຂ່າວຕົວຈິງ ທີ່ສົມບູນ. ຜ່ານການຝຶກອົບຮົມເຫັນວ່າ ຜູ້ເຂົ້າຮ່ວມສາມາດປະຍຸກໃຊ້ເຄື່ອງມືທີ່ເຂົ້າເຖິງງ່າຍ ເຊັ່ນ: ສະມາດໂຟນ, ແອັບ CapCut ແລະ Gemini AI ເພື່ອຜະລິດຂ່າວໄດ້ຢ່າງວ່ອງໄວ, ມີຄຸນນະພາບ ແລະ ປະຢັດຕົ້ນທຶນ. ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ຖອດຖອນບົດຮຽນວ່າ ເຖິງແມ່ນວ່າ AI ຈະເປັນເຄື່ອງມືເສີມທີ່ດີ, ແຕ່ຄວາມຖືກຕ້ອງ, ຄວາມຊັດເຈນ ແລະ ຈັນຍາບັນຂອງຂ່າວ ແມ່ນຍັງຕ້ອງອາໄສມະນຸດເປັນຜູ້ກວດກາ ແລະ ຕັດສິນໃຈ.

ສະນັ້ນ, ເພື່ອສືບຕໍ່ຍົກລະດັບວຽກງານສື່ສານຂອງສະຖາບັນໃຫ້ມີປະສິດທິພາບຍິ່ງຂຶ້ນ, ຄະນະຮັບຜິດຊອບໄດ້ສະເໜີໃຫ້ມີການຕິດຕາມ-ປະເມີນຜົນ ແລະ ຈັດຝຶກອົບຮົມຂັ້ນຍົກລະດັບໃນໄລຍະ 3-6 ເດືອນຂ້າງໜ້າ, ການສ້າງຄູ່ມືຄົ້ນຄວ້າພາຍໃນ, ພ້ອມທັງສະເໜີໃຫ້ຈັດຫາອຸປະກອນ ເຊັ່ນ: ກ້ອງຖ່າຍຮູບ, ໄມໂຄຣໂຟນໄຮ້ສາຍ ແລະ ຂາຕັ້ງກ້ອງ ເພື່ອເພີ່ມຄຸນນະພາບການຜະລິດສື່ໃຫ້ມີຄວາມເປັນມືອາຊີບຍິ່ງຂຶ້ນ.

ໃນໂອກາດນີ້, ທ່ານ ກິ່ງລັດຕະນະ ທອງສະໝຸດ ປະທານກອງປະຊຸມ ໄດ້ມີຄຳເຫັນກ່າວປິດຊຸດຝຶກອົບຮົມ ໂດຍໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງການຝຶກອົບຮົມຕະຫຼອດ 4 ວັນທີ່ຜ່ານມາ ເຊິ່ງພະນັກງານ ແລະ ຄູ-ອາຈານ ໄດ້ຍົກລະດັບຄວາມຮູ້-ຄວາມສາມາດ ເຂົ້າໃນວຽກງານຂ່າວສານ, ການຂຽນຂ່າວ, ການໂພດຂ່າວ ແລະ ການຈັດລຽງຂໍ້ມູນໄດ້ຢ່າງຮຽບຮ້ອຍ ທັງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ. ພ້ອມນີ້, ທ່ານຍັງໄດ້ເນັ້ນໜັກບາງປະເດັນສຳຄັນ ຫຼັງສຳເລັດການຝຶກອົບຮົມ ໂດຍໃຫ້ຄູ-ອາຈານ ແລະ ຄະນະຮັບຜິດຊອບ ເພີ່ມທະວີການເອົາໃຈໃສ່ຕໍ່ວຽກງານຂ່າວສານໃຫ້ຫຼາຍຂຶ້ນ; ຂໍ້ສະເໜີດ້ານອຸປະກອນຮັບໃຊ້ການຂຽນຂ່າວ ແລະ ຜະລິດສື່ ແມ່ນໃຫ້ພາກສ່ວນກ່ຽວຂ້ອງຄົ້ນຄວ້າ ແລະ ສະເໜີຕາມຂັ້ນຕອນ; ການນຳໃຊ້ຄວາມຮູ້ເຂົ້າໃນວຽກງານຕົວຈິງ, ໂດຍສະເພາະກ່ອນການໂພດ ຫຼື ເຜີຍແຜ່ຂ່າວສານ-ກິດຈະກຳຕ່າງໆ ຕ້ອງໄດ້ຜ່ານການກວດແກ້ຈາກບັນນາທິການກ່ອນ ເພື່ອໃຫ້ເນື້ອໃນຄົບຖ້ວນ ແລະ ຮູບພາບມີຄວາມຊັດເຈນ-ສວຍງາມ.

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
ພາບໂດຍ: ສົງການ ພັນແພງດີ