
ພິທີລົງນາມ ວ່າດ້ວຍການສໍາປະທານເນື້ອທີ່ດິນ 5.600 ຕາແມັດ ເພື່ອພັດທະນາໂຄງການກໍ່ສ້າງໂຮງແຮມ ແລະໂຄງການບໍລິການດ້ານການທ່ອງທ່ຽວລະຫວ່າງ ຄະນະກໍາມະການປົກຄອງແຂວງ ຄໍາມ່ວນ ແລະ ບໍລິສັດ ສຸກສົມບູນກໍ່ສ້າງ ຈຳກັດຜູ້ດຽວ ຈັດຂຶ້ນໃນວັນທີ 23 ກໍລະກົດ 2026 ທີ່ຫ້ອງການຄະນະກຳມະການຄຸ້ມຄອງ ແລະ ສົ່ງເສີມການລົງທືນແຂວງຄຳມ່ວນ ຕາງໜ້າລົງນາມໂດຍ ທ່ານ ພາກອນ ແກ້ວມະນີ ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງ ແລະສົ່ງເສີມການລົງທຶນແຂວງຄຳມ່ວນ ແລະທ່ານ ນາງ ລັດດາວັນ ສຸກສົມບູນ ປະທານ ບໍລິສັດ ສຸກສົມບູນ ກໍ່ສ້າງຈຳກັດຜູ້ດຽວ, ມີທ່ານ ໜັ້ນຍືນ ຄີນສະໜອນ ຮອງປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍພະແນກການ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຕາມສັນຍາໂຄງການປະກອບມີການສໍາປະທານເນື້ອທີ່ດິນ 3.000 ຕາແມັດ ຢູ່ເຂດບ້ານນາໂບ ເພື່ອພັດທະນາໂຄງການກໍ່ສ້າງໂຮງແຮມ ແລະ ອີກ 2.600 ຕາແມັດ ຢູ່ເຂດບ້ານເລົ່າ ເມືອງທ່າແຂກ ເພື່ອພັດທະນາສິ່ງອໍານວຍຄວາມສະດວກ ດ້ານການບໍລິການ ແລະ ສ້າງຈຸດຜັກຜ່ອນເຊັ່ນ: ການບໍລິການຮ້ານກາເຟເຮືອນຊົງຝຣັ່ງ, ບໍລິການຫໍສະໝຸດ ແລະ ຮ້ານບິງຊູ ແນໃສ່ຮອງຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.
ສັນຍາສຳປະທານມີອາຍຸ 50 ປີ ແລະຄາດວ່າໂຄງການດັ່ງກ່າວຈະຊ່ວຍຍົກລະດັບພູມສັນຖານການທ່ອງທ່ຽວຂອງເມືອງທ່າແຂກ, ເພີ່ມທາງເລືອກດ້ານການບໍລິການ ພ້ອມທັງສ້າງວຽກເຮັດງານທຳ ແລະສ້າງລາຍຮັບໃຫ້ແກ່ປະຊາຊົນໃນທ້ອງຖິ່ນ.
ຂ່າວ: ມະນີວັນ