.

ປະທານປະເທດ ລົງຊຸກຍູ້ ຊີ້ນຳ ແຫຼ່ງທ່ອງທ່ຽວ ຂົວສີຟ້າ, ຖ້ຳນອນ ແລະ ຖ້ຳນາງຟ້າ" ສູ່ແຫຼ່ງທ່ອງທ່ຽວລະດັບສາກົນ ຄຽງຄູ່ກັບການອະນຸລັກທຳມະຊາດ
.
ໃນວັນທີ 21 ກໍລະກົດ 2026 ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງວັງວຽງ ແຂວງວຽງຈັນ ໂດຍໄດ້ໂອ້ລົມພະນັກງານຫຼັກແຫຼ່ງ ຂອງແຂວງວຽງຈັນ ໂດຍການໃຫ້ກຽດຕ້ອນຮັບໂດຍ ສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງວຽງຈັນ ພ້ອມດ້ວຍຄະນະນຳຂອງແຂວງ ແລະ ເມືອງວັງວຽງ ໃຫ້ກຽດເຂົ້າຮ່ວມ .
ໃນໂອກາດໂອ້ລົມ ສະຫາຍປະທານປະເທດໄດ້ເນັ້ນໃຫ້ການນຳແຂວງວຽງຈັນ ກໍຄື ເມືອງວັງວຽງເອົາໃຈໃສ່ໃນການພັດທະນາເມືອງວັງວຽງໃຫ້ກາຍເປັນເມືອງທ່ອງທ່ຽວທີ່ມີຄຸນນະພາບໂດຍສະເພາະແຫຼ່ງທ່ອງທ່ຽວ ຂົວສີຟ້າ, ຖ້ຳນອນ ແລະ ຖ້ຳນາງຟ້າ ທັນສະໄໝ ແລະ ໄດ້ມາດຕະຖານລະດັບສາກົນ.
ທິດຊີ້ນຳສຳຄັນຂອງ ສະຫາຍ ທອງລຸນ ສີສຸລິດ ໄດ້ເນັ້ນ 3 ຈຸດສຳຄັນຄື 1. ສຸມໃສ່ການວາງຜັງເມືອງໃຫ້ເປັນລະບຽບຮຽບຮ້ອຍ ຍົກລະດັບພື້ນຖານໂຄ່ງລ່າງ ແລະ ການບໍລິການທ່ອງທ່ຽວໃຫ້ຫຼາກຫຼາຍ 2.ພັດທະນາ ຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ ທຳມະຊາດທີ່ສວຍງາມ ແລະ ວັດທະນະທຳອັນດີງາມຂອງທ້ອງຖິ່ນ ເພື່ອບໍ່ໃຫ້ທຳລາຍສະເໜ່ເດີມຂອງວັງວຽງ 3. ຊຸກຍູ້ໃຫ້ປະຊາຊົນທ້ອງຖິ່ນມີສ່ວນຮ່ວມໃນຕ່ອງໂສ້ງການທ່ອງທ່ຽວ ແລະ ເຮັດກະສິກຳສະອາດ ເພື່ອສະໜອງໃຫ້ແກ່ການທ່ອງທ່ຽວ ສ້າງງານ ແລະ ເພີ່ມລາຍໄດ້ຢ່າງຍືນຍົງ.
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ຄະນະການນຳຂັ້ນສູງ.ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ ແຫຼ່ງທ່ອງທ່ຽວ ຂົວສີຟ້າ, ຖ້ຳນອນ ແລະ ຖ້ຳນາງຟ້າ ຮູ້ສຶກເປັນກຽດ ແລະ ພາກພູມໃຈຢ່າງຍິ່ງ ທີ່ໄດ້ຮັບຄວາມໄວ້ວາງໃຈ ໃຫ້ເປັນສະຖານທີ່ຕ້ອນຮັບ ແລະ ການບໍລິການດ້ານອາຫານ.
ໂອກາດດັ່ງກ່າວ ທ່ານ ບຸນພັນ ວົງສຳພັນ ປະທານ ບໍລິສັດ ທ່ອງທ່ຽວ ວັນເດີຟູນລາວ ຈຳກັດຜູ້ດຽວ ປະທານນັກທຸລະກິດໜຸ່ມເມືອງວັງວຽງ ແຂວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວພວກເຮົາ ວ່າ: ບໍລິສັດທ່ອງທ່ຽວ ວັນເດີຟູນລາວ ຈຳກັດຜູ້ດຽວ ໄດ້ເລີ່ມເຂົ້າມາພັດທະນາສະຖານທ່ອງທ່ຽວ ຖໍ້ານອນ ແລະ ຖໍ້ານາງຟ້າ ວັງວຽງ ໃນປີ 2014 ຊຶ່ງໃນເບື້ອງຕົ້ນໄດ້ເຮັດກິດຈະກຳ ຂີ່ສະລິງໃຫ້ແກ່ນັກທ່ອງທ່ຽວ, ຈາກນັ້ນໄດ້ມາຊື້ດິນນຳປະຊາຊົນຈຳນວນໜຶ່ງ (ປີ 2015-2016) ແລະ ໄດ້ມີການພັດທະນາເນື້ອທີ່ດິນດັ່ງກ່າວເພີ່ມອີກ,ມາໃນປີ 2018 ໄດ້ສ້າງເສັ້ນທາງ ແລະ ສ້າງຂົວຂ້າມນໍ້າຊອງໄປຫາຈຸດທ່ອງທ່ຽວ, ປີ 2018 ຂ້າພະເຈົ້າໄດ້ໄປຝຶກອົບຮົມເລື່ອງມໍລະດົກໂລກສິ່ງແວດລ້ອມ ຢູ່ປະເທດ ສ ເກົາຫຼີ, ໃນຂະນະທີ່ເຂົ້າຮ່ວມຝຶກອົບຮົມໄດ້ເຫັນຖໍ້າຈຳລອງ ຂ້າພະເຈົ້າໄດ້ເກີດມີແນວຄິດຢາກພັດທະນາກ່ຽວກັບເລື່ອງຖໍ້າ, ສະນັ້ນ ຈຶ່ງໄດ້ມາພັດທະນາແຫຼ່ງທ່ອງທ່ຽວ ຖໍ້ານອນ ແລະ ຖໍ້ານາງຟ້າວັງວຽງ ຊຶ່ງເຫັນວ່າໃນຈຸດນີ້ແມ່ນມີຄວາມເໝາະສົມ ໂດຍສະເພາະໃນຍາມກາງຄືນອາກາດຈະເຢັນດີ,ສຳລັບຖໍ້າ ນາງຟ້າ ຈະມີທາງເຂົ້າ ແລະ ມີທາງອອກ ຊຶ່ງທາງດ້ານໃນຂອງຖໍ້ານາງຟ້າຈະມີຈຸດພິເສດມີຮູບຫີນຍ້ອຍຜູ້ຍິງຄືກັບນາງຟ້າ, ຮູບຄ້າຍຄືກັບໂຕເຕົ່າ, ໂຕຊ້າງ, ໂຕໝູ, ຫີນຍ້ອຍທີ່ມີຄວາມສວຍງາມທີ່ທຳມະຊາດສ້າງຂຶ້ນມາ ເຫັນແລ້ວເປັນຕາງຶດງໍ້ອັດສະຈັນ ແລະ ຖໍ້າດັ່ງກ່າວຍັງເປັນບ່ອນສັກກາລະບູຊາ ແລະ ມາຂໍພອນຕ່າງໆຂອງມວນຊົນທີ່ມີຄວາມເຊື່ອຖືຕື່ມອີກ.
ທ່ານໃຫ້ຮູ້ຕື່ມວ່າ: ໃນປີ 2014, ກິດຈະກຳໃນສະຖານທີ່ທ່ອງທ່ຽວແຫ່ງນີ້ ແມ່ນມີແຕ່ກິດຈະກຳຂີ່ສະລິງ, ໃນໄລຍະນັ້ນໂດຍສະເພາະໃນຍາມຝົນແມ່ນມີຄວາມຫຍຸ້ງຍາກລຳບາກໃຫ້ກັບນັກທ່ອງທ່ຽວໃນການຂ້າມນໍ້າ, ສະນັ້ນ ຈຶ່ງໄດ້ສ້າງຂົວ, ສ້າງຮ້ານອາຫານ ແລະ ໄດ້ພັດທະນາຖໍ້ານອນ ເພື່ອໃຫ້ນັກທ່ອງທ່ຽວ ສາມາດຂີ່ກົງເບັງເຂົ້າໄປດ້ານໃນຂອງຖໍ້າໄດ້ ແລະ ຍ່າງໄປມາໄດ້ຢ່າງສະດວກສະບາຍ, ໃນນັ້ນໄດ້ພັດທະນາຈຸດດັ່ງກ່າວ ອອກເປັນເຂດ ໂດຍສະເພາະທາງດ້ານຫຼັງຈະເປັນສະລອຍນໍ້າ ແລະ ໄດ້ພັດທະນາດ້ານສິ່ງແວດລ້ອມສີຂຽວທີ່ມີສະໂລແກນວ່າ: ຄົນຍຸກໃໝ່ໃຈໃສສິ່ງແວດລ້ອມ, ສິ່ງແວດລ້ອມຄືລົມຫາຍໃຈ,ເພື່ອແນໃສ່ໃຫ້ນັກທ່ອງທ່ຽວທີ່ເຂົ້າມາທ່ອງທ່ຽວໄດ້ເຫັນທຳມະຊາດສີຂຽວ ແລະ ເຫັນຄວາມສວຍສົດງົດງາມຂອງທຳມະຊາດທີ່ເຕັມໄປດ້ວຍຊີວະນາໆພັນທີ່ອຸດົມດົມສົມບູນ ແລະ ຫຼາກຫຼາຍ. ໃນນັ້ນການເປີດເພງກໍບໍ່ໃຫ້ມີສຽງດັງທີ່ຈະເປັນການລົບກວນນັກທ່ອງທ່ຽວ, ມີການບໍລິການນັກທອງທ່ຽວລ່ອງເຮືອກາຍັກ ແລະ ຂີ່ກົງເບັງ, ໃນນັ້ນນັກທ່ອງທ່ຽວສາມາດເອົາລົດມາຈອດໃນສະຖານທີ່ທ່ອງທ່ຽວ ແລະ ເຮັດກິດຈະກຳຕ່າງໆຕາມລໍາແມ່ນໍ້າຊອງໄດ້ແບບສະບາຍ.
ທ່ານໃຫ້ຮູ້ຕື່ມວ່າ: ຈາກການພັດທະນາເສັ້ນທາງ, ຕິດຕັ້ງໄຟໂຊລາເຊວຕາມເສັ້ນທາງ ແລະ ສ້າງຂົວສີຟ້າເຂົ້າມາຫາຈຸດທ່ອງທ່ຽວ, ສະນັ້ນຈຶ່ງເຮັດໃຫ້ຕອນກາງຄືນສາມາດໄປ-ມາໄດ້ຢ່າງສະດວກ, ສະບາຍ, ໃນນັ້ນໄດ້ໃຊ້ລະບົບເຕັກໂນໂລຊີເຂົ້າມານຳໃຊ້ໃນການສັ່ງອາຫານ ແລະ ການເຂົ້າ-ອອກຈຸດທ່ອງທ່ຽວກໍໄດ້ນໍາໃຊ້ລະບົບບາໂຄດທຸກໆຈຸດ ເພື່ອໃຫ້ມີຄວາມສະດວກສະບາຍ ແລະ ມີຄວາມຍຸຕິທຳໃຫ້ແກ່ກັບນັກທ່ອງທ່ຽວ, ນັກທ່ອງທ່ຽວທີ່ໃຫ້ຄວາມສົນໃຈເຂົ້າມາທ່ອງທ່ຽວໃນປັດຈຸບັນແມ່ນມາຈາກ ສ ເກົາຫຼີ, ໄທ, ເອີຣົບ ແລະ ນັກທ່ອງທ່ຽວພາຍໃນປະເທດ, ສ່ວນອາຫານແມ່ນມີ ອາຫານລາວ, ໄທ ແລະ ເອີຣົບ, ມີພໍ່ຄົວທີ່ໄດ້ຜ່ານການຝຶກອົບຮົມໃນລະດັບໂຮງແຮມ 5 ດາວ, ໃນຂະນະດຽວກັນຮ້ານອາຫານສາມາດຮອງຮັບແຂກໄດ້ປະມານ 1,000 ຄົນ, ມີຈູດຊົມວິວຍ່າງເສັ້ນທາງຍາວ560ແມັດສູງ300ແມັດ,ເປິດບໍລິການບໍໄດ້ເກັບເງີນ ນອກນີ້ມີລອງເຮືອກາຍລົງຕາມແມ່ນ້ຳຊອງ ຮ້ານເຄເຟແລະ ອື່ນໆ ເພື່ອສ້າງຄວາມສະດວກສະບາຍທຸກຢ່າງໃຫ້ກັບແຂກພາຍໃນ ແລະ ຕ່າງປະເທດ ທີ່ຈະເຂົ້າມາທ່ອງທ່ຽວ ແລະ ພັກເຊົາຢູ່ສະຖານທີ່ທ່ອງທ່ຽວແຫ່ງນີ້ໄດ້ຢ່າງສະດວກສະບາຍ
ພິເສດໄລຍະນີ້ທາງສະຖານທີ່ທ່ອງທ່ຽວ ເພິ່ນຈັດໂປຣພິເສດ ເຂົ້າຊົມຟຮີຮອດເດືອນກັນຍບາ 2026
ຂ່າວ ບຸນນິກ ມະນີ