ສ.ອາເມລິກາ-ອີຣານ ພວມເຮັດໃຫ້ໂລກ ມີຄວາມບໍ່ສະຫງົບຫລາຍຂຶ້ນ

ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 22 ກໍ​ລະ​ກົດ​ນີ້, ທ່ານ ສະ​ເຕ​ຟານ ດູ​ຈາ​ຣິກ ໂຄ​ສົກ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ ສະ​ຫະ​ປະ​ຊາ​ຊາດ ​ໄດ້​ແຈ້ງ​ໃຫ້​ຮູ້​ ໃນ​ກອງ​ປະ​ຊຸມ​ ຖະ​ແຫລງ​ຂ່າວ ​ປະ​ຈຳ​ວັນ​ວ່າ: ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ທີ່​ເກີດ​ຂຶ້ນ ​ຫລັງ​ຈາກ​ ສ.ອາ​ເມ​ລິກາ ແລະ​ ອີ​ຣານ​ ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້​າ​ໃຈ ໄດ້​ດຳ​ເນີນ​ມາ​ຫລາຍ​ວັນ​ແລ້ວ, ການ​ປະ​ທະ​ກັນ​ດັ່ງ​ກ່າວ​ ມີ​ຄວາມ​ສ່ຽງ​ ຈະ​ຂະ​ຫຍາຍກວ້າງ​ ອອກ​ຕື່ມ​ອີກ ແລະ ກຳ​ລັງ​ສົ່ງ​ຜົນ​ກະ​ທົບ​ຕໍ່​ ຄວາມ​ໝັ້ນ​ຄົງ,​ ລາ​ຄາ​ພະ​ລັງ​ງານ ໃນ​ພາກພື້ນ ກໍ​ຄື ເສດ​ຖະ​ກິດ​ ການ​ຄ້າ​ໂລກ. ອົງ​ການ ​ສະ​ຫະ​ປະ​ຊ​າ​ຊາດ ​ຮຽກ​ຮ້ອງ​ອີກ​ຄັ້ງ​ ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ ​ຈົ່ງ​ຍຸດ​ຕິ​ການ​ຍົກ​ລະ​ດັບ​ການ​ເຄື່ອນ​ໄຫວ ​ທາງ​ການ​ທະ​ຫານ ແລະ ກັບ​ຄືນ​ສູ່​ ເສັ້ນ​ທາງ​ແກ້​ໄຂ​ ບັນ​ຫາ​ດ້ວຍ​ວິ​ທີ​ ທາງ​ການ​ທູດ​ຄືນ​ໃໝ່. ຈາກນັ້ນ ທ່ານ ດູ​ຈາ​ຣິກ​ ​ກ່າວ​ຕື່ມ​ວ່າ: ການ​ໃຊ້​ຈ່າຍ​ ດ້ານການ​ທະ​ຫານ​ທົ່ວ​ໂລກ​ ໃນ​ປັດ​ຈຸ​ບັນ​ແມ່ນ​ຫລາຍ​ເກີນ​ໄປ, ກ່ອນ​ໜ້າ​ນີ້, ທ່ານ​ ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່ ອົງ​ການ​ ສະ​ຫະ​ປະ​ຊ​າ​ຊາດ​ ໄດ້​ຮຽກ​ຮ້ອງມາ​ຫລາຍ​ເທື່ອ​ແລ້ວ​ວ່າ ​ຈົ່ງ​ຈັດ​ເອົາ​ຊັບ​ພະ​ຍາ​ກອນ ​ຫລາຍກວ່າ​ເກົ່າ ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ ແລະ​ ພາ​ລະ​ກິດ​ ມະ​ນຸດ​ສະ​ທຳ ແຕ່​ບໍ່​ແມ່ນ​ສືບ​ຕໍ່​ ເພີ່ມ​ລາຍ​ຈ່າຍ ​ທາງ​ການ​ທະ​ຫານ​ ໃຫ້​ຫລາຍ​ຂຶ້ນກວ່າ​ເກົ່າ.
ໂດຍ: ສະໄຫວ ລາດປາກດີ