ສ​ປ​ຊ ກ່າວ​ເຕືອນ​ຄວາມ​ຄືບ​ໜ້າ​ທີ່​ບໍ່​ສະ​ໝ່ຳ​ສະ​ເໝີ​ໃນການ​ຕໍ່​ສູ້​ຕ້ານ​ໄພ​ອຶດ​ຫິວ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 22 ກໍລະກົດ ຜ່ານມາວ່າ: ບົດ​ລາຍ​ງານ​ປະ​ຈຳ​ປີ​ຂອງ ສ​ປ​ຊ ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອ​າ​ຫານ ແລະ ສານ​ອາ​ຫານ​ ໄດ້​ຊີ້​ໃຫ້​ເຫັນ​ວ່າ, ໂລກ​ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ຈຳ​ນວນ​ໜຶ່ງ​ໃນ​ການ​ຍູ້​ຖອຍ​ໄພ​ອຶດ​ຫິວ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ແຕ່​ໝາກ​ຜົນ​ລະ​ຫວ່າງ​ບັນ​ດາ​ພາກ​ພື້ນ​ແມ່ນ​ບໍ່​ສະ​ໝ່ຳ​ສະ​ເໝີ​ກັນ. ທ່ານ ດວິດ ລາບອຣດຜູ້​ອຳ​ນວຍ​ການ​ຄະ​ນະ​ເສດ​ຖະ​ກິດ​ກະ​ສິ​ກຳ ແລະ ສະ​ບຽງ​ອາ​ຫານ​ ທີ່ຂຶ້ນ​ກັບ ອົງ​ການອາ​ຫານ ແລະ ການ​ກະ​ເສດ​ແຫ່ງ ສ​ປ​ຊ (FAO) ໃຫ້​ຂໍ້​ສັ​ງ​ເກດ​ວ່າ “ຈຸດ​ໃຈ​ກາງ​ຂອງ​ໄພ​ອຶດ​ຫິວ ໄດ້​ຫັນ​ປ່ຽນ​ຈາກ​ທະ​ວີບອາ​ຊີ ໄປ​ສູ່ ອາ​ຟຣິ​ກາ​ແລ້ວ.
 
ບົດ​ລາຍ​ງານ​ຂອງ FAO ​ສົມ​ທົບ​ກັບອີກ 4 ອົງ​ການ​ຂອງ ສ​ປ​ຊ ຄາດ​ຄະ​ເນ​ໄພ​ອຶດ​ຫິວ ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ປະ​ຊາ​ຊົນຢູ່ ອາ​ຟຣິ​ກາ 309 ລ້ານ​ຄົນ ໃນ​ປີ 2025, ເທົ່າ​ກັບ 20%ຂອງຈຳ​ນວນ​ປະ​ຊາ​ກອນ​ຂອງ​ທະ​ວີບ​ນີ້. ອັນ​ດັບ​ທີ 2 ແມ່ນ ອາ​ຊີ ມີຈຳ​ນວນ 292 ລ້ານ​ຄົນ, ກວມ​ເອົາ 6% ປະ​ຊາ​ກອນ​ໃນ​ພາກ​ພື້ນ.