ເພັດສະຫວ່າງ ຮ່ວມພັດທະນາກາເຟ ເຕີບໃຫຍ່ ເຂັ້ມແຂງ ຍ້ອນສີມືແມ່ຍິງຢູ່ເບື້ອງຫຼັງ

(ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ 20 ກໍລະກົດ 1955-20 ກໍລະກົດ 2026 ຄົບຮອບ 71 ປີ)
 
ເພື່ອລະນຶກເຖິງວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20 ກໍລະກົດ 1955 - 20 ກໍລະກົດ 2026 ຄົບຮອບ 71 ປີ ເປັນວັນທີ່ມີຄວາມໝາຍສໍາຄັນທາງປະຫວັດສາດຂອງພັກ-ຂອງຊາດ ແລະມູນເຊື້ອຂອງແມ່ຍິງລາວໃນທົ່ວປະເທດ. ໃນໄລຍະຜ່ານມາບໍ່ວ່າຈະເປັນໄລຍະຕໍ່ສູ້ປົດປ່ອຍຊາດຕ້ານຈັກກະພັດຜູ້ຮຸກຮານກໍຄືໃນໄລຍະສ້າງສາພັດທະນາປະເທດຊາດ, ແມ່ຍິງລາວບັນດາເຜົ່າໃນທົ່ວປະເທດ ຍາມໃດກໍໄດ້ຄຽງບ່າຄຽງໄຫຼ່ຮ່ວມກັບອ້າຍນ້ອງຊາຍໃນການປະຕິບັດວຽກງານທີ່ຕົນເອງຮັບຜິດຊອບດ້ວຍນໍ້າໃຈຮັກຊາດອັນສູງສົ່ງຊຶ່ງເຫັນໄດ້ຜົນງານອັນໂດດເດັ່ນໃຫຍ່ຫຼວງຫຼາຍທ່ານໄດ້ກາຍເປັນວິລະຊົນແຫ່ງຊາດ.
ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 69 ປີ (20ກໍລະກົດ 1955 – 20ກໍລະກົດ 2026) ທ່ານ ທ່ານ ນາງ ລັດສະໝີ ວົງພັກດີ ເຈົ້າຂອງບໍລິສັດ ເພັດສະຫວ່າງ ຮ່ວມພັດທະນາກາເຟ ຈຳກັດຜູ້ດຽວ ກ່າວ: ຂໍສະແດງຄວາມຮູ້ບຸນຄຸນທຸກພາກສ່ວນ ແລະຂໍອວຍໄຊໃຫ້ພອນອັນປະເສີດມາຍັງການນໍາພັກ-ລັດທຸກຂັ້ນຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກທັງຊີວິດສ່ວນຕົວ ແລະຄອບຄົວ; ສືບຕໍ່ຊີ້ນໍາໆພາປະຊາຊົນລາວພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ; ອວຍພອນແດ່ພະນັກງານ, ຜູ້ໃຊ້ແຮງງານກໍຄືປະຊາຊົນລາວທົ່ວໜ້າຈົ່ງມີຄວາມສຸກຄວາມຈະເລີນ, ມີເຫື່ອແຮງປະກອບສ່ວນໃນພາລະກິດສ້າງສາພັດທະນາປະເທດຊາດເພີ່ມຕື່ມ ແລະຍິ່ງໃຫຍ່ກວ່າເກົ່າ.
ທ່ານ ນາງ ລັດສະໝີ ວົງພັກດີ ເຈົ້າຂອງບໍລິສັດ ເພັດສະຫວ່າງ ຮ່ວມພັດທະນາກາເຟ ຈຳກັດຜູ້ດຽວ ໃຫ້ສຳພາດນັກຂ່າວ ເສດຖະກິດ-ສັງຄົມ ໃຫ້ຮູ້ວ່າ: ເລື່ອງລາວຂອງ ສີສຸກກາເຟ ບໍ່ແມ່ນພຽງແຕ່ການຂາຍເຄື່ອງດື່ມ, ແຕ່ແມ່ນການຖ່າຍທອດ "ຈິດວິນຍານ" ຂອງຜືນແຜ່ນດິນລາວ. ກາເຟທຸກເມັດແມ່ນຜົນຜະລິດຈາກ ພູພຽງບໍລິເວນ ເຊິ່ງເປັນດິນແດນແຫ່ງດິນບາຊານ (Bazan) ທີ່ອຸດົມສົມບູນ, ເກີດຈາກພື້ນຖານພູໄຟທີ່ນອນຫຼັບໄຫຼມາຫຼາຍລ້ານປີ.
ກ່ອນມາເປັນ ບໍລິສັດ ເພັດສະຫວ່າງໄດ້ຖືກສືບທອດມາຈາກຮ້ານກາເຟນ້ອຍໆທີ່ມີຊື່ວ່າ ເພັດສະຫວ່າງ ໃນປີ 1985 ຂອງ ທ່ານ ສົມເພັດ ແລະ ທ່ານ ນາງ ລັດສະໝີ. ຈາກມື້ເລີ່ມຕົ້ນທີ່ລຽບງ່າຍ, ດ້ວຍຄວາມຫວັງຢາກໃຫ້ຈອກກາເຟກາຍເປັນສິ່ງທີ່ຂາດບໍ່ໄດ້ໃນຊີວິດປະຈຳວັນ; ເສັ້ນທາງນັ້ນຄ່ອຍໆກາຍເປັນສວນກາເຟທີ່ກວ້າງໃຫຍ່ ແລະ ໂຮງງານປຸງແຕ່ງໃນປີ 1996 - ພ້ອມກັບຄວາມມຸ່ງມາດປາດຖະໜາທີ່ຈະນຳເອົາເມັດກາເຟຈາກບ້ານເກີດເດີນທາງໄປໃຫ້ໄກກວ່າເກົ່າ. ໃນປີ 2019, Sesouk Coffee ໄດ້ກຳເນີດຂຶ້ນຢ່າງເປັນທາງການ, ແລະ ນັບແຕ່ປີ 2024 ເປັນຕົ້ນໄປ,ຄົນຮຸ່ນທີສອງກໍໄດ້ສືບຕໍ່ປົກປັກຮັກສາ ແລະ ພັດທະນາ ພາຍໃຕ້ການນຳພາຂອງ ທ່ານ ສີສຸກ ວົງພັກດີ - ເພື່ອໃຫ້ມໍລະດົກຂອງຄອບຄົວບໍ່ພຽງແຕ່ໄດ້ຮັບການສືບທອດເທົ່ານັ້ນ,ແຕ່ຍັງໄດ້ຖືກເລົ່າຄືນດ້ວຍຄວາມພາກພູມໃຈໃນເສັ້ນທາງການກ້າວອອກສູ່ສາກົນແນວໃດກໍ່ຕາມອານາຄົດດ້ວຍຄວາມມຸ່ງໝັ້ນທີ່ຈະເປັນທູດທາງວັດທະນະທຳຜ່ານລົດຊາດກາເຟ, ສີສຸກກາເຟ ພ້ອມແລ້ວທີ່ຈະເຕີບໂຕ ແລະ ຂະຫຍາຍສາຂາໄປທົ່ວທຸກມຸມຂອງປະເທດຫວຽດນາມ ເພື່ອສ້າງຊື່ສຽງໃຫ້ແກ່ກາເຟລາວໃນເວທີສາກົນຢ່າງຍືນຍົງ.
ຂ່າວ: ບຸນນິກ ມະນີ