ຈັດວາງປັນຍາປະດິດ ມີໂອກາດຕະຫລາດ ທີ່ມີໜຶ່ງດຽວໃນໂລກ

ວິທະຍຸ ໂທລະພາບ ສູນກາງຈີນ, ກອງປະຊຸມ ປັນຍາປະດິດໂລກ 2026 ແລະ ກອງປະຊຸມຂັ້ນສູງວ່າດ້ວຍການຄຸ້ມຄອງປັນຍາປະດິດທົ່ວໂລກໄດ້ຈັດຂຶ້ນ ຢູ່ນະຄອນຊຽງໄຮ້ ລະຫວ່າງ ວັນທີ 17 ຫາ 20 ກໍລະກົດນີ້. ງານມະຫາ ກໍາ AI ຂອງໂລກຄັ້ງນີ້, ທັງເປັນປ່ອງຢ້ຽມສຳຄັນໃຫ້ 1.100 ກວ່າວິສາຫະກິດໄດ້ສະແດງເຕັກໂນໂລຊີທີ່ນໍາໜ້າ, ທັງເປັນເວທີທີ່ດີເລີດ ໃຫ້ບັນດາວິສາຫະກິດ AI ຊັ້ນນຳຂອງໂລກ ໄດ້ເຊື່ອມຕໍ່ກັບຕະຫລາດຈີນ. ສຳລັບວິສາຫະກິດຂ້າມຊາດແລ້ວ, ໃນການຈັດວາງ ໃນດ້ານປັນຍາປະດິດນັ້ນ ສປ ຈີນ ຄືດິນ ແດນທີ່ເປັນທາງເລືອກທຳອິດ ຢ່າງບໍ່ຕ້ອງສົງໄສ.
ທ່ານ ອາຊິມ ເປວສ໌ (Achim Peltz) ປະທານບໍລິຫານທົ່ວໂລກ ຂອງພະ ແນກທຸລະກິດ ຄວບຄຸມການເຄື່ອນໄຫວ ກຸ່ມອຸດສາຫະກຳ ດິຈິຕອນ ຂອງ ບໍລິສັດ ຊີເມັນສ໌ ຈຳກັດ ກ່າວວ່າ: ນີ້ແມ່ນຄັ້ງ ທຳອິດ ທີ່ເຂົ້າຮ່ວມກອງປະຊຸມ ປັນຍາປະດິດໂລກ ເຊິ່ງປະສົບການຕົວຈິງ. ຢູ່ແຫ່ງນີ້ສິ່ງທີ່ດຶງດູດຜູ້ຄົນ ສົນໃຈຫລາຍ ບໍ່ພຽງແຕ່ ແມ່ນງານວາງສະແດງຫົວຂໍ້ປັນຍາປະດິດເທົ່ານັ້ນ, ລະບົບນິເວດ ອຸດສາ ຫະກຳ ທີ່ຄົບຖ້ວນ ຍິ່ງເຮັດໃຫ້ຜູ້ຄົນຕາສະຫວ່າງຂຶ້ນ. ຢາກປະສົບຜົນສຳເລັດໃນຕະຫລາດ (ປັນຍາປະດິດ) ທີ່ມີພື້ນຖານອຸດສາຫະກຳການຜະລິດ ທີ່ໝັ້ນຄົງເຂັ້ມແຂງ ຄືປະເທດຈີນນີ້, ຈຳເປັນຕ້ອງ ລົງເລິກ ການປັບຕົວ ໃຫ້ເຂົ້າກັບທ້ອງຖິ່ນ, ເຂົ້າໃຈຄວາມຕ້ອງການສະເພາະຂອງອຸດສາຫະກຳ ການຜະລິດພາຍໃນປະເທດ. ດັ່ງນັ້ນພວກເຮົາຫວັງ ຢາກຮ່ວມມືກັບ ບັນດາຄູ່ຮ່ວມມືເພື່ອສ້າງຄຸນຄ່າທີ່ແທ້ຈິງໃຫ້ແກ່ອຸດສາຫະກຳການຜະລິດ.
ທ່ານ ຊົງອີ ຮອງປະທານຊັ້ນສູງ, ທັງເປັນຜູ້ຮັບຜິດຊອບເຂດແຄວ້ນຈີນ ຂອງພະແນກ ຍຸດທະສາດ ແລະ ການພັດທະນາ ທຸລະກິດຂອງບໍລິສັດ ຊະໄນເດີ ເອເລັກຕຣິກ ກ່າວວ່າ, ໃນດ້ານອຸດສາຫະກຳ ທີ່ກ່ຽວຂ້ອງກັບ AI, ຄວາມສາມາດດ້ານຕ່ອງໂສ້ ການສະໜອງຂອງ ສປ ຈີນ ແມ່ນເຂັ້ມ ແຂງທີ່ສຸດ, ນອກຈາກນີ້, ເຄືອຂ່າຍໄຟຟ້າຂອງ ສປ ຈີນ ກໍມີຄວາມໝັ້ນຄົງ ເຂັ້ມແຂງ, ມີແຕ່ພື້ນຖານໄຟຟ້າ ດັ່ງກ່າວເທົ່ານັ້ນ, ຈຶ່ງຈະສາມາດຮັບປະ ກັນພື້ນຖານ ພະລັງຄຳມວນ AI ທັງໝົດ, ຈຶ່ງຈະເຮັດໃຫ້ລະບົບນິເວດ ທັງໝົດປະສານກັນໄດ້. ທ່ານ ຮານເຊິນ ຮອງປະທານຊັນສູງ ທັງເປັນ ປະທານເຂດຈີນ ດ້ານຫຸ່ນຍົນ ຂອງກຸ່ມບໍລິສັດ ABB ກ່າວວ່າ, ປັດຈຸບັນ ປະລິມານການຕິດຕັ້ງຫຸ່ນຍົນ ທັງໝົດຂອງ ສປ ຈີນ ແມ່ນຢູ່ອັນດັບໜຶ່ງ ຂອງໂລກແລ້ວ. ອີກຢ່າງໜຶ່ງ ລູກຄ້າຈີນມີການຍອມຮັບ AI ສູງຫລາຍ, ນີ້ແມ່ນສິ່ງທີ່ຕະຫລາດອື່ນ ບໍ່ສາມາດທຽບເທົ່າໄດ້. ໃນຂະບວນການນີ້ ມີຂໍ້ມູນຈຳນວນມະຫາສານ. ສາມາດຊຸກຍູ້ການພັດທະນາ ແບບຈໍາລອງ (ໂມເດວ)ຢ່າງວ່ອງໄວ. ນີ້ແມ່ນໂອກາດຕະ ຫລາດ ທີ່ມີໜຶ່ງດຽວໃນໂລກ ຢ່າງແທ້ຈິງ. ທ່ານ ມີເກວນ ຟາວສະທີໂນ (Miguel Faustino) ປະທານເຂດ ຈີນ ຂອງບໍລິສັດ ເທີໂມ ຟິດເຊີ ໄຊທິຟິກ ກ່າວວ່າ, ປັນຍາປະດິດ ຖືກເບິ່ງວ່າ ແມ່ນໜຶ່ງ ໃນບັນດາ ຂົງເຂດຈຸດສຸມ ທີ່ຈີນກຳລັງລົງທຶນ ແລະ ຈັດວາງຢ່າງ ຕໍ່ເນື່ອງ. ກຳລັງແຂ່ງຂັນລະດັບໂລກ ຂອງລະບົບນິເວດປະດິດສ້າງຂອງ ສປ ຈີນ ໄດ້ກ້າວຂຶ້ນສູ່ຂັ້ນໄດໃໝ່ແລ້ວ. ບໍລິສັດ ເທີໂມ ຟິດເຊີ ໄຊທິຟິກ ໄດ້ຝັງ ຮາກຢູ່ ສປ ຈີນ ມາເປັນເວລາ 40 ກວ່າປີແລ້ວ, ຈະສືບຕໍ່ເພີ່ມທະວີ ການລົງ ທຶນເຂົ້າສູ່ ສປ ຈີນ ແລະ ລົງເລິກ ການພັດທະນາຢູ່ ສປ ຈີນ ຄືທີ່ປະຕິບັດຜ່ານມາ.
ຂ່າວ: ສະໄຫວ ລາດປາກດີ