ອາເມລິກາ-ລີບັງ ຈະເປີດສາຍການບິນໂດຍກົງ ຄັ້ງທຳອິດ ໃນຮອບກວ່າ 40 ປີ

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 21 ກໍລະກົດ, ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ເປີດເຜີຍ ແຜນການ ອະນຸຍາດ ໃຫ້ ກຸ່ມສາຍການບິນ ຂອງ ສ.ອາເມລິກາ ກັບມາໃຫ້ບໍລິການ ຖ້ຽວບິນ ໂດຍກົງ ໄປສູ່ ລີບັງ ພາຍຫລັງ ທີ່ໄດ້ ຢຸດໃຫ້ບໍລິການ ເປັນເວລາ ກວ່າ 40 ປີ. ໂດຍ ທ່ານ ໂດນັນ ທຣຳ ໄດ້ໂພສເທິງ ທຣູທ ໂຊເຊຍລ໌ (Truth Social) ພາຍຫລັງ ການພົບປະຫາລື ກັບ ທ່ານ ໂຈເຊຟ ອູນ ປະທານາທິບໍດີ ລີບັງ ທີ່ທຳນຽບຂາວ. ໂດຍ ການຢຸດຕິ ການບໍລິການ ຖ້ຽວບິນ ໂດຍກົງ ເຊິງການຄ້າ ລະຫວ່າງ ສ.ອາເມລິກາ ກັບ ລີບັງ ໃນປີ 1985 ໂດຍແມ່ນ ໂຣນັລດ ເຣແກນ ປະທານາທິບດີ ສ.ອາເມລິກາ ໃນສະໄໝນັ້ນ, ພາຍຫລັງ ເກີດເຫດ ຈີ້ປົ້ນເຮືອບິນຂອງສາຍການບິນ ທີດັບເບິນຢູເອ (TWA) ຖ້ຽວບິນ 847.