ແກ໊ງຄໍເຊັນເຕີໃນອາຊີ ສ້າງຄວາມເສຍຫາຍກວ່າ 114.1 ຕື້ໂດລາ ໃນປີດຽວ

ຂ່າວຕ່າງປະເທດລາຍງານໃນວັນທີ 21 ກໍລະກົດ ຜ່ານມາວ່າ: ຫ້ອງການສະຫະປະຊາຊາດກ່ຽວກັບຢາເສບຕິດ ແລະ ອາຊະຍາກຳ (United Nations Office on Drugs and Crime: UNODC)ໄດ້ເປີດເຜີຍບົດລາຍງານສະບັບໃໝ່ທີ່ລະບຸວ່າ, ຜູ້ເຄາະຮ້າຍຈາກການສໍ້ໂກງທາງອອນລາຍໃນອາຊີຕາເວັນອອກ, ອາຊີຕາເວັນອອກສ່ຽງໃຕ້, ອົສ ຕຣາລີ ແລະ ນູແວນເຊລັງ ສູນເສຍເງິນລວມທັງໝົດລະຫວ່າງ 88.3 ຕື້ໂດລາ ຫາ 114.1 ຕື້ໂດລາໃນປີ 2025 ເພີ່ມຂຶ້ນຢ່າງໜ້ອຍສາມເທົ່າເມື່ອທຽບກັບປີ 2023 ທີ່ຄາດຄະເນຄວາມເສຍຫາຍໄວ້ພຽງແຕ່ 18 ຕື້ ຫາ 37 ຕື້ໂດລາ.
ບົດລາຍງານຊີ້ໃຫ້ເຫັນວ່າ: ການເພີ່ມຂຶ້ນຢ່າງຫຼວງຫຼາຍຂອງການສູນເສຍນີ້ສະທ້ອນໃຫ້ເຫັນເຖິງການຂະຫຍາຍ ຕົວຢ່າງໄວວາຂອງເຄືອຂ່າຍອາຊະຍາກຳຂ້າມຊາດ, ໂດຍສະເພາະການຫຼອກລວງການລົງທຶນ ແລະ ຫຼອກລວງໃຫ້ໂອນເງິນຜ່ານແພລັດຟອມອອນລາຍ, ລວມທັງການຫຼອກລວງໃຫ້ລົງທຶນໃນເງິນດີຈີຕອນ ແລະ ການຫຼອກລວງອື່ນໆ.
ບົດລາຍງານສະບັບນີ້ຊີ້ໃຫ້ເຫັນວ່າ: ກໍາປູເຈຍ ແລະ ມຽນມາ ໄດ້ກາຍເປັນສູນກາງທີ່ສໍາຄັນຂອງເຄືອຂ່າຍຫຼອກລວງທາງອອນລາຍໃນອາຊີຕາເວັນອອກສ່ຽງໃຕ້. ໂດຍຜູ້ກະທຳຜິດຈຳນວນໜຶ່ງໄດ້ສະໝັກໃຈເຂົ້າຮ່ວມການເຄື່ອນໄຫວດັ່ງກ່າວ. ໃນຂະນະທີ່ຫຼາຍຄົນຕົກເປັນຜູ້ເຄາະຮ້າຍຈາກການຄ້າມະນຸດ ແລະ ຖືກບັງຄັບໃຫ້ເຮັດວຽກຢູ່ໃນສູນປະຕິບັດງານທີ່ມີການຮັກສາຄວາມປອດໄພສູງກ່ອນທີ່ຈະຫຼອກລວງຜູ້ເຄາະຮ້າຍຜ່ານທາງອອນລາຍທົ່ວໂລກ.
ຢ່າງໃດກໍຕາມ, ພາຍໃຕ້ຄວາມກົດດັນຈາກຫຼາຍປະເທດ, ລວມທັງສະຫະລັດອາເມຣິກາ, ອັງກິດແລະ ຈີນ, ລັດຖະບານຫຼາຍປະເທດໃນພາກພື້ນໄດ້ເພີ່ມທະວີການປາບປາມເຄືອຂ່າຍອາຊະຍາກຳເຫຼົ່ານີ້. ໂດຍໃນປີທີ່ຜ່ານມາ, ເຈົ້າໜ້າທີ່ກຳປູເຈຍໄດ້ສົ່ງຕົວຜູ້ຖືກກ່າວຫາວ່າເປັນຫົວໜ້າເຄືອຂ່າຍຫຼອກລວງຫຼາຍຄົນໄປຈີນເພື່ອດຳເນີນຄະດີ, ໃນຂະນະທີ່ສະຫະລັດ ອາເມຣິກາ ແລະ ອັງກິດ ໄດ້ປະກາດມາດຕະການລົງໂທດຕໍ່ບໍລິສັດ ແລະ ບຸກຄົນທີ່ກ່ຽວຂ້ອງກັບການຫຼອກລວງທາງອອນລາຍທີ່ກ່ຽວຂ້ອງກັບການຄ້າມະນຸດ.
ບົດລາຍງານຍັງໄດ້ລະບຸວ່າ: ໃນໄລຍະສອງປີຜ່ານມາ, ຈີນ, ສ ເກົາຫຼີ ແລະ ແຄວ້ນໄຕ້ຫວັນ ເປັນພາກພື້ນທີ່ມີມູນຄ່າຄວາມເສຍຫາຍຈາກການສໍ້ໂກງທາງອອນລາຍສູງທີ່ສຸດໃນພາກພື້ນ, ໂດຍແຕ່ລະປະເທດສູນເສຍເງິນຫຼາຍພັນລ້ານໂດລາ.
UNODC ໄດ້ເຕືອນວ່າ: ເຄືອຂ່າຍອາຊະຍາກໍາໃນອາຊີຕາເວັນອອກສ່ຽງໃຕ້ບໍ່ໄດ້ຈໍາກັດພຽງແຕ່ກຸ່ມມິດສາຊີບຄອນເຊັນເຕີ ຫຼື ການຫຼອກລວງທາງອອນລາຍເທົ່ານັ້ນ, ແຕ່ຍັງເຊື່ອມໂຍງກັບການຄ້າຢາເສບຕິດ, ການຄ້າມະນຸດ, ການລັກລອບເຂົ້າເມືອງ, ການຟອກເງິນ ແລະ ການລົງທຶນໃນທຸລະກິດອະສັງຫາລິມະຊັບທີ່ຜິດກົດໝາຍ ຈົນກາຍເປັນລະບົບອາຊະຍາກຳຂ້າມຊາດທີ່ສັບຊ້ອນຂຶ້ນເລື້ອຍໆ.