ການປູກເຂົ້ານາແຊງ ຢູ່ຄໍາມ່ວນ ບັນລຸ 10.000 ກວ່າເຮັກຕາ

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີ 2026 ເສດຖະກິດຂອງແຂວງຄຳມ່ວນຂະຫຍາຍຕົວ 4,7% ທຽບໃສ່ແຜນການ 6,4%, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 21.127 ຕື້ກີບ ຫລື 73% ຂອງແຜນ, ສະເລ່ຍລາຍຮັບປະຊາຊົນຢູ່ທີ່ 45 ລ້ານກີບ ຕໍ່ຄົນຕໍ່ປີ. ສຳລັບດ້ານກະສິກຳ ການປູກເຂົ້ານາແຊງບັນລຸ 10.656 ເຮັກຕາ ໄດ້ຜົນຜະລິດ 52.825 ໂຕນ. ສ່ວນແຜນຜະລິດເຂົ້ານາປີ ກໍານົດເນື້ອທີ່ 94.102 ເຮັກຕາ ຄາດຜົນຜະລິດ 344.650 ໂຕນ, ປັດຈຸບັນກະສິກອນໄດ້ປັກດຳ ແລະ ນາຫວ່ານຕາມແຜນທີ່ວາງໄວ້.
 
ສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງຄຳມ່ວນ ໄດ້ລາຍງານກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງຄຳມ່ວນ ຄັ້ງທີ 4 ສະໄໝທີ XI ໃນວັນທີ 22 ກໍລະກົດ 2026 ນີ້ວ່າ: ສ່ວນດ້ານການເງິນ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 3.324,30 ຕື້ກີບ ເທົ່າກັບ 68,59% ຂອງແຜນປີ ໃນນັ້ນ, ລາຍຮັບສູນກາງບັນລຸ 81,43% ແລະ ລາຍຮັບທ້ອງຖິ່ນບັນລຸ 60,22%. ສ່ວນດ້ານລາຍຈ່າຍງົບປະມານປະຕິບັດໄດ້ 583,39 ຕື້ກີບ ຫລື 30,79% ຂອງແຜນ.
 
ໃນກອງປະຊຸມໄດ້ຕີລາຄາຜົນການນຳພາ-ຊີ້ນຳຮອບດ້ານໃນໄລຍະ 6 ເດືອນຕົ້ນປີ 2026 ແລະ ຄົ້ນຄວ້າທິດທາງວຽກງານ 6 ເດືອນທ້າຍປີ ໂດຍເນັ້ນການລາຍງານ 4 ບັນຫາສໍາຄັນ ປະກອບມີ: ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານແຫ່ງລັດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຮອບດ້ານທົ່ວແຂວງ, ການຊຸກຍູ້ການສົ່ງເສີມຜະລິດເປັນສິນຄ້າ ແລະ ການກຽມພ້ອມຮັບມືໄພພິບັດໃນລະດູຝົນ. ພ້ອມນີ້, ຍັງໄດ້ຕີລາຄາ ການຜະລິດກະສິກຳໄດ້ຂະຫຍາຍເປັນສິນຄ້າຫລາຍຂຶ້ນ, ການລົງທຶນຂອງລັດ ແລະ ເອກະຊົນດຳເນີນໄປຕາມກົດໝາຍ, ໂຄງການພັດທະນາໂຄງສ້າງພື້ນຖານມີຄວາມຄືບໜ້າ, ດ້ານການສຶກສາ, ສາທາລະນະສຸກ ແລະ ວັດທະນະທຳ ຍັງສືບຕໍ່ໄດ້ຮັບການຍົກລະດັບ ແນໃສ່ການພັດທະນາຢ່າງຍືນຍົງ.
ໂອກາດນີ້, ສະຫາຍ ໄຊຊະນະ ໂຄດພູທອນ ຍັງໄດ້ເນັ້ນວ່າ ບັນດາຫົວຂໍ້ທີ່ນຳມາຄົ້ນຄວ້າໃນກອງປະຊຸມຄັ້ງນີ້ ລ້ວນແຕ່ເປັນວຽກງານສຳຄັນທີ່ກ່ຽວພັນກັບການນຳພາ-ຊີ້ນຳຂອງຄະນະບໍລິຫານງານພັກແຂວງ ແລະ ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມຮ່ວມກັນວິເຄາະຜົນສຳເລັດ, ຊີ້ແຈງຂໍ້ຄົງຄ້າງ ແລະ ສະເໜີມາດຕະການແກ້ໄຂຢ່າງກົງໄປກົງມາ ເພື່ອໃຫ້ການດຳເນີນວຽກງານໃນໄລຍະຕໍ່ໜ້າບັນລຸຕາມເປົ້າໝາຍ.
ຂ່າວ : ມະນີວັນ