ອິນໂດເນເຊຍ ສົ່ງເສີມການທ່ອງທ່ຽວເພື່ອສຸຂະພາບ

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ທ່ານ ວິດີຢານຕີ ປຸຕຣີ ວາທານາລັດຖະມົນຕີກະຊວງການທ່ອງທ່ຽວອິນໂດເນເຊຍ ໄດ້ເປີດເຜີຍວ່າ, ອິນໂດເນເຊຍກຳລັງສຸມໃສ່ການພັດທະນາການທ່ອງທ່ຽວເພື່ອສຸຂະພາບ (wellness tourism) ທີ່ມີຄວາມສາມາດໃນການແຂ່ງຂັນລະດັບໂລກ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອສົ່ງເສີມການທ່ອງທ່ຽວທີ່ມີຄຸນນະພາບ. ໂດຍກະຊວງດັ່ງກ່າວຈະສືບຕໍ່ສະໜັບສະໜູນກິດຈະກຳຕ່າງໆທີ່ປະສົມປະສານກິລາ, ການທ່ອງທ່ຽວ ແລະ ວິຖີຊີວິດທີ່ມີສຸຂະພາບດີ.
ທ່ານ ວາທານາ ກ່າວວ່າ: ນັກທ່ອງທ່ຽວຈຳນວນຫຼາຍກຳລັງຊອກຫາການຫຼົບໜີຈາກກິດຈະວັດປະຈຳວັນທີ່ໜ້າເບື່ອໜ່າຍ ເພື່ອຫັນມາດຳລົງຊີວິດຢູ່ກັບປັດຈຸບັນ ແລະ ຊອກຫາປະສົບການທີ່ມີຄວາມໝາຍຫຼາຍຂຶ້ນ. ໃນຂະນະດຽວກັນ, ບົດບາດທີ່ເພີ່ມຂຶ້ນຂອງປັນຍາປະດິດ (AI) ໃນຊີວິດປະຈຳວັນຍັງໄດ້ນຳໄປສູ່ການຕອບສະໜອງທີ່ແຕກຕ່າງກັນ, ໂດຍຜູ້ຄົນຫັນມາໃຫ້ຄຸນຄ່າກັບປະສົບການທີ່ແທ້ຈິງ, ການພົວພັນລະຫວ່າງມະນຸດຢ່າງຈິງໃຈ ແລະຈຸດໝາຍປາຍທາງທີ່ສ້າງຄວາມປະທັບໃຈ ແລະ ຄວາມຊົງຈຳທີ່ຍືນຍົງ. ທ່າອ່ຽງນີ້ສະທ້ອນໃຫ້ເຫັນໃນການເຕີບໂຕຂອງ "ເສດຖະກິດແຫ່ງປະສົບການ" ຊຶ່ງລວມເຖິງທຸລະກິດການອອກກຳລັງກາຍ ແລະ ສຸຂະພາບ ທີ່ກາຍເປັນໜຶ່ງໃນອຸດສາຫະກຳທີ່ເຕີບໂຕໄວທີ່ສຸດໃນໂລກ.
ທ່ານ ວາທານາ ອ້າງອີງຂໍ້ມູນຈາກສະຖາບັນສຸຂະພາບໂລກລະບຸວ່າ: ມູນຄ່າເສດຖະກິດດ້ານສຸຂະພາບທົ່ວໂລກບັນລຸ 6.8 ພັນຕື້ໂດລາ ໃນປີ 2024 ແລະ ຄາດວ່າຈະເຕີບໂຕເປັນ 9.75 ພັນຕື້ໂດລາໃນປີ 2029.