ປກສ ເມືອງໄຊທານີ ຢຶດຢາໄອສ໌ 118 ຖົງ (118 ກິໂລ) ພ້ອມກັກຕົວຜູ້ຕ້ອງຫາ 3 ຄົນ

ໃນວັນທີ 15 ກໍລະກົດ 2026 ເວລາ 11 ໂມງ 41 ນາທີ, ເຈົ້າໜ້າທີ່ ປກສ ກຸ່ມບ້ານໄຊ ໄດ້ສົມທົບກັບການຈັດຕັ້ງບ້ານນາແຄ ລົງແກ້ໄຂເປົ້າໝາຍພົວພັນຢາເສບຕິດ ປະເພດຢາໄອສ໌ ທີ່ມາພັກເຊົາຢູ່ເຮືອນເຊົ່າຂອງ ທ້າວ ວິລະຈັນ, ອາຍຸ 40 ປີ, ອາຊີບພະນັກງານ, ໜ່ວຍ 19 ບ້ານນາແຄ ເມືອງໄຊທານີ ນະຄອນຫຼວງວຽງຈັນ ສາມາດກັກຕົວເປົ້າໝາຍໄດ້ 03 ຄົນ, ຍິງ 01 ຄົນຄື:
- ທ້າວ ນິກອນ ຈູມລະມະນີ (ບັງ) ອາຍຸ 36 ປີ, ອາຊີບ ກໍາມະກອນ ສັນຊາດໄທ
- ທ້າວ ນັນນະທັດ ພູສີພົງ ອາຍຸ 25 ປີ, ອາຊີບກໍາມະກອນ ສັນຊາດໄທ
- ນາງ ພັດທະລະສີ ລຸ່ງສະຫວ່າງ ອາຍຸ 27 ປີ, ສັນຊາດໄທ ປັດຈຸບັນທັງ 3 ຄົນ ພັກເຊົາຢູ່ບ້ານນາແຄ ເມືອງໄຊທານີ ນະຄອນຫຼວງວຽງຈັນ
ຢຶດຢາໄອສ໌ 118 ຖົງ ເທົ່າກັບ 118 ກິໂລກຼາມ ແລະ ເຄື່ອງຂອງກາງຄື: ລົດຈັກ 1 ຄັນ (ຮອນດ້າເວບຮ້ອຍມາເລ ສີຟ້າດໍາ ທະບຽນ ທກ 4280), ໂທລະສັບ 3 ໜ່ວຍ, ໃບຂັບຂີ່ 4 ໃບ, ໜັງສືຜ່ານແດນ 2 ຫົວ, ສາຍຄໍ ສີເຫຼືອງຄ້າຍຄືຄໍາ 1 ເສັ້ນ, ຕຸ້ມຫູສີເຫຼືອງຄ້າຍຄືຄໍາ 1 ຄູ່, ແຫວນສີຂາວ ຄ້າຍຄືເງິນ 4 ວົງ, ບັດປະຈໍາຕົວໄທ 1 ບັດ ແລະ ບັດສະແກນຈ່າຍງວດລົດ 1 ບັດ, ປຶ້ມສໍາມະໂນຄົວ 1 ຫົວ.
ປັດຈຸບັນ, ຄະດີດັ່ງກ່າວ ຢູ່ໃນຂັ້ນຕອນການສືບສວນ-ສອບສວນ ຕາມວິຊາສະເພາະຂອງເຈົ້າໜ້າທີ່ພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງໄຊທານີ ເພື່ອຂະຫຍາຍຜົນຫາກຸ່ມແກ້ງ ແລະ ຜູ້ຮ່ວມຂະບວນການ ມາລົງໂທດຕາມຂອງກົດໝາຍຢ່າງເຂັ້ມງວດ.