ສັງເກດອຸດສາຫະກຳຂອງຈີນ ດ້ວຍ “ການຜະລິດຄວາມເຢັນ” ຢູ່ບັນດາປະເທດອາຊີຕາເວັນອອກສຽງໃຕ້

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ໂດຍໄດ້ຮັບຜົນກະທົບຈາກປາກົດການ ເອວນີໂນ, ໃນລະດູຮ້ອນປີນີ້, ຫລາຍປະເທດໃນອາຊີຕາເວັນອອກສຽງໃຕ້ ໄດ້ຜະເຊີນກັບອາກາດຮ້ອນອົບເອົ້າຫລາຍ, ພັດລົມແບບພົກພາຕິດໂຕໄດ້ຂາຍດິບຂາຍດີຢູ່ຫວຽດນາມ, ເຄື່ອງປັບອາກາດຢູ່ມາເລເຊຍ ບໍ່ພໍຂາຍ, ໂຮງງານອຸດສາຫະກຳ ອິນໂດເນເຊຍ ສຸມຄວາມພະຍາຍາມເພື່ອຜະລິດອຸປະກອນຜະລິດຄວາມເຢັນ ເຊິ່ງທັງໝົດເຫລົ່ານີ້ ຈະປາສະຈາກວິສາຫະກິດຈີນ ບໍ່ໄດ້. ໃນ 5 ປີຜ່ານມາ, ອັດຕາສ່ວນ ເຄື່ອງປັບອາກາດຍີ່ຫໍ້ຈີນ ໃນຕະຫລາດບັນດາປະເທດອາຊີຕາເວັນອອກສຽງໃຕ້ ໄດ້ເພີ່ມຂຶ້ນຈາກ 16% ເປັນ 27%, ເຄື່ອງປັບອາກາດດັ່ງກ່າວລ້ວນແຕ່ສອດຄ່ອງກັບຄວາມຕ້ອງການຂອງຜູ້ບໍລິໂພກ ແລະ ຫລຸດຄວາມຮ້ອນນ້ອຍໆພັດໃຊ້ໄດ້ດີ ບໍ່ພຽງແຕ່ເປັນສິນຄ້າຂ້າມຊາດເທົ່ານັ້ນ, ຍິ່ງໄດ້ສະແດງໃຫ້ເຫັນເຖິງວິສາຫະກິດຈີນ ຕັ້ງໜ້າພັດທະນາຢູ່ອາຊີຕາເວັນອອກສຽງໃຕ້ ແລະ ຮ່ວມກັນຊຸກຍູ້ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນປະເທດເຫລົ່ານີ້.
 
ໂດຍຕ່າງກັນກັບການຂາຍສິນຄ້າມາດຕະຖານຢ່າງດຽວ, ວິສາຫະກິດຈີນ ໄດ້ຄົ້ນຄວ້າພິຈາລະນາສິ່ງແວດລ້ອມ, ຄວາມຊິ້ນເຄີຍດ້ານການດຳລົງຊີວິດ ແລະ ຈຸດພິເສດດ້ານການບໍລິໂພກຂອງຜູ້ນຳໃຊ້ໃນບັນດາປະເທດອາຊີຕາເວັນອອກສຽງໃຕ້, ຈິ່ງສ້າງ “ແຜນການສ້າງຄວາມເຢັນ” ໃຫ້ແກ່ຜູ້ບໍລິໂພກເຫລົ່ານີ້. ນອກນີ້, ໂດຍແນໃສ່ສະພາບທີ່ມີອຸນຫະພູມສູງ, ຄວາມຊຸ່ມສູງ ແລະ ແຮງດັນໄຟຟ້າບໍ່ໝັ້ນຄົງ, ບໍລິສັດ GREE ແລະ ບໍລິສັດ Midea ໄດ້ປັບເຄື່ອງໄຟຟ້າເຫລົ່ານີ້ໃຫ້ມີປະສິດທິພາບສົມຄູ່ກັບຕົວຈິງ; ພັດລົມແບບພົກພາ, ສາຍຄໍຫລຸດຄວາມຮ້ອນ ຈາກຈີນ ໄດ້ຮັບຄວາມນິຍົມຊົມຊອບຈາກກຸ່ມຊາວໜຸ່ມຫວຽດນາມ ຢ່າງຫລວງຫລາຍ ຍ້ອນລາຄາຖືກ ແລະ ອອກຕາມຍຸກສະໄໝ. ເຄື່ອງໃຊ້ໄຟຟ້າໃນເຮືອນຂອງຈີນ ໄດ້ກວມສ່ວນແບ່ງໃນຕະຫລາດເພີ່ມຂຶ້ນຢ່າງຫລວງຫລາຍເຊັ່ນກັນ ຍ້ອນວ່າແນວຄິດອຸດສາຫະກຳ “ອອກແບບຜະລິດຕະພັນຕາມຄວາມຕ້ອງການ”, ນີ້ກໍແມ່ນລັກສະນະພິເສດພື້ນຖານຂອງການຜະລິດແບບຈີນ: ເນັ້ນແກ້ໄຂບັນຫາຊີວິດການເປັນຢູ່ຂອງປະຊາຊົນຢ່າງຖືກຕ້ອງແມ່ນຢຳ ແລະ ຍົກຄຸນນະພາບຊີວິດໃຫ້ສູງຂຶ້ນດ້ວຍຜະລິດຕະພັນທີ່ສອດຄ່ອງກັບຄວາມຊິນເຄີຍຂອງລູກຄ້າ.
 
ນອກນີ້, ວິສາຫະກິດຈີນ ບໍ່ພຽງແຕ່ຂາຍຜະລິດຕະພັນເທົ່ານັ້ນ, ຫາກຍັງໄດ້ສົ່ງອອກຄວາມສາມາດດ້ານອຸດສາຫະກຳອີກດ້ວຍ ເຊິ່ງໄດ້ບັນລຸການ “ຂາຍຜະລິດຕະພັນ” ມາເປັນ “ການສ້າງນິເວດ”. ປັດຈຸບັນ, ວິສາຫະກິດຜະລິດເຄື່ອງໃຊ້ໄຟຟ້າໃນເຮືອນຂອງຈີນ ບໍ່ພຽງແຕ່ເປັນຕົວແທນຈຳໜ່າຍສິນຄ້າເທົ່ານັ້ນອີກ, ຫາກຍັງໄດ້ພັດທະນາຢູ່ທ້ອງຖິ່ນຢ່າງເລິກເຊິ່ງ ເພື່ອສ້າງຕ່ອງໂສ້ອຸດສາຫະກຳທີ່ຄົບຊຸດ ຕົວຢ່າງຄື: ບໍລິສັດ Midea ໄດ້ສ້າງຕັ້ງສູນຄົ້ນຄວ້າພັດທະນາຢູ່ໄທ ເພື່ອພັດທະນາເຕັກໂນໂລຊີຜະລິດຄວາມເຢັນແບບປະຢັດພະລັງງານຢ່າງຕໍ່ເນື່ອງ, ບໍລິສັດ GREE ຂອງຈີນ ໄດ້ຮ່ວມມືກັບໂຮງຮຽນຊັ້ນສູງຂອງອິນໂດເນເຊຍ ແລະ ສ້າງຕັ້ງສູນຝຶກອົບຮົມ 16 ແຫ່ງ ເພື່ອອົບຮົມສ້າງນັກວິຊາການ ໃຫ້ແກ່ອິນໂດເນເຊຍ; ບໍລິສັດ Haier ໄດ້ສ້າງຮ້ານຂາຍຜະລິດຕະພັນທີ່ເປັນຍີ່ຫໍ້ຂອງຕົນ 70 ກວ່າແຫ່ງ ແລະ ສ້າງເຄືອຂ່າຍບໍລິການຫລັງການຈຳໜ່າຍຄົບວົງຈອນ ເພື່ອຕອບສະໜອງຕາມຄວາມຕ້ອງການດ້ານການສ້ອມແປງໃຫ້ລູກຄ້າຢ່າງວ່ອງໄວ.
 
ແອເຢັນ ສາມາດຫລຸດຄວາມຮ້ອນ, ຕ່ອງໂສ້ອຸດສາຫະກຳ ສາມາດຍົກລະດັບອຸດສາຫະກຳໃຫ້ສູງຂຶ້ນ ແລະ ເຕັກໂນໂລຊີຕົວຢ່າງໜຶ່ງສາມາດປ່ຽນແປງໂສມໜ້າການພັດທະນາຂອງທ້ອງຖິ່ນໜຶ່ງ. ປັດຈຸບັນ, ສະພາບອາກາດຮ້າຍແຮງໄດ້ເກີດຂຶ້ນເລື້ອຍໆໃນຂອບເຂດທົ່ວໂລກ, ສົ່ງຜົນເຮັດໃຫ້ສິ່ງທ້າທາຍດ້ານຊີວິດການເປັນຢູ່ຂອງປະຊາຊົນ ແລະ ການພັດທະນາຂອງປະເທດຕ່າງໆເກີດຂຶ້ນເລື້ອຍໆ. ໂລກຕ້ອງການກຳລັງພັດທະນາແບບກວມລວມ, ຊົມໃຊ້ຮ່ວມກັນ ແລະ ຮ່ວມມືກັນກ້າວໄປຂ້າງໜ້າ. ໃນອະນາຄົດ, ຄຽງຄູ່ກັບການຜະລິດຂອງຈີນພັດທະນາຂຶ້ນເປັນແບບອັດສະລິຍະ, ຈະສາມາດສ້າງເປັນຜະລິດຕະພັນຄຸນນະພາບສູງ ແລະ ແຜນການອຸດສາຫະກຳທີ່ສອດຄ່ອງກັບຄວາມຕ້ອງການຂອງລູກຄ້າທົ່ວໂລກ, ຈີນ ຈະເພີ່ມພະລັງສ້າງສັນຂອງຕົນເຂົ້າໃນການພັດທະນາຮ່ວມກັນທົ່ວໂລກຢ່າງຕໍ່ເນື່ອງ ດ້ວຍການກະທຳຕົວຈິງ ທີ່ສ້າງຜົນປະໂຫຍດໃຫ້ແກ່ຊີວິດການເປັນຢູ່ຂອງມວນມະນຸດຢ່າງທົ່ວເຖິງ.