ອັດຕະປື ມີຄອບຄົວພົ້ນທຸກ 30,800 ກວ່າຄອບຄົວ

ໃນໄລຍະ 5 ປີ (2021-2025) ແຂວງອັດຕະປື ມີຄອບຄົວພົ້ນທຸກ 30.838 ຄອບຄົວ, ເທົ່າກັບ 88,32% ຂອງຄອບຄົວທັງໝົດ. ພ້ອມນີ້, ສາມາດສ້າງບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດໄດ້ 3 ບ້ານ ຄື: ບ້ານສະແຄະ ເມືອງໄຊເສດຖາ, ບ້ານວົງສຳພັນ ເມືອງພູວົງ ແລະ ບ້ານໃຫຍ່ໝື່ນຫົວເມືອງ ເມືອງສາມັກຄີໄຊ, ມີເມືອງພົ້ນທຸກ 3 ເມືອງ ຄື: ເມືອງສາມັກຄີໄຊ, ເມືອງໄຊເສດຖາ ແລະ ເມືອງສະໜາມໄຊ. ສໍາລັບການປະເມີນວຽກງານ 3 ສ້າງ ຜ່ານມາ ສາມາດສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານໄດ້ 3 ເມືອງ ຄື: ເມືອງສາມັກຄີໄຊ, ເມືອງໄຊເສດຖາ ແລະ ເມືອງຊານໄຊ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາໄດ້ 70 ບ້ານ, ຊຶ່ງຂໍ້ມູນດັ່ງກ່າວໄດ້ຖືກລາຍງານໃນກອງປະຊຸມສະຫລຸບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ ໄລຍະ 5 ປີ (2021-2025) ແລະ ກໍານົດທິດທາງແຜນ ການ 5 ປີ (2026-2030) ຂອງແຂວງອັດຕະປື ໃນວັນທີ 14 ກໍລະກົດ 2026 ຜ່ານມາ.
ສໍາລັບທິດທາງແຜນການ ແລະ ຄາດໝາຍສູ້ຊົນ 5 ປີຕໍ່ໜ້າ (2026-2030), ແຂວງອັດຕະປື ໄດ້ກໍານົດ 3 ວຽກງານຈຸດສຸມ ຄື: ວຽກງານກໍ່ສ້າງຮາກຖານການເມືອງ ໄດ້ສຸມໃສ່ການຍົກສູງບົດບາດຂອງພະນັກງານທີ່ຫັນລົງຮາກຖານ, ບຸກທະລຸທາງດ້ານຈິນຕະນາການ ໂດຍຂະຫຍາຍການຫັນລົງກໍ່ສ້າງຮາກຖານໄປສູ່ຫົວໜ່ວຍການຜະລິດ, ທຸລະກິດ, ໂຮງຈັກໂຮງງານ, ສັງຄົມອອນລາຍ ແລະ ສັງຄົມພົນລະເຮືອນ ເພື່ອສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ. ພ້ອມທັງຍົກສູງປະສິດທິພາບການຄຸ້ມ ຄອງລັດ-ສັງຄົມ ຕາມທິດລັດແຫ່ງກົດໝາຍ ແລະຖືເອົາການພັດທະນາເສດຖະກິດເອກະລາດເປັນເຈົ້າຕົນເອງ ໃຫ້ຂະຫຍາຍຕົວຢ່າງແຂງແຮງ, ສູ້ຊົນຫລຸດຜ່ອນຄອບຄົວທຸກຍາກໃຫ້ຍັງເຫລືອບໍ່ເກີນ 390 ຄອບຄົວໃນທົ່ວແຂວງ, ຄຽງຄູ່ກັບການເພີ່ມທະວີ ວຽກງານປກຊ-ປກສ ແລະການພົວພັນຮ່ວມມືກັບບັນດາແຂວງເພື່ອນມິດ ໂດຍສະເພາະ ສສ ຫວຽດນາມ.
ສຳລັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຈະສືບຕໍ່ຫັນລົງກໍ່ສ້າງຮາກຖານເຂດຊົນນະບົດ ແລະພູດອຍ ເພື່ອສົ່ງເສີມປະຊາຊົນໃຫ້ເປັນເຈົ້າການໃນການຜະລິດ, ກຸ້ມຕົນເອງດ້ານສະບຽງອາຫານ, ດຶງດູດພາກເອກະຊົນເຂົ້າຮ່ວມ, ຕີຖອຍແນວຄິດຄອງຄອຍການຊ່ວຍເຫລືອ ແລະ ຈັດສັນພູມລຳເນົາ-ອາຊີບຄົງທີ່ໃຫ້ມີຕົວຊີ້ວັດຈະແຈ້ງ.
ສ່ວນວຽກງານ 3 ສ້າງ ຈະສຸມໃສ່ສ້າງແຂວງເປັນຫົວໜ່ວຍຍຸດທະສາດ 7 ດ້ານ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານໃຫ້ໄດ້ຕື່ມ 2 ເມືອງ, ສ້າງຕາແສງ ແລະ ບ້ານເປັນຫົວໜ່ວຍພັດທະນາໃຫ້ໄດ້ 17 ຕາແສງ, ພ້ອມທັງຊຸກຍູ້ການແບ່ງຂັ້ນຄຸ້ມຄອງໃຫ້ຈະແຈ້ງ ແລະປະເມີນຜົນຢ່າງເປັນປົກກະຕິ.