ຫລາຍປັດໄຈ ເຮັດໃຫ້ການຈະລາຈອນຕິດຂັດ ຢູ່ ນະຄອນຫຼວງວຽງຈັນ

ປັດຈຸບັນ, ບັນຫາການຈະລາຈອນຕິດຂັດ ແລະ ແອອັດ ຢູ່ຕາມເສັ້ນທາງສາຍຕ່າງໆ ໃນນະຄອນຫລວງວຽງຈັນ (ນວ) ກຳລັງເປັນບັນຫາທີ່ສົ່ງຜົນກະທົບຕໍ່ການເດີນທາງຂອງປະຊາຊົນ ຊຶ່ງ ສາ ເຫດເກີດມາຈາກຫລາຍປັດໄຈ ເປັນຕົ້ນ ໄຟອໍານາດ(ໄຟແດງ) ເປ່ເພ ບໍ່ສາມາດນຳໃຊ້ງານໄດ້ຕາມປົກ ກະຕິ, ການຈອດລົດບໍ່ເປັນລະບຽບຕາມແຄມທາງ, ການລະເມີດກົດຈະລາຈອນຂອງຜູ້ໃຊ້ຖະໜົນ, ບວກກັບພາຫະນະເພີ່ມຂຶ້ນ ໃນປັດຈຸບັນ ແລະ ອື່ນໆ.
ທ່ານ ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕຳຫລວດຈາລະຈອນ ຫ້ອງຕຳຫລວດກອງບັນຊາການ ປກສ ນະຄອນຫລວງວຽງຈັນ ໄດ້ຊີ້ແຈງກ່ຽວກັບບັນຫາການຈະລະຈອນຕິດຂັດ ໃນນະ ຄອນຫລວງວຽງຈັນ ໃນວັນທີ 14 ກໍລະກົດ 2026 ນີ້ວ່າ: ປັດຈຸບັນ, ສະພາບການສັນຈອນຢູ່ຕາມເສັ້ນທາງໃນນະຄອນຫລວງວຽງຈັນ ຍັງມີແອອັດ, ສັບສົນຢູ່ພໍສົມຄວນ ເຖິງວ່າເປັນໄລຍະພັກຮຽນຂອງນ້ອງໆນັກຮຽນກໍຕາມ ຊຶ່ງສາເຫດແມ່ນເກີດມາຈາກຫລາຍປັດໄຈ ເຊັ່ນ: ໄລຍະນີ້ແມ່ນລະດູຝົນ ບາງມື້ມີລົມ, ບາງມື້ມີຝົນ, ຖ້າຝົນຕົກແຮງນໍ້າໄຫລບໍ່ທັນກໍຈະມີນໍ້າອັ່ງ-ນໍ້າຂັງ ຢູ່ບາງຈຸດຂອງເສັ້ນທາງ ທັງເວລາທີ່ຝົນຕົກແຮງຈະເຮັດໃຫ້ໄຟອໍານາດຫລາຍຈຸດເປ່ເພ, ໃຊ້ການບໍ່ໄດ້, ມີບາງຈຸດລະບົບຜິດພາດ ໄຟແດງ ຫລື ໄຟຂຽວຮຸ່ງຂຶ້ນ ທັງ 4 ດ້ານພ້ອມກັນ, ມີບາງຈຸດດອກໄຟຢູ່ດ້ານໜຶ່ງຂາດ ແລະ ຢູ່ອີກດ້ານໜຶ່ງຊໍ້າພັດຍັງໃຊ້ໄດ້ປົກກະຕິ.
ປັດຈຸບັນ, ນະຄອນຫລວງວຽງຈັນ ມີໄຟອຳນາດທັງໝົດ 68 ຈຸດ. ໃນນີ້, ໃຊ້ງານໄດ້ປົກກະຕິ 39 ຈຸດ, ເປ່ເພໃຊ້ການບໍ່ໄດ້ 17 ຈຸດ ແລະ ອີກ 12 ຈຸດ ແມ່ນລະບົບຂັດຂ້ອງ (ດ້ານໜຶ່ງດອກໄຟຮຸ່ງ ແລະ ດ້ານໜຶ່ງດອກໄຟຂາດ), ຈໍານວນຍານພາຫະນະປະເພດຕ່າງໆ ລວມທັງລົດຈັກໄຟຟ້າ, ສາມລໍ້ໄຟຟ້າ ທີ່ບໍ່ຕິດແຜ່ນປ້າຍທະບຽນເພີ່ມຂຶ້ນຫລາຍ, ຮ້ານຄ້າ, ຮ້ານອາຫານ ແລະ ອື່ນໆ ທີ່ຕັ້ງຢູ່ຕາມແຄມທາງມີສະຖານທີ່ຈອດລົດບໍ່ພຽງພໍ, ມີນັກຂັບຂີ່ຈໍານວນໜຶ່ງມັກງ່າຍ ບໍ່ປະຕິບັດຕາມກົດລະບຽບການສັນຈອນຢ່າງເຂັ້ມງວດ, ຈອດລົດຊະຊາຍກີດຂວາງການສັນຈອນ ແລະ ບັນຫາອື່ນໆ.
ຕໍ່ສະພາບການດັ່ງກ່າວ, ພະແນກຕໍາຫລວດຈະລາຈອນ ແລະ ກອງຕໍ່າຫລວດຈະລາຈອນ ບັນດາເມືອງ ໄດ້ຮ່ວມກັນຈັດວາງກຳລັງລົງລະບາຍການສັນຈອນ ແລະ ຈັດລະບຽບສາຍທາງ ເພື່ອອໍານວຍຄວາມສະດວກໃຫ້ຜູ້ໃຊ້ລົດໃຊ້ຖະໜົນ ໂດຍເນັ້ນໃສ່ຊົ່ວໂມງຮີບດ່ວນເປັນຕົ້ນຕໍ, ພ້ອມທັງ ສົມ ທົບກັບພາກ ສ່ວນຕ່າງໆທີ່ກ່ຽວຂ້ອງ ສືບຕໍ່ສຸມໃສ່ເຮັດວຽກງານໂຄສະນາເຜີຍແຜ່ກົດໝາຍ, ຈັດກຳລັງລົງລະບາຍການສັນຈອນ ແລະ ເຮັດວຽກງານບັງຄັບໃຊ້ກົດໝາຍຢ່າງເຄັ່ງຄັດ ແລະ ຈະໄດ້ປະສານຫາພາກສ່ວນທີ່ກ່ຽວຂ້ອງມາສ້ອມແປງໄຟອຳນາດ ແລະ ຮ່ອງລະບາຍນ້ຳໃຫ້ສາມາດໃຊ້ງານໄດ້ປົກກະຕິ.
ໂອກາດນີ້, ທ່ານ ພັທ ສັງຄົມ ພົມມະລາດ ຍັງໄດ້ຮຽກຮ້ອງ ມາຍັງບັນດາຜູ້ໃຊ້ລົດໃຊ້ຖະໜົນ ເອົາໃຈໃສ່ປະຕິບັດຕາມກົດລະບຽບການສັນຈອນຢ່າງເຂັ້ມງວດ ເພື່ອແກ້ໄຂການສັນຈອນແອອັດ ແລະ ຫລຸດຜ່ອນອຸບັດເຫດ, ສ້າງຄວາມປອດໄພໃນການສັນຈອນ.
ຂໍ້ມູນ-ພາບ: ປກສ