ແບນຊິກ ຊະນະ ສະຫະລັດອາເມຣິກາ 4-1 ຜ່ານເຂົ້າຮອບ 8 ທີມ ໄປພົບກັບ ແອັດສະປາຍ

ຊານ ເດ ເຄເຕລາເລີ ຍິງ 2 ປະຕູ ບວກກັບ ຮານ ຟານາເກັນ ແລະ ໂຣເມລູ ລູກາກູ ຊ່ວຍໃຫ້ ທີມຊາດແບນຊິກ ໄລ່ເອົາຊະນະ ສະຫະລັດອາເມຣິກາ 4-1 ຜ່ານເຂົ້າສູ່ຮອບ 8 ທີມສຸດທ້າຍ ໄປພົບກັບ ແອັດສະປາຍ ທີ່ເອົາຊະນະ ປ໋ອກຕຸຍການ 1-0 ໃນວັນທີ 11 ກໍລະກົດ 2026 ໃນຂະນະທີ່ ສະຫະລັດອາເມຣິກາ ຍັງຄົງມີສະຖິຕິທີ່ບໍ່ໜ້າຈົດຈໍາ ໂດຍຕົກຮອບ 16 ທີມສຸດທ້າຍ 4 ສະໄໝຕິດຕໍ່ກັນ.
ໃນຂະນະດຽວກັນ ຜົນການແຂ່ງຂັນດັ່ງກ່າວ ຍັງເຮັດໃຫ້ 3 ຊາດເຈົ້າພາບຮ່ວມ ທັງ ສະຫະລັດ ອາເມຣິກາ ແຄນນາດາ ແລະ ເມັກຊິໂກ ຕ້ອງຕົກຮອບໄປທັງໝົດເປັນທີ່ຮຽບຮ້ອຍແລ້ວ.