ມາຣົກ ສາມາດເອົາຊະນະ ການາດາ 3-0 ຜ່ານເຂົ້າຮອບ 8 ທີມເຕະ ບານໂລກ 2026

ທີມຊາດມາຣົກ (ໂມຣັອກໂຄ) ມາໂຊຟອມຮ້ອນແຮງໃນເຄິ່ງເວລາຫຼັງ ໄລ່ຖະຫຼົ່ມ ເຈົ້າພາບຮ່ວມ ທີມຊາດການາດາ ໄປແບບຂາດຮອຍ 3-0 ຈາກການເໝົາຄົນດຽວສອງປະຕູຂອງ ອັດເຊດິນ ອູນາຮີ ກ່ອນທີ່ ໂຊຟີຢານ ຣາຮີມີ ຕົວສຳຮອງຈະຍິງປິດທ້າຍ ພານຳທີມຜ່ານເຂົ້າສູ່ຮອບກ່ອນຮອງຊະນະເລີດ ຫຼື ຮອບ 8 ທີມສຸດທ້າຍ ໃນການແຂ່ງຂັນເຕະບານໂລກໄດ້ເປັນສະໄໝທີ 2 ຕິດຕໍ່ກັນ.
 
ທີມມາຣົກ​ ຈະເຂົ້າໄປຖ້າພົບກັບຜູ້ຊະນະລະຫວ່າງ ຝຣັ່ງ ຫຼື ປາຣາໄກວ ໃນວັນທີ 9 ກໍລະກົດ 2026 ເພື່ອລຸ້ນສ້າງປະຫວັດສາດໜ້າໃໝ່ອີກຄັ້ງ. ທີມ ການາດາ ເຖິງວ່າຕ້ອງຢຸດຕິເສັ້ນທາງ ເວີ ຄັບ 2026 ໄວ້ພຽງຮອບ 16 ທີມ ແຕ່ພວກເຂົາກໍສ້າງປະຫວັດສາດຄັ້ງສຳຄັນ ດ້ວຍການຜ່ານເຂົ້າສູ່ຮອບນັອກເອົາ ແລະ ຜ່ານເຂົ້າເຖິງຮອບ 16 ທີມສຸດທ້າຍເຕະບານໂລກໄດ້ເປັນຄັ້ງທຳອິດ ນັບເປັນຜົນງານທີ່ໜ້າພາກພູມໃຈຂອງເຈົ້າພາບຮ່ວມໃນຄັ້ງນີ້.