6 ເດືອນຕົ້ນປີ ຫວຽດນາມ ມີລາຍຮັບຈາກແຂກທ່ອງທ່ຽວ 9 ຕື້ໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 5 ກໍລະກົດ ຜ່ານມາວ່າ: ຕາມໂຕເລກຂອງກົມສະຖິຕິ (ກະຊວງການເງິນ ຫວຽດນາມ) ທີ່ຫາກໍປະກາດແລ້ວ, ໃນເດືອນມິຖຸນາ 2026 ຫວຽດນາມ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນປະມານ 1,7 ລ້ານເທື່ອຄົນ. ໄລ່ລວມ 6 ເດືອນຂອງປີ 2026, ຈຳນວນແຂກທ່ອງທ່ຽວມາຢ້ຽມຢາມ ຫວຽດນາມ ບັນລຸເກືອບ 12.3 ລ້ານເທື່ອຄົນ, ມີລາຍຮັບ 9 ຕື້ກວ່າໂດລາ. ດ້ວຍໝາກຜົນດັ່ງກ່າວ, ຂະແໜງທ່ອງທ່ຽວ ຫວຽດນາມ ໄດ້ປະຕິບັດສຳເລັດເກືອບ 50% ເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວສາກົນ 25 ລ້ານເທື່ອຄົນໃນປີນີ້.
 
ຂ່າວລະບຸວ່າ: ກ່ຽວກັບຂອບຂະໜາດຕະຫຼາດ, ໃນ 6 ເດືອນຕົ້ນປີ 2026, ຈີນ, ສ ເກົາຫຼີ ສືບຕໍ່ແມ່ນຕະຫຼາດມີແຂກທ່ອງທ່ຽວມາຫຼາຍທີ່ສຸດ, ກວມເອົາປະມານ 40% ຈໍານວນແຂກທ່ອງທ່ຽວສາກົນມາ ຫວຽດນາມ. ຖັດຈາກນັ້ນແມ່ນຣັດເຊຍ, ໄຕ້ຫວັນ (ຈີນ), ອາເມຣິກາ ແລະ ຍີ່ປຸ່ນ.
 
ທາງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງຈະຊຸກຍູ້ການພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ ແລະ ມຸ່ງໄປເຖິງແຂກທ່ອງທ່ຽວທີ່ມີລາຍຈ່າຍສູງ ແລະ ພັກເຊົ່າດົນ.