ຕາແສງກະດັນ ສະຫຼຸບຜົນງານຮອບດ້ານ 6 ເດືອນຕົ້ນປີ 2026

ໃນທ້າຍເດືອນ ມິຖຸນາ 2026 ນີ້, ຄະນະກໍາມະການປົກຄອງຕາແສງກະດັນ ເມືອງໂຂງ ແຂວງຈໍາປາສັກ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານ ໄລຍະ 06 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 06 ເດືອນທ້າຍປີ 2026. ເຂົ້າຮ່ວມໃນພິທີຄັ້ງນີ້ມີທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ພັນໂທ ບຸນເພັງ ພົມມາຫານ ຄະນະປະຈຳພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງ ທັງເປັນຜູ້ຊີ້ນຳວຽກງານຮອບດ້ານ, ທ່ານ ຈັນສະໝອນ ໄຊປະເສີດ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງກະດັນ, ມີບັນດາທ່ານໃນຄະນະກຳມະການຕາແສງ, ນາຍບ້ານ, ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້ ທ່ານ ບຸນທັນ ແສງທອງ ຮອງປະທານຄະນະກຳມະການປົກຄອງຕາແສງກະດັນ ໄດ້ຜ່ານບົດລາຍງານໂດຍສັງເຂບວ່າ: ພາຍຫຼັງທີ່ຕາແສງກະດັນ ໄດ້ຮັບການສ້າງຕັ້ງຂຶ້ນໃໝ່ຢ່າງເປັນທາງການ ຕາມມະຕິຕົກລົງຂອງຄະນະປະຈໍາພັກເມືອງໂຂງ ເມື່ອວັນທີ 27 ກຸມພາ 2026 ທີ່ຜ່ານມາ. ໂດຍຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງໃນໄລຍະ 6 ເດືອນຕົ້ນປີ, ຄະນະກໍາມະການປົກຄອງຕາແສງກະດັນ ພາຍໃຕ້ການນໍາພາ-ຊີ້ນໍາຂອງອົງຄະນະພັກຮາກຖານ ຍາດໄດ້ຜົນງານອັນພົ້ນເດັ່ນໃນຫຼາຍດ້ານເປັນຕົ້ນ: ວຽກງານການເມືອງ-ແນວຄິດ ແລະ ການປັບປຸງກົນຈັກການຈັດຕັ້ງ ອົງຄະນະພັກຮາກຖານຕາແສງກະດັນ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການໂຄສະນາສຶກສາອົບຮົມການ ເມືອງ-ແນວຄິດ ໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ພໍ່ແມ່ປະຊາຊົນພາຍໃນ 23 ບ້ານ. ປັດຈຸບັນ, ທົ່ວຕາແສງມີຄະນະພັກຮາກຖານກວມເອົາ 37 ໜ່ວຍພັກ, ມີສະມາຊິກພັກທັງໝົດ 478 ສະຫາຍ. ສໍານັກງານຕາແສງກະດັນ (ຕັ້ງຢູ່ບ້ານໃຫຍ່ຂີ້ນາກ) ໄດ້ຮັບການປັບປຸງບູລະນະດ້ານອາຄານສະຖານທີ່ໄດ້ 80% ເພື່ອຮັບປະກັນຄວາມພ້ອມໃນການບໍລິການປະຊາຊົນ. ນອກຈາກນີ້, ຍັງໄດ້ຕ້ອນຮັບຄະນະຜູ້ແທນຈາກຄະນະຈັດຕັ້ງແຂວງຫົວພັນ ແລະ ແຂວງຈໍາປາສັກ ໃນການພົບປະແລກປ່ຽນບົດຮຽນວຽກງານການຈັດຕັ້ງ ແລະ ວຽກງານຕາແສງ. ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ): ວຽກງານຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ຕາແສງໄດ້ສໍາເລັດການເປີດອົບຮົມການເມືອງ-ຫັດແອບການທະຫານໃຫ້ແກ່ກໍາລັງ ປກຊ-ປກສ ທັງໝົດ 23 ບ້ານ ໂດຍມີຜູ້ເຂົ້າຮ່ວມ 200 ກວ່າຄົນ, ເຮັດໃຫ້ກໍາລັງມີຄວາມເຂັ້ມແຂງ ພ້ອມທັງໄດ້ເຄື່ອນໄຫວຮ່ວມກັບ ກອງບັນຊາການ ປກສ ເມືອງ ໃນການກວດກາ, ທ້ອນໂຮມອາວຸດລ່າເນື້ອ ແລະ ສິ່ງຜິດກົດໝາຍຕ່າງໆ. ວຽກງານເສດຖະກິດ-ການເງິນ ແລະ ການຄຸ້ມຄອງຊຸມຊົນ: ໃນດ້ານການເງິນ, ຕາແສງກະດັນ ສາມາດຈັດເກັບລາຍຮັບເຂົ້າງົບປະມານປະຈໍາປີ 2026 ໄດ້ແລ້ວ 234.928.859 ກີບ, ເທົ່າກັບ 59.43% ຂອງແຜນການປີ. ວຽກງານວັດທະນະທໍາ-ສັງຄົມ ແລະ ສິ່ງແວດລ້ອມ: ຄະນະປົກຄອງຕາແສງ ໄດ້ເອົາໃຈໃສ່ຊີ້ນໍາການສຶກສາ ໂດຍໄດ້ເຂົ້າຮ່ວມຕິດຕາມ ແລະ ອໍານວຍຄວາມສະດວກໃນການສອບເສັງຈົບຊັ້ນ ມໍ 4 ແລະ ມໍ 7 ຢູ່ ມສ ຂີ້ນາກ ພ້ອມທັງອອກແຈ້ງການໃຫ້ປິດຮ້ານບັນເທິງຊົ່ວຄາວໃນຊ່ວງເວລາສອບເສັງ. ດ້ານສິ່ງແວດລ້ອມ, ໄດ້ຊີ້ນໍາໃຫ້ບ້ານຊົນລະວຽງ ແລະ ບ້ານພຽງດີ ຕິດປ້າຍຫ້າມຖິ້ມຂີ້ເຫຍື່ອຕາມແຄມທາງຫຼວງເລກທີ 13, ພ້ອມທັງນໍາພາຂະບວນການອະນາໄມ ແລະ ປູກຕົ້ນໄມ້ ຢູ່ອ້ອມຮອບສໍານັກງານຕາແສງຢ່າງເປັນຂະບວນຟົດຟື້ນ.
ທັງໝົດນັ້ນ ຄືໝາກຜົນທີ່ຕາແສງກະດັນ ຍາດມາໄດ້ໃນໄລຍະ 6 ເດືອນຕົ້ນປີ 2026. ສໍາລັບທິດທາງ 06 ເດືອນທ້າຍປີ, ຄະນະກໍາມະການປົກຄອງຕາແສງກະດັນ ຈະສືບຕໍ່ເພີ່ມທະວີຄວາມສາມັກຄີ, ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ ແລະ ຫັນປ່ຽນຢ່າງຕັ້ງໜ້າ ເພື່ອຊຸກຍູ້ໃຫ້ 23 ບ້ານພາຍໃນຕາແສງ ໄດ້ຮັບການພັດທະນາຢ່າງຮອບດ້ານ ແລະ ໝັ້ນຄົງ ຕາມທິດທາງແຜນການທີ່ວາງໄວ້.
ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ