ໂຮງໝໍແຂວງຊຽງຂວາງ ສະຫລຸບວຽກງານປັບປຸງຄຸນນະພາບ 6 ເດືອນຕົ້ນປີ

ແຫລ່ງຂ່າວຈາກ ແຂວງຊຽງຂວາງ ໃຫ້ຮູ້ວ່າ: ໂຮງໝໍແຂວງຊຽງຂວາງ ສະຫລຸບການຈັດຕັ້ງປະຕິບັດວຽກງານປັບປຸງຄຸນນະພາບ (CQI) 6 ເດືອນຕົ້ນປີ ແລະ ວາງແຜນທິດທາງແຜນການ 6 ເດືອນທ້າຍປີ 2026 ໃນວັນທີ 3 ກໍລະກົດ 2026 ເພື່ອຊອກຫາວິທີທາງແກ້ໄຂຈຸດຄົງຄ້າງ, ເພື່ອຍົກລະດັບຄຸນນະພາບການບໍລິການ ດ້ານສາທາລະນະສຸກຂອງໂຮງໝໍແຂວງ ແລະ ໂຮງໝໍເມືອງ ໃຫ້ມີຄວາມທັນສະໄໝ, ປອດໄພ ແລະ ສ້າງຄວາມພໍໃຈໃຫ້ແກ່ປະຊາຊົນນັບມື້ນັບສູງຂຶ້ນ ໂດຍການເປັນປະທານຂອງ ທ່ານ ດຣ. ວິລະເດດ ປະພາສີຣິ ອໍານວຍການໂຮງໝໍແຂວງຊຽງຂວາງ, ມີທ່ານ ບຸນເພັງ ສິນລະວົງ ຫົວໜ້າພະແນກສາທາລະນະສຸກແຂວງຊຽງຂວາງ ພ້ອມດ້ວຍຂະແໜງການ, ຜູ້ຕາງໜ້າຈາກໂຮງໝໍເມືອງ 6 ເມືອງ, ພະນັກງານແພດໝໍ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
 
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອສໍາຫລວດຄວາມເພິ່ງພໍໃຈຂອງຄົນເຈັບ ແລະ ພີ່ນ້ອງຄົນເຈັບ ຕໍ່ການບໍລິການປິ່ນປົວ ຢູ່ເຂດນອກ ແລະ ຄົນເຈັບນອນໂຮງໝໍ, ເພື່ອປະເມີນລະດັບຄວາມເພິ່ງພໍໃຈຂອງຜູ້ມາຮັບບໍລິການ ເຊັ່ນ: ດ້ານການຕ້ອນຮັບ ແລະ ຂໍ້ມູນຂ່າວສານ, ດ້ານຄວາມສະອາດ, ດ້ານສະຖານທີ່ ແລະ ສິ່ງອໍານວຍຄວາມສະດວກ, ເພື່ອຮັບຟັງຄວາມຄິດເຫັນ ຂອງຜູ້ຮັບບໍລິການໃນໂຮງໝໍແຂວງຊຽງຂວາງ. ພ້ອມນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານ ຜົນການຈັດຕັ້ງປະຕິບັດວຽກງານທີ່ສຳຄັນ ໂດຍສະເພາະ ວຽກງານ "5 ດີ", ບົດສະຫລຸບຜົນການຈັດຕັ້ງວຽກງານປັບປຸງຄຸນນະພາບ 6 ເດືອນຕົ້ນປີ ແລະ ການເຜີຍແຜ່ບົດລາຍງານທາງການແພດ. ນອກຈາກນີ້, ຍັງໄດ້ສະເໜີຜົນສໍາຫລວດຄວາມເພິ່ງພໍໃຈຂອງຄົນເຈັບ ແລະ ພີ່ນ້ອງຄົນເຈັບ ເພື່ອເປັນບ່ອນອີງໃນການປັບປຸງການບໍລິການ ພ້ອມທັງຮັບຟັງການຜ່ານທິດທາງແຜນການ 6 ເດືອນທ້າຍປີ 2026 ຕື່ມອີກ.
 
ໃນກາດດຽວກັນ, ຜູ້ຕາງໜ້າຈາກບັນດາໂຮງໝໍເມືອງ ໄດ້ລາຍງານຜົນການປະເມີນວຽກງານ CQI ໃນໄລຍະ 6 ເດືອນຜ່ານມາ ຂອງຄົນທ້ອງຖິ່ນຕົນ. ໃນກອງປະຊຸມຍັງໄດ້ເປີດເວທີສົນທະນາ ພາຍໃຕ້ຫົວຂໍ້ “ການສ້າງຄວາມເຂັ້ມແຂງ 5 ດີ 1 ພໍໃຈ” ໂດຍລົງເລິກ 5 ຂົງເຂດວຽກງານຄື: ການບໍລິການດູແລປິ່ນປົວ, ການບໍລິການແບບເອົາຄົນເຈັບເປັນໃຈກາງ, ໜ່ວຍງານທີ່ປະຕິບັດ QI ໄດ້ດີ (ໜ່ວຍງານວິເຄາະ), ພື້ນຖານໂຄງລ່າງ-ການບໍລິຫານຄຸ້ມຄອງໂຮງໝໍ ແລະ ວຽກງານກວດກາ.
ຂ່າວ: ສົມພອນ, ພາບ: ຄຸດ