ມອບຜູ້ຖືກຫາສະແກມເມີ 174 ຄົນໃຫ້ເຈົ້າໜ້າທີ່ຕຳຫຼວດຈີນ

ໂດຍປະຕິບັດຕາມກົດໝາຍ ວ່າດ້ວຍການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ, ຂໍ້ຕົກລົງ ວ່າດ້ວຍການຮ່ວມມື ສ້າງຕັ້ງສູນຮ່ວມມືວຽກງານຕຳຫຼວດ ລາວ-ຈີນ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ຈີນ ແລະ ຕາມການປະສານສົມທົບເຮັດວຽກຕົວຈິງຮ່ວມກັບເຈົ້າໜ້າ ທີ່ຕຳຫຼວດ ສປ ຈີນ ປະຈຳຢູ່ ສູນຮ່ວມມື ລາວ-ຈີນ ແລະ ປະຕິບັດຕາມສັນຍາແຜນການຮ່ວມມືລະຫວ່າງ ລາວ-ຈີນ ໃນ ການແລກປ່ຽນຂໍ້ມູນຂ່າວສານ ແລະ ການສົ່ງຕົວຜູ້ຖືກຫາທີ່ເປັນ ຄົນຕ່າງປະເທດ ( ໂດຍສະເພາະຄົນຈີນ ) ກັບຄືນປະເທດເພື່ອດໍາເນີນຄະດີ ຫຼັງຈາກຖືກກັກຕົວໄດ້ຢູ່ ສປປ ລາວ.
ໃນວັນທີ 4 ກໍລະກົດ 2026, ກົມຕຳຫຼວດຄຸ້ມຄອງຄົນຕ່າງປະເທດ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ສົມທົບກັບ ຄະນະສູນຮ່ວມມືວຽກງານຕຳຫຼວດ ລາວ-ຈີນ ໄດ້ດຳເນີນການນຳສົ່ງຜູ້ຖືກຫາສັນຊາດຈີນ ຈຳນວນ 174 ຄົນ ຍິງ 4 ຄົນ ໃຫ້ເຈົ້າໜ້າທີ່ຕຳຫຼວດ ສປ ຈີນ ເພື່ອສືບຕໍ່ດຳເນີນການສືບສວນ-ສອບ ສວນ ໂດຍຜ່ານດ່ານສາກົນບໍ່ເຕນ ແຂວງຫຼວງນ້ຳທາ.
ຜູ້ຖືກຫາຈຳນວນດັ່ງກ່າວຖືກກັກຕົວໄດ້ຫຼັງຈາກເຈົ້າໜ້າທີ່ວິຊາສະເພາະກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ຕິດຕາມ ກວດກາ ແລະ ແກ້ໄຂເປົ້າໝາຍສົງໄສວ່າ ກຸ່ມຄົນດັ່ງກ່າວມີການເຄື່ອນໄຫວລະເມີດຕໍ່ກົດໝາຍວ່າດ້ວຍການເຂົ້າ-ອອກ ແລະ ຄຸ້ມຄອງຄົນຕ່າງປະເທດຢູ່ ສປປ ລາວ ຕາມຂໍ້ກ່າວຫາບໍ່ເຂົ້າ-ອອກຕາມດ່ານທີ່ທາງການກຳນົດ, ເຮັດວຽກບໍ່ຖືກເປົ້າໝາຍ, ດຳເນີນທຸລະກິດ, ປະກອບອາຊີບໂດຍບໍ່ໄດ້ຮັບອະນຸຍາດ, ລັກລີ້ຊ່ອນຢູ່ ສປປ ລາວ ແລະ ເຄື່ອນໄຫວກໍ່ອາຊະຍາກຳສໍ້ໂກງຊັບທາງໂທລະຄົມ ແລະ ການສື່ສານ (ສະແກມເມີ) ໂດຍຖືກຈັດສົ່ງມາຈາກຫຼາຍພາກສ່ວນເຊັ່ນ: ກົມຕຳຫຼວດຄຸ້ມຄອງຄົນຕ່າງປະເທດ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ປກສ ແຂວງ ຄໍາມ່ວນ, ປກສ ແຂວງ ວຽງຈັນ ພ້ອມທັງສົ່ງມອບເຄື່ອງຂອງກາງການກະທຳຜິດຈຳນວນຫຼາຍເປັນຕົ້ນແມ່ນ: ຄອມພິວເຕີ້ ແລະ ໂທລະສັບມືຖື ເພື່ອເປັນຂໍ້ມູນຫຼັກຖານ ໃຫ້ແກ່ການສືບຕໍ່ດຳເນີນການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕຳຫຼວດ ສປ ຈີນ.
ພິທີມອບ-ຮັບຕົວຜູ້ຖືກຫາຄັ້ງນີ້ ຕາງໜ້າຝ່າຍລາວເຊັນບົດບັນທຶກມອບ-ຮັບ ໂດຍ ພັອ ຟອງສາລີ ຈັນທະວົງສາ ຮອງຫົວໜ້າກົມຕຳຫຼວດຄຸ້ມຄອງຄົນຕ່າງປະເທດ, ຝ່າຍຈີນເຊັນຮັບໂດຍ ພັທ ຈ່າງ ສຽນ ຫົວໜ້າໜ່ວຍງານ ຕມ ເມືອງເມິງຫຼ້າ ກິ່ງ ແຂວງສິບສອງພັນນາ ແຂວງຢຸນໜານ ສປ ຈີນ.
ໃນໂອກາດນີ້, ຈຶ່ງຂໍຮຽກຮ້ອງມາຍັງປະຊາຊົນ ບັນດາເຜົ່າ ທຸກຊັ້ນຄົນໃນສັງຄົມໃຫ້ມີສະຕິຕໍ່ກົນອຸບາຍ ຂອງພວກກຸ່ມຄົນບໍ່ດີປະຈຸບັນນີ້ບັນຫາອາຊະຍາກຳ ທາງໂທລະຄົມ ແລະ ການສື່ສານ ຫຼື ອາຊະຍາກໍາທາງລະບົບຄອມພິວເຕີ ( ສະແກມເມີ ) ແມ່ນມີຮູບແບບການຫຼອກລວງທີ່ຫຼາກຫຼາຍ, ສະນັ້ນຕ້ອງມີວິທີປ້ອງກັນຕົນເອງ, ພ້ອມນີ້ ນັກທຸລະກິດ ແລະ ຊາວຄ້າຂາຍ ຫຼື ຜູ້ປະກອບການເຮືອນໃຫ້ເຊົ່າ, ໂຮງແຮມ, ອະພາດເມັນ, ຫ້ອງແຖວ ຕ້ອງມີ ສ່ວນຮ່ວມ ແລະ ໃຫ້ການຮ່ວມກັບເຈົ້າໜ້າທີ່, ບໍ່ໃຫ້ກຸ່ມຄົນບໍ່ດີມາສວຍໃຊ້ສະຖານທີ່ຂອງຕົນໃນການກະທຳທີ່ຜິດກົດໝາຍ; ຕ້ອງມີມາດຕະການທີ່ເຂັ້ມງວດຕໍ່ຜູ້ ໃຊ້ບໍລິການ ຖ້າຫາກພົບເຫັນມີການເຄື່ອນໄຫວທີບໍ່ຖືກຕ້ອງຕາມກົດໝາຍຕ້ອງໄດ້ລາຍງານຕໍ່ເຈົ້າໜ້າທີ່ ຢ່າງຮີບດ່ວນ.
ພາບ-ຂ່າວ: ແກ້ວ ອຸເພັດ