ສາຍການບິນອາຊີ ມີຜູ້ໂດຍສານໜ້ອຍລົງໃນເສັ້ນທາງເອີຣົບ

ຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ ຜ່ານມາວ່າ: ຂໍ້ມູນຈາກບໍລິສັດວິເຄາະຂໍ້ມູນການບິນ "Cirium" ລະບຸວ່າ: ກ່ອນເກີດຂໍ້ຂັດແຍ່ງ ສາຍການບິນ Emirates, Qatar Airways ແລະ Etihad Airways ໄດ້ຂົນສົ່ງຜູ້ໂດຍສານເກືອບໜຶ່ງສ່ວນສາມຈາກອາຊີໄປເອີຣົບ ລວມທັງຜູ້ໂດຍສານຫຼາຍກວ່າເຄິ່ງໜຶ່ງຈາກອົສຕຣາລີ ແລະ ນູແວນເຊລັງ.
 
ເຖິງຢ່າງໃດກໍຕາມ, ເມື່ອສົງຄາມອີຣານເລີ່ມຕົ້ນໃນວັນທີ 28 ກຸມພາ ຜ່ານມາ, ສະໜາມບິນທີ່ສຳຄັນໃນອ່າວເປີເຊຍໄດ້ຖືກປິດຍ້ອນການໂຈມຕີຂອງໂດຣນ ແລະ ລູກສອນໄຟ, ກ່ອນທີ່ຈະກັບຄືນສູ່ລະດັບປົກກະຕິປະມານ 90% ໃນກາງເດືອນມິຖຸນາ, ອີງຕາມຂໍ້ມູນຈາກເວັບໄຊ Flightradar24.
ລະຫວ່າງເດືອນມີນາ ຫາ ພຶດສະພາ, ສາຍການບິນຕາເວັນອອກກາງໄດ້ຟື້ນຕົວຈາກຈຳນວນຜູ້ໂດຍສານທີ່ຫຼຸດລົງເກືອບ 60% ເມື່ອທຽບກັບປີກ່ອນ ມາເປັນການຫຼຸດລົງ 28%, ອີງຕາມຂໍ້ມູນຈາກສະມາຄົມຂົນສົ່ງທາງອາກາດສາກົນ (IATA).
 
ໂຄສົກຂອງສາຍການບິນ Korean Air ກ່າວວ່າ: ສາຍການບິນມີອັດຕາການບັນທຸກຜູ້ໂດຍສານເພີ່ມຂຶ້ນໃນເສັ້ນທາງເອີຣົບເມື່ອທຽບກັບປີກ່ອນ ໃນລະຫວ່າງເດືອນມີນາ ຫາ ພຶດສະພາ, ແຕ່ຄວາມຕ້ອງການຖ້ຽວບິນເຊື່ອມຕໍ່ຍັງສືບຕໍ່ຫຼຸດລົງຫຼັງຈາກສາຍການບິນໃນບັນດາປະເທດອ່າວເປີເຊຍກັບມາໃຫ້ບໍລິການອີກຄັ້ງໃນໃນໄຕມາດທີສອງ.
 
ສາຍການບິນ ANA ຂອງຍີ່ປຸ່ນ ມີອັດຕາການບັນທຸກຜູ້ໂດຍສານໃນຖ້ຽວບິນເອີຣົບຫຼຸດລົງຈາກ 93.1% ໃນເດືອນມີນາ ມາເປັນ 86.9% ໃນເດືອນເມສາ ເຖິງວ່າຈະມີການເພີ່ມຂຶ້ນ 8.7% ເມື່ອທຽບໃສ່ປີກ່ອນ. ໃນຂະນະທີ່ສາຍການບິນສິງກະໂປກໍມີອັດຕາການບັນທຸກເພີ່ມຂຶ້ນ 13.8% ໃນເດືອນດຽວກັນ ກ່ອນທີ່ຈະຫຼຸດລົງຢ່າງໄວວາ ມາເປັນ 4.9% ໃນເດືອນຕໍ່ມາ ແລະ ຫຼຸດລົງເຫຼືອພຽງ 1.1% ໃນເດືອນພຶດສະພາ.