“ຖໍ້ານອນ-ຖໍ້ານາງຟ້າ” ຕົວແບບການທ່ອງທ່ຽວສີຂຽວ ຄຽງຄູ່ກັບການອະນຸລັກທຳມະຊາດ

ການທ່ອງທ່ຽວໃນປັດຈຸບັນ ບໍ່ໄດ້ຈຳກັດພຽງ ການເດີນທາງ ໄປພັກຜ່ອນ ຫລື ສ້າງຄວາມ ມ່ວນຊື່ນ ເທົ່ານັ້ນ, ແຕ່ໄດ້ເຫັນມາໃຫ້ ຄວາມສຳ ຄັນກັບການອະນຸລັກທຳມະຊາດ, ຮັກສິ່ງແວດ ລ້ອມ, ວິຖີຊີວິດ ແລະ ວັດທະນະທຳ ຂອງຊຸມ ຊົນ ທ້ອງຖິ່ນ ຊຶ່ງຮູບແບບການ ທ່ອງທ່ຽວທີ່ ມີຄວາມຮັບຜິດຊອບບໍ່ພຽງແຕ່ຊ່ວຍຮັກສາຄວາມອຸດົມສົມບູນຂອງທຳມະຊາດ, ແຕ່ຍັງສ້າງ ຜົນດີຕໍ່ ສຸຂະພາບ ແລະ ເສດຖະກິດຂອງຊຸມຊົນຕື່ມອີກ.
 
ຖໍ້ານອນ-ຖໍ້ານາງຟ້າຕັ້ງຢູ່ບໍ່ໄກຈາກຕົວເມືອງວັງວຽງ ແຂວງວຽງຈັນ ແມ່ນໜຶ່ງໃນແຫລ່ງ ທ່ອງທ່ຽວ ທີ່ໄດ້ຮັບຄວາມນິຍິມຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ເມື່ອເດີນທາງມາເຖິງ ສະຖານ ທີ່ ດັ່ງກ່າວນັກທ່ອງທ່ຽວ ຈະໄດ້ຂ້າມຂົວອູ່ພ້ອມ ຊົມທິວທັດທຳມະຊາດຂອງພູຫີນປູນທີ່ສວຍງາມຕັ້ງສະຫງ່າຢູ່ເບື້ອງຫລັງ.ເມື່ອຍ່າງເຂົ້າໄປຮອດບໍລິເວນປາກຖໍ້າ, ຈະຮູ້ສຶກໄດ້ເຖິງ ຄວາມ ເຢັນທີ່ຜ່ານ ມາຈາກຖໍ້າທັນທີ, ເວລາຍ່າງເຂົ້າ ໄປພາຍໃນຖ້ຳ ຈະສຳຜັດ ໄດ້ເຖິງອາກາດເຢັນສະບາຍ ແລະ ຄວາມງົດງາມຂອງຫີນງອກ-ຫີນຍ້ອນ, ມີການ ຕິດຕັ້ງໄຟແສງສີຕາມແຕ່ລະຈຸດຊ່ວຍໃຫ້ນັກທ່ອງທ່ຽວສາມາດຍ່າງຊົມຄວາມງາມໄດ້ຢ່າງສະດວກສະບາຍ ແລະ ປອດໄພ.
 
ທ່ານ ບຸນພັນ ວົງສໍາພັນ ປະທານບໍລິສັດ ທ່ອງທ່ຽວວັນເດີຟູນ ລາວ ຈໍາກັດຜູ້ດຽວ ແລະ ຜູ້ພັດທະນາ-ບໍລິຫານຈັດການເຂດທ່ອງທ່ຽວຖ້ຳນອນ-ຖໍ້ານາງຟ້າ ໄດ້ໃຫ້ສຳພາດ ຕໍ່ທີມສື່ມວນຊົນ ໃນໂອກາດທີ່ໄປທັດສະນະສຶກສາການລາຍງານຂ່າວບັນຫາສີຂຽວຂອງໂຄງການ ແກມຊີວວ່າ: ຖ້ຳແຫ່ງ ນີ້ ໄດ້ເລີ່ມພັດທະນາຢ່າງຈິງຈັງໃນປີ 2014 ແລະເປີດໃຫ້ບໍລິການໃນປີ 2016 ຊຶ່ງຈຸດເດັ່ນ ລັກສະນະພິເສດຂອງຖ້ຳແຫ່ງນີ້ກໍຄື:ພາຍໃນຖໍ້າຈະເຕັມໄປດ້ວຍຫີນງອກ-ຫີນຍ້ອຍທີ່ມີຮູບຊົງແປກຕາ ແລະ ມີແສງປະກາຍຍິບຍັບ ຄືກັບເພັດ ເມື່ອຖືກແສງໄຟ,ບາງສ່ວນຮູບຊົງຂອງຫີນເບິ່ງຄ້າຍຄືກັບຜ້າມ່ານ, ບາງກ້ອນຄືກັບຮູບຮ່າງຂອງເທວະດາ ຫລື ນາງຟ້າ ຕາມຈິນຕະນາການ ຈຶ່ງເປັນທີ່ມາຂອງຊື່ "ຖໍ້ານາງຟ້າ" ນັ້ນເອງ.ພ້ອມນັ້ນ ຖ້ຳແຫ່ງນີ້ ຍັງຄວາມພິ ເສດອີກຢ່າງຄື ມີການປ່ຽນແປງ ອຸນຫະພູມຕາມສະພາບອາກາດໝາຍຄວາມວ່າ: ທາງນອກອາກາດ ຮ້ອນທາງກໍ່ຈະເຢັນສົດຊື່ນ, ກົງກັນຂ້າມທາງ ນອກອາກາດ ໜາວທາງ ໃນກໍຈະເປັນອຸ່ນໆ ແລະມີເສັ້ນທາງ ເຂົ້າ-ອອກຢ່າງ ຊັດເຈນ (ເຂົ້າທາງໜຶ່ງ-ອອກ ອີກທາງໜຶ່ງ ຈະບໍ່ໄດ້ກັບ ທາງເກົ່າ)ຊຶ່ງ ໄດ້ອໍານວຍຄວາມ ສະດວກໃຫ້ແກ່ນັກທ່ອງທ່ຽວທຸກຮຸ່ນທຸກໄວ.
 
ທ່ານ ບຸນພັນ ວົງສໍາພັນກ່າວຕື່ມວ່າ: ນອກຈາກ ຄວາມງາມ ຂອງທໍາມະ ຊາດແລ້ວ, ພວກເຮົາຍັງ ໃຫ້ຄວາມສຳຄັນ ຕໍ່ການອະນຸລັກຮັກສາສິ່ງແວດ ລ້ອມໂດຍໄດ້ປະກາດຍົກເລີກການໃຊ້ໂຟມພາຍໃນເຂດທ່ອງທ່ຽວແລະໄດ້ຈັດລະບົບຄັດແຍກຂີ້ເຫຍື້ອຢ່າງເຂັ້ມງວດເພື່ອບໍ່ໃຫ້ມີສານປົນເປື້ອນລົງສູ່ດິນ, ແຫລ່ງນ້ຳ ເພື່ອເປັນການຮັກສາ ລະບົບນິເວດໃຫ້ຄົງຄວາມ ສົມບູນຕະ ຫລອດໄປ.
 
ປັດຈຸບັນ ຖໍ້ານາງນອນ-ນາງຟ້າ ໄດ້ກາຍເປັນ ແຫລ່ງທ່ອງທ່ຽວ ທີ່ສຳຄັນຂອງເມືອງວັງວຽງ, ກາຍເປັນຈຸດໝາຍປາຍ ທາງຂອງ ນັກທ່ອງທ່ຽວ ທຸກສາລະທິດ, ນອກຈາກຄວາມສວຍ ສົດງົດງາມຂອງ ທຳມະຊາດແລ້ວ, ຍັງກິດຈະກຳ ທີ່ຫລາກ ຫລາຍໄວ້ຄອຍບໍລິການ ເຊັ່ນ:ຂີ່ກົງເບັ້ງ,ລ່ອງເຮືອກາຢັກ,ຕັ້ງແຄັມປິ້ງ, ຂີ່ສະລິງ ທີ່ຍາວ ເຖິງ1.450 ແມັດ ແລະ ອື່ນໆ. ພ້ອມນັ້ນ ຍັງມີສິ່ງອຳ ນວຍຄວາມ ສະດວກໃຫ້ກັບ ແຂກຄົນ ບໍ່ວ່າຈະເປັນ ຮ້ານອາຫານທີ່ ສາມາດຮອງຮັບ ແຂກຄົນໄດ້ເຖິງ900 ຄົນແລະມີສະລອຍ ນໍ້າສໍາ ລັບຄອບຄົວນຳອີກ.ການມາທ່ຽວຖໍ້ານາງນອນ-ນາງຟ້າບໍ່ພຽງແຕ່ໄດ້ເຫັນຄວາມງາມຂອງຫີນງອກ-ຫີນຍ້ອຍເທົ່ານັ້ນ, ແຕ່ຄືການ ໄດ້ເຫັນຄວາມ ສະອາດ, ຄວາມຂຽວງາມ ຂອງສິ່ງແວດລ້ອມ ແລະ ໄດ້ພາຕົວເອງມາ ສໍາຜັດກັບຄວາມງຽບ ສະຫງົບ ແລະ ສຳຜັດ ໄດ້ເຖິງ ຄວາມຍິ່ງໃຫຍ່ ຂອງທໍາມະ ຊາດເມືອງວັງຢ່າງແທ້ຈິງ.
ໂດຍ: ດາວັນ