6 ເດືອນ ຕົ້ນປີ ຂະແໜງສາທາລະນະສຸກ ແຂວງອຸດົມໄຊ ມີວຽກງານພົ້ນເດັ່ນຫລາຍດ້ານ

ໃນຕະຫລອດໄລຍະ 6 ເດືອນຜ່ານມາ ພະແນກສາທາລະນະສຸກແຂວງອຸດົມໄຊ ໄດ້ຈັດຕັ້ງປະຕິບັດວຽກງານໂດຍມີວຽກງານທີ່ພົ້ນເດັ່ນ ຫລາຍດ້ານ ໂດຍສະເພາະ ໄດ້ສຸມໃສ່ ວຽກງານ ວັນສັກຢາກັນພະຍາດ ແຫ່ງຊາດ ໂປລີໂອ ສຳເລັດ 2 ຮອບ ຜົນໄດ້ຮັບກວ່າ 90%, ຕິດຕາມ, ເຝົ້າລະວັງ, ລາຍງານ ຕອບໂຕ້ ການລະບາດຂອງພະຍາດຕາມລະດູການ ແລະ ແກ້ໄຂ ສະພາບ ເບື່ອເຫັດ ຢູ່ເມືອງແບງໄດ້ສຳເລັດ.
 
ທ່ານ ດຣ. ຫຸມພັນ ອິນທະມຸງຄຸນ ຫົວຫນ້າພະແນກ ສາທາລະນະສຸກແຂວງອຸດົມໄຊ ໄດ້ລາຍງານໃນກອງປະຊຸມ ສະຫລຸບວຽກງານວິຊາສະເພາະ ປະຈຳ 6 ເດືອນຕົ້ນປີ ແລະ ກຳນົດທິດທາງແຜນການ 6 ເດືອນທ້າຍ ປີ 2026 ຂອງ ພະແນກ ສາທາລະນະສຸກ ແຂວງອຸດົມໄຊ ໃນວັນທີ 29 ມິຖຸນາ 2026 ຜ່ານມາວ່າ: ພ້ອມນີ້, ຍັງໄດ້ແຕ່ງຕັ້ງຄະນະກຳມະການ ກະກຽມສະເໜີຮ່າງນິຕິກຳລຸ່ມກົດໝາຍ 4 ສະບັບ, ລົງເຜີຍແຜ່ ກົດໝາຍ ແລະ ນິຕິກຳ ຕິດພັນກັບການຊຸກຍູ້ວຽກງານຢູ່ບັນດາເມືອງ ພ້ອມທັງປະເມີນຄຸນນະພາບຂອງການບໍລິການ ລະຫວ່າງ ໂຮງໝໍເມືອງ ແລະ ແຂວງ.
 
ກອງປະຊຸມຄັ້ງນີ້, ກໍເພື່ອຍົກໃຫ້ເຫັນ ດ້ານດີຜົນງານ, ດ້ານອ່ອນ, ຂໍ້ຄົງຄ້າງ ໃນການເຄື່ອນ ໄຫວ ຈັດຕັ້ງປະຕິບັດ ວຽກງານວິຊາສະເພາະຂອງແຕ່ລະວຽກງານ ເພື່ອພ້ອມກັນ ກຳນົດທິດທາງແຜນການ ໃນການສືບຕໍ່ເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານ ໃຫ້ບັນລຸຕາມຕົວເລກລະດັບຄາດໝາຍທີ່ໄດ້ກຳນົດໄວ້ ກໍຄື ຕົວເລກທີ່ກອງປະຊຸມສະພາ ໄດ້ຮັບຮອງ ໃນ 11 ຕົວຊີ້ບອກ. ພ້ອມນີ້, ຍັງໄດ້ຮັບຟັງການລາຍ ຜົນການເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານອື່ນໆ ຈາກ ໂຮງຮຽນ ສາທາລະນະສຸກ, ໂຮງໝໍແຂວງ, ບັນດາ ຫ້ອງການ ສາທາລະນະສຸກເມືອງ ເປັນຕົ້ນ ວຽກງານ ອະນາໄມ ແລະ ສົ່ງເສີມສຸຂະພາບ, ຄວບຄຸມພະຍາດຕິດຕໍ່, ປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ອາຫານ ແລະ ຢາ, ຄຸ້ມຄອງ ແລະ ພັດທະນາພະນັກງານ, ວຽກງານປະກັນສຸຂະພາບ, ແຜນການ ແລະ ການເງິນ, ການພັດທະນາໂຮງຮຽນ ແລະ ການແບກຫາບວຽກງານຂອງພະນັກງານ, ການພັດທະນາໂຮງໝໍ ຕາມທິດກຸ້ມຕົນເອງ.
 
ພ້ອມນີ້, ຜູ້ເຂົ້າຮ່ວມ ຍັງໄດ້ປະກອບຄຳເຫັນ ຕໍ່ບາງບັນຫາ ແລະ ໜ້າວຽກທີ່ເຫັນວ່າ ຍັງຈັດຕັ້ງປະຕິບັດບໍ່ທັນບັນລຸຕາມແຜນການທີ່ກຳນົດໄວ້ ເພື່ອເປັນບ່ອນອີງ ສຳຄັນ ສົມທົບກັບ ທິດທາງແຜນການ ໃນໄລຍະ 6 ເດືອນທ້າຍປີ 2026 ແນໃສ່ເຮັດໃຫ້ ການເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານ ໃນຕໍ່ໜ້າ ຂອງ ຂະແໜງ ສາທາລະນະສຸກ ໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ.
ຂ່າວ-ພາບ: ຄານມະນີ ຮຽນດໍຈັນ