ຄບຕ ສະຫຼຸບຜົນງານ 6 ເດືອນຕົ້ນປີ 2026

ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ໄດ້ຈັດກອງປະຊຸມສະຫຼຸບຜົນການດຳເນີນວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2026 ໃນວັນທີ 1 ກໍລະກົດ ຜ່ານມາ, ໂດຍມີທ່ານ ປັນຍາ ມະນີວົງ ຫົວໜ້າຫ້ອງການ ຄບຕ ເປັນປະທານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນ 6 ເດືອນຜ່ານມາ, ຄບຕ ໄດ້ສຸມໃສ່ວຽກອະນາໄມ ແລະ ຈັດລະບຽບຕົວເມືອງ ໂດຍກວດກາຄວາມສະອາດ 27 ເສັ້ນທາງໃນ 5 ເມືອງ, ດູດຝຸ່ນກວ່າ 7,2 ລ້ານຕາແມັດ, ເກັບກຳຂີ້ເຫຍື້ອຕາມສາຍທາງ 450 ໂຕນ, ດຳເນີນໂຄງການອະນາໄມຮ່ອງລະບາຍນ້ຳ ແລະ ໂຄງການບຳບັດນ້ຳເປື້ອນສຳເລັດຕາມແຜນ. ນອກຈາກນັ້ນ, ຍັງບໍລິການດູດອາຈົມ 3,118 ຖ້ຽວ, ບົວລະບັດສວນສາທາລະນະ ແລະ ຕັດຫຍ້າຕາມເສັ້ນທາງສາຍຫຼັກຢ່າງຕໍ່ເນື່ອງ ພ້ອມທັງຮ່ວມແກ້ໄຂຜົນກະທົບຈາກໄພພິບັດໃນເຂດເມືອງສີໂຄດຕະບອງ.
ປັດຈຸບັນ, ການບໍລິການເກັບມ້ຽນ, ຂົນຂີ້ເຫຍື້ອຄວບຄຸມ 359 ບ້ານ ຫຼື 75% ຂອງບ້ານທັງໝົດໃນນະຄອນຫຼວງວຽງຈັນ, ຂົນສົ່ງຂີ້ເຫຍື້ອທົ່ວໄປໄດ້ 87,365 ໂຕນ ແລະ ຂີ້ເຫຍື້ອຕິດເຊື້ອ 100,700 ກິໂລ.
ກອງປະຊຸມຍັງໄດ້ປະເມີນຜົນງານດ້ານຄຸ້ມຄອງຄວາມສະອາດ, ຮ່ອງລະບາຍນ້ຳ, ບຳບັດນ້ຳເປື້ອນ, ສວນ ແລະ ໄຟຟ້າສາທາລະນະ ພ້ອມຖອດຖອນບົດຮຽນ ແລະ ກຳນົດແຜນວຽກສຳຄັນ ເພື່ອສືບຕໍ່ຍົກລະດັບການບໍລິການຕົວເມືອງໃນ 6 ເດືອນທ້າຍປີ 2026.
ແຫຼ່ງຂ່າວ: ວຽງຈັນໃໝ່