ເຕັກນິກການປູກກາຣົດ

   ກາຣົດເປັນພືດຊະນິດໜຶ່ງທີ່ອຸດົມໄປດ້ວຍວິຕາມິນເອ, ວິຕາມິນບີ, ວິຕາມິນຊີແລະແຄນຊຽມທີ່ດູດຊຶມງ່າຍ, ດ້ວຍເຫດນີ້ຄົນສ່ວນຫຼາຍຈິ່ງນິຍົມບໍລິໂພກກາຣົດນັບມື້ຫຼາຍຂຶ້ນແລະນຳມາປຸງແຕ່ງອາຫານໄດ້ຫຼາຍຊະນິດ, ຊຶ່ງອາດເປັນໂອກາດທີ່ດີສຳລັບຊາວກະສິກອນທ່ານໃດທີ່ມີພື້ນທີ່ປູກຢູ່ແລ້ວແລະກຳລັງວາງແຜນປູກພືດເປັນສິນຄ້າເພື່ອສົ່ງອອກ, ເນື່ອງຈາກການປູກກາຣົດຢູ່ພາຍໃນປະເທດເຮົາແມ່ນມີໜ້ອຍເພາະສ່ວນຫຼາຍເປັນສິນຄ້ານຳເຂົ້າຈາກປະເທດເພື່ອນບ້ານ, ແຕ່ ຖ້າຊາວສວນສາມາດປູກໄດ້ກໍ່ຈະເປັນການຫຼຸດຜ່ອນສິນຄ້ານຳເຂົ້າແລະຈະຊ່ວຍສ້າງລາຍຮັບໃຫ້ແກ່ຜູ້ທີ່ປະກອບອາຊີບນີ້ອີກດ້ວຍ.

   ແຫຼ່ງຂໍ້ມູນຈາກສູນຄົ້ນຄວ້າກະສິກໍາໃຫ້ຮູ້ວ່າ: ກາຣົດສາມາດຈະເລີນເຕີບໂຕໄດ້ດີໃນເຂດອາກາດໜາວໂດຍທົ່ວໄປອຸນຫະພູມທີ່ເໝາະສົມສຳລັບການເຕີບໂຕຢູ່ລະຫວ່າງ 25-28 ອົງສາເຊ, ຫາກອຸນຫະພູມສູງກວ່າ 28 ອົງສາຈະເຮັດໃຫ້ການຈະເລີນທາງໃບຫຼຸດລົງ, ສ່ວນອຸນຫະພູມເໝາະ ສົມແມ່ນ 18-21 ອົງສາເຊ, ຫາກມີຄວາມແຕກຕ່າງຂອງອຸນຫະພູມລະຫວ່າງຜິວດິນແລະລະດັບດິນທີ່ເລິກລົງໄປ 10-15 ຊັງຕີແມັດຫຼາຍຈະເຮັດໃຫ້ຮູບຊົງຂອງຫົວບໍ່ສະໝໍ່າສະເໝີເພາະກາ ຣົດເປັນພືດທີ່ຕ້ອງການແສງຫຼາຍໂດຍສະເລ່ຍປະມານ 9-14 ຊົ່ວ ໂມງຕໍ່ວັນ ແລະຈະເລີນໄດ້ດີໃນດິນລະອຽດ, ດິນລ້ວນ, ໜ້າດິນເລິກມີອິນຊີວັດຖຸສູງລະບາຍນ້ຳໄດ້ດີ, ຄວາມເປັນກົດດ່າງຂອງດິນ 6,5-7,5, ສ່ວນການປູກໃນດິນໜຽວ ຫຼື ໂຄງສ້າງຂອງດິນແຂງ ຈະເຮັດ ໃຫ້ຫົວແຕກແລະມີຮູບຊົງຜິດ ປົກກະຕິ.

   ສໍາລັບດິນທີ່ຈະປູກຕ້ອງຂຸດ ຕາກແດດ ແລະໂຮຍປູນຂາວໃນປະລິມານ 100 ກຣາມຕໍ່ຕາແມັດປະໄວ້ຢ່າງໜ້ອຍ 14 ວັນ, ພ້ອມກຳຈັດວັດສະພືດທີ່ຂຶ້ນໃນໜານ ກວ້າງ 1 ແມັດ, ສ່ວນການປູກແມ່ນຈະໃຊ້ວິທີການຢອດແກ່ນແລະຄວນໃສ່ປຸຍສູດ 12-24-12 ໃນປະລິມານ 20-30 ກຣາມຕໍ່ຕາແມັດລົງໃນດິນ, ຈາກນັ້ນ ປັບດິນໜ້າໜານໃຫ້ລຽບ, ແລ້ວຂີດເປັນຮ່ອງເລິກ 1 ຊັງຕີແມັດ, ລວງຂວາງຂອງໜານຫ່າງກັນ ຮ່ອງລະ 15 ຊັງຕີແມັດຕາມມາດ້ວຍການຢອດແກ່ນເທື່ອລະແກ່ນໄລຍະຫ່າງ 1 ຊັງຕີແມັດ ຈາກນັ້ນຖົມດ້ວຍແກບ ແລ້ວເອົາ ເຟືອງປົກບາງໆ ແລະຫົດນ້ຳໃຫ້ ຊຸ່ມ.

    ພໍເມື່ອຕົ້ນກາຣົດໃຫຍ່ປະມານ 5-5 ຊັງຕີແມັດໃຫ້ຖອນຕົ້ນທີ່ຖີ່ອອກປະໃຫ້ຫ່າງກັນ 2-3 ຊັງຕີ ແມັດຕໍ່ຕົ້ນ, ພ້ອມທັງໃສ່ປຸ໋ຍສູດ 15-15-15 ໃນປະລິມານ 30-35 ກຣາມຕໍ່ຕາແມັດແລະເສຍ ຫຍ້າພ້ອມ, ເມື່ອໃຫຍ່ປະມານ 15 ຊັງຕີແມັດຖອນອອກອີກໃຫ້ເຫຼືອຫ່າງປະມານ 7 ຊັງຕີແມັດຕໍ່ຕົ້ນ, ຈາກນັ້ນໃຫ້ຕື່ມປຸ໋ຍໝັກຊີວະພາບລົງໃນລະຫວ່າງແຖວ 300 ກຣາມຕໍ່ຕາແມັດ ເຮັດທຸກໆ 15-20 ວັນແລະໃສ່ປຸ໋ຍສູດ 13-13-21 ໃນປະລິມານ 30-35 ກຣາມຕໍ່ຕາແມັດ ໂຮຍໃນຮ່ອງເລິກ 2-3 ຊັງຕີແມັດ ລະຫວ່າງແຖວປູກ.

   ການປູກກາຣົດຈະມີບັນຫາທາງຫົວເພາະຈະຖືກທຳລາຍຈາກສ້ຽນດິນແລະເນົ່າເສຍງ່າຍ, ສະນັ້ນວິທີປ້ອງກັນຄວນຜ່ອນນ້ຳ, ແຕ່ຖ້າກາຣົດເຝືອໃບຄືໃບງາມແຕ່ ຫົວມີຂະໜາດນ້ອຍໃຫ້ຫັກກ້ານໃບໂດຍການໃສ່ເກີບຢຽບຍອດແລະກ້ານໃບຂອງກາຣົດໃຫ້ລົ້ມລົງເພື່ອຫຼຸດການລຳລຽງອາຫານໄປລ້ຽງໃບໃນໄລຍະທີ່ກາຣົກຳລັງຈະເປັນຫົວ, ຫຼັງຈາກປູກໄດ້ 100-120 ວັນກໍ່ສາມາດເກັບ ກ່ຽວຜົນຜະລິດ.