ສສກ ເປີດບັ້ນສອບເສັງຈົບຊັ້ນ ມ7 ບໍາລຸງ ທົ່ວປະເທດ ສົກຮຽນ 2025-2026

ໃນວັນທີ 29 ມິຖຸນາ 2026 ທີ່ກະຊວງສຶກສາທິການ ແລະ ກີລາ (ສສກ) ຈັດພິທີເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍບຳລຸງ (ມ7) ທົ່ວປະເທດ ປະຈໍາສົກຮຽນ 2025-2026 ຂຶ້ນຢ່າງເປັນທາງການ ໃນຮູບແບບເຊິ່ງໜ້າ ແລະ ທາງໄກ (ອອນລາຍ) ໂດຍການເປັນປະທານຂອງ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ບັນດາຫົວໜ້າກົມ-ຮອງຫົວໜ້າກົມ ຄະນະຮັບຜິດຊອບຈາກພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ແລະ 17 ແຂວງໃນທົ່ວປະເທດ ຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນພິທີທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜູ້ບໍລິຫານການສຶກສາທຸກຂັ້ນ ທີ່ໄດ້ເອົາໃຈໃສ່ຈັດການຮຽນ-ການສອນ ແລະ ຫ້າງຫາຈັດຕັ້ງການກະກຽມຄວາມພ້ອມຮອບດ້ານ ເປັນຕົ້ນແມ່ນສະຖານທີ່ສອບເສັງ ກໍາມະການຄຸ້ມຄອງ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ເພື່ອຮັບປະກັນໃຫ້ບັ້ນສອບເສັງດຳເນີນໄປຢ່າງມີປະສິດທິຜົນ ບັ້ນສອບເສັງຈົບຊັ້ນ ມ7 ບຳລຸງ ເອກະພາບທົ່ວປະເທດໃນສົກຮຽນນີ້ ຈະຈັດຂຶ້ນລະຫວ່າງວັນທີ 7-8 ກໍລະກົດ 2026 ທີ່ຈະມາເຖິງ ໃນສົກຮຽນ 2025-2026 ມີຕົວເລກນັກສອບເສັງທັງໝົດ 725 ຄົນ ຍິງ 293 ຄົນ (ທຽບໃສ່ສົກຮຽນຜ່ານມາ ແມ່ນຫຼຸດລົງ 93 ຄົນ ຍິງ 15 ຄົນ).
ໂອກາດດຽວກັນ, ທ່ານຮອງລັດຖະມົນຕີ ກໍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການສຶກສານອກໂຮງຮຽນ ລະບົບບຳລຸງຍົກລະດັບວ່າ: ເປັນວຽກງານບູລິມະສິດ ແລະ ຍຸດທະສາດທີ່ສຳຄັນຂອງ ພັກ-ລັດຖະບານ ໃນການສ້າງໂອກາດໃຫ້ແກ່ປະຊາຊົນ ພະນັກງານ ທະຫານ ຕຳຫຼວດ ແລະ ຊາວໜຸ່ມຜູ້ທີ່ພາດໂອກາດໄດ້ເຂົ້າເຖິງການສຶກສາຢ່າງທົ່ວເຖິງ ຍຸຕິທຳ ແລະ ສະເໝີພາບ ເພື່ອສົ່ງເສີມການຮຽນຮູ້ຕະຫຼອດຊີວິດ ແລະ ສ້າງສັງຄົມແຫ່ງພູມປັນຍາ ພ້ອມທັງເປັນບ່ອນຮອງຮັບ ແລະ ໃຫ້ໂອກາດແກ່ຜູ້ທີ່ປະລະການຮຽນ ໃຫ້ໄດ້ກັບມາຮຽນຈົບການສຶກສາພາກບັງຄັບ ແລະ ສືບຕໍ່ຮຽນໃນລະດັບທີ່ສູງຂຶ້ນ ເພື່ອໄປພັດທະນາຕົນເອງ ຄອບຄົວ ແລະ ປະເທດຊາດ.
ເພື່ອຮັບປະກັນໃຫ້ການສອບເສັງຄັ້ງນີ້ ດຳເນີນໄປດ້ວຍຄວາມເປັນລະບຽບຮຽບຮ້ອຍ ໂປ່ງໃສ ຍຸຕິທຳ ແລະ ບັນລຸຜົນສໍາເລັດຕາມຄາດໝາຍ ທ່ານຮອງລັດຖະມົນຕີ ໄດ້ມີທິດຊີ້ນຳ ແລະ ເນັ້ນໜັກບາງຈຸດສໍາຄັນ ໃຫ້ຄະນະກຳມະການທຸກຂັ້ນໃຫ້ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ ປະຕິບັດກົດລະບຽບການສອບເສັງຢ່າງເຂັ້ມງວດ ໂປ່ງໃສ ແລະ ຍຸຕິທຳ ທີ່ສຸດ ນັກສອບເສັງຂໍໃຫ້ມີຄວາມໝັ້ນໃຈໃນຕົນເອງ ນໍາໃຊ້ຄວາມຮູ້ ແລະ ປະສົບການທີ່ໄດ້ຮຽນມາເຂົ້າໃນການສອບເສັງຢ່າງມີສະຕິ ຮອບຄອບ ແລະ ປະຕິບັດລະບຽບວິໄນການສອບເສັງຢ່າງຊື່ສັດບໍລິສຸດ ພະແນກສຶກສາທິການ ແລະ ກີລາແຂວງ ສືບຕໍ່ກະກຽມຄວາມພ້ອມດ້ານຕ່າງໆ ຕາມການແນະນຳຂອງກົມການສຶກສານອກໂຮງຮຽນ ພ້ອມທັງຖືໂອກາດນີ້ໃນການໂຄສະນາວຽກງານການສຶກສານອກໂຮງຮຽນດ້ວຍຫຼາຍຮູບແບບ ເພື່ອໃຫ້ສັງ ຄົມເຂົ້າໃຈ ແລະ ໃຫ້ການສະໜັບສະໜູນຫຼາຍຂຶ້ນ ການສະຫຼຸບຕີລາຄາພາຍຫຼັງສິ້ນສຸດການສອບເສັງ ຕ້ອງມີການສະຫຼຸບ ຖອດຖອນບົດຮຽນຢ່າງລະອຽດ ເພື່ອເປັນທິດທາງປັບປຸງໃນຕໍ່ໜ້າ ແລະ ລາຍງານໃຫ້ຂັ້ນສູນກາງຮັບຊາບ.