ສຶກສາອົບຮົມໄວລຸ້ນ 15 ຄົນ ມົ້ວສຸມດື່ມນ້ຳກະທ້ອມ ແລະສານເສບຕິດ

ໃນວັນທີ 30 ມິຖຸນາ 2026, ພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງຕະໂອ້ຍ ແຂວງສາລະວັນ ໄດ້ສຶກສາອົບຮົມກຸ່ມໄວລຸ້ນ 15 ຄົນ (ຍິງ 6 ຄົນ) ທີ່ມີພຶດຕິກຳມົ້ວສຸມດື່ມນ້ຳກະທ້ອມ, ປະສົມຄໍລະເຈນ ແລະສານເສບຕິດອື່ນໆ.
ກອງປະຊຸມດັ່ງກ່າວ ໂດຍການເປັນປະທານຂອງທ່ານ ພັນໂທ ກິແກ້ວ ແສງສຸລິຍາ, ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າກອງບັນຊາການ ປກສ ເມືອງຕະໂອ້ຍ,ພ້ອມດ້ວຍຜູ້ປົກຄອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
 
ເຈົ້າໜ້າທີ່ໄດ້ເຜີຍແຜ່ເອກະສານກ່ຽວກັບຜົນຮ້າຍ ແລະ ໄພອັນຕະລາຍຂອງການດື່ມນ້ຳກະທ້ອມ, ການໃຊ້ຄໍລະເຈນ ແລະ ຢາສູບໄຟຟ້າທີ່ມີສານເສບຕິດ ເຊິ່ງສົ່ງຜົນກະທົບຮ້າຍແຮງຕໍ່ຮ່າງກາຍ ດັ່ງນີ້:
ຜົນກະທົບຕໍ່ລະບົບປະສາດ:ເຮັດໃຫ້ມີອາການງຸດງິດ, ໃຈເຕັ້ນຜິດປົກກະຕິ, ຊຶມເສົ້າ ແລະ ປະສາດຫຼອນ;ຜົນກະທົບຕໍ່ສຸຂະພາບ ແລະ ສັງຄົມ: ຮ່າງກາຍຊຸດໂຊມ, ເສຍອະນາຄົດ, ຄອບຄົວແຕກແຍກ ແລະ ສ້າງຄວາມເດືອດຮ້ອນໃຫ້ແກ່ສັງຄົມ.
ພາຍຫຼັງສຳເລັດການສຶກສາອົບຮົມ, ເຈົ້າໜ້າທີ່ໄດ້ໃຫ້ກຸ່ມເປົ້າໝາຍເຮັດບົດບັນທຶກກ່າວເຕືອນ ແລະ ມອບໃຫ້ພໍ່ແມ່ຜູ້ປົກຄອງນຳໄປສຶກສາອົບຮົມຕໍ່ ໂດຍເນັ້ນຢ້ຳວ່າ:
1. ຕ້ອງປັບປ່ຽນພຶດຕິກຳຢ່າງເດັດຂາດ.
2. ຫາກຍັງສືບຕໍ່ກະທຳຜິດອີກ, ເຈົ້າໜ້າທີ່ຈະນຳຕົວມາດຳເນີນຄະດີຕາມລະບຽບກົດໝາຍຢ່າງເຂັ້ມງວດ.
3. ສຳລັບຈຳນວນ 5 ຄົນໃນກຸ່ມດັ່ງກ່າວ, ເຈົ້າໜ້າທີ່ຈະໄດ້ດຳເນີນມາດຕະການແກ້ໄຂຕໍ່ໄປຕາມຂະບວນການ.
ພາບ-ຂ່າວ:ກິລິຍາ