ຫົວໜ້າພະແນກສາທາ ລົງຕິດຕາມວຽກງານຢູ່ໂຮງໝໍແຂວງ

ວັນທີ 29 ມິຖຸນາ ທ່ານ ດຣ ນາງ ລໍາພັນ ໄຊຄໍາມີ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ ໄດ້ລົງຕິດຕາມການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ຢູ່ໂຮງໝໍແຂວງເຊກອງ ເພື່ອແນໃສ່ປັບປຸງຄຸນນະພາບການບໍລິການໃຫ້ດີຂຶ້ນເທື່ອລະກ້າວ.
 
ທ່ານ ດຣ ລັດສະໝີ ສຸພັນທອງ ອໍານວຍການໂຮງໝໍແຂວງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ໃຫ້ຮູ້ວ່າ: ການຮັບໃຊ້ສັງຄົມຂອງໂຮງໝໍແຂວງ ເຫັນວ່າ ບັນດາພະນັກງານແພດໝໍ ມີຄວາມຫ້າວຫັນ ບຸກບືນສຸມທຸກສະຕິປັນຍາ ຄວາມຮູ້ ຄວາມສາມາດ ຂອງຕົນ ໃນການປິ່ນປົວ ແລະເບິ່ງແຍງຄົນເຈັບ ທີ່ເຂົ້າມາຮັບການບໍລິການ ແລະ ມີຄົນເຈັບ ຈາກແຂວງໄກ້ຄຽງ ເຂົ້າມາໃຊ້ບໍລິການປິ່ນປົວນັບມື້ນັບເພີ່ມຂຶ້ນ; ເຊິ່ງພາຍໃນໂຮງໝໍ ມີ 19 ໜ່ວຍງານທາງດ້ານວິຊາການ, ຄວາມອາດສາມາດທາງດ້ານວິຊາການ ແມ່ນໄດ້ ກວດ ແລະປິ່ນປົວລະບົບເຂດນອກ, ກວດ ແລະຮັບເຂົ້ານອນປິ່ນປົວ, ຜ່າຕັດໃຫຍ່, ຜ່າຕັດກອງ, ຜ່າຕັດນ້ອຍ, ຊ່ວຍເກີດລູກທໍາມະດາ, ກວດວິເຄາະ, ຊ່ອງກະເພາະ, ອູນຕຣາຊາວ-ລັງສີ, ສອນພາກປະຕິບັດຕົວຈິງ ແລະ ທິດສະດີໃຫ້ກັບນັກສຶກສາທີ່ມາຝຶກງານ, ພ້ອມນີ້ ກໍມີການບໍລິການພະຍາບານແບບ 24 ຊົ່ວໂມງ, ມີການໂຮມຕົວເປັນລະບົບກອງທຶນປະກັນສຸຂະພາບແຫ່ງຊາດ; ປະຈຸບັນກວມເອົາ 100% ໃນທົ່ວແຂວງ, ໄດ້ອອກໃບຢັ້ງຢືນສຸຂະພາບ 199 ເທື່ອຄົນ, ກວດເຂດນອກທັງໝົດ 5.374 ເທື່ອຄົນ, ບໍລິການປົວແຂ້ວ 94 ເທື່ອຄົນ, ເອໂກ 1.268 ເທື່ອຄົນ, ລັງສີ 485 ເທື່ອຄົນ, ການສີດສານກັນແສງ ກ່ອນກວດລັງສີ (UIV) 3 ເທື່ອຄົນ, ແທກຫົວໃຈ 153 ເທື່ອຄົນ; ຄົນເຈັບນອນໂຮງໝໍ 1.812 ເທື່ອຄົນ, ປິ່ນປົວດີ 1.624 ເທື່ອຄົນ, ຂໍກັບບ້ານ 111 ເທື່ອຄົນ, ສົ່ງຕໍ່ໄປປິ່ນປົວຕ່າງແຂວງ 68 ເທື່ອຄົນ, ຄົນເຈັບເສຍຊີວິດ 9 ຄົນ; ຫຼັງລາຍງານ, ແຕ່ລະໜ່ວຍງານ ກໍແລກປ່ຽນຄຳຄິດເຫັນ ແລະ ມີຂໍ້ສະເໜີ ເພື່ອປັບປຸງຄຸນນະພາບການບລິການດ້ານສຸຂະພາບໃນໂຮງໝໍແຂວງ ໂດຍສະເພາະ ຂອດການປັບປຸງ ຕາມນະໂຍບາຍ 5 ດີ 1 ພໍໃຈ ໃຫ້ດີຂຶ້ນເທື່ອລະກ້າວ ເພື່ອສ້າງຄວາມປະທັບໃຈ ແລະ ຄວາມເພິ່ງພໍໃຈຂອງຜູ້ມາໃຊ້ບໍລິການໃນໂຮງໝໍ.
 
ໂອກາດນີ້, ທ່ານ ດຣ ນາງ ລໍາພັນ ໄຊຄໍາມີ ໄດ້ເນັ້ນໃຫ້ພະນັກງານແພວ-ໝໍ ຈົ່ງສືບຕໍ່ ເຂ້ມງວດປະຕິບັດນະໂຍບາຍ 5 ດີ 1 ພໍໃຈ ຄື: ຮັບຕ້ອນດີ, ສະດວກດີ, ສະອາດດີ, ບົ່ງມະຕິຖືກຕ້ອງຊັດເຈນດີ, ປີ່ນປົວດີໄວ ແລະ ຜູ້ມາຮັບບໍລິການເພິ່ງພໍໃຈ; ທັງນີ້, ແຕ່ລະທີມງານ, ຄະນະກຳມະການ ຂໍໃຫ້ສືບຕໍ່ເຄື່ອນໄຫວຢ່າງຕໍ່ເນື່ອງໃນໜ້າທີ່ ຂອງຕົນ ເປັນຕົ້ນ: ນຳໃຊ້ຢາປີ່ນປົວໃຫ້ສົມເຫດສົມຜົນ, ຄວບຄຸມການຕິດເຊື້ອໃນໂຮງໝໍ ເພື່ອຄວາມປອດໄພຂອງຄົນເຈັບ ພ້ອມທັງຮັກສາສີ່ງແວດລ້ອມພາຍໃນ ແລະ ນອກອາຄານ; ປຸກລະດົມແນວຄວາມຄິດປັບປຸງຫ້ອງນອນພິເສດສຳລັບຄົນເຈັບ ເພື່ອໃຫ້ມີຄວາມສະດວກ, ສະບາຍ, ສະອາດຂື້ນກວ່າເກົ່າ; ມອບໃຫ້ຄະນະພັກ-ຄະນະອຳນວຍການໂຮງໝໍ ນໍາພາ-ຊີ້ນໍາພະນັກງານແພດ-ໝໍ ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ; ໃນສ່ວນບັນຫາຢາປິ່ນປົວ ບໍ່ພຽງພໍແມ່ນໃຫ້ມີການປະສານສົມທົບກັບຂະແໜງອາຫານ ແລະຢາ ໃຫ້ວ່ອງໄວ ພ້ອມລາຍງານຫາພະແນກໂດຍດ່ວນ ເພື່ອມີທິດຊີ້ນໍາ ແກ້ໄຂໃຫ້ທັນກການ; ທີ່ສໍາຄັນ ໃຫ້ຮັບຟັງຄຳຄິດເຫັນຈາກປະຊາຊົນພ້ອມນຳມາປັບປຸງແກ້ໄຂ ໃນຂໍ້ຂາດຕົກບົກຜ່ອງ ແລະ ໃຫ້ຊີ້ແຈງ ໃນຂໍ້ຂ້ອງໃຈ ຂອງຜູ້ມາຮັບບໍລິການ ເພື່ອສ້າງຄວາມເຂົ້າໃຈທີ່ຖືກຕ້ອງໃນລະບົບປະກັນສຸຂະພາບ ແລະ ນະໂຍບາຍດ້ານຕ່າງໆ.
ຂ່າວ : ພຸດທະສອນ