ຄະນະນຳກະຊວງການຕ່າງປະເທດ ພົບປະການນຳແຂວງຫຼວງພະບາງ

ທ່ານ ນາງ ວຽນວິໄລ ດີລະພັນ ຮອງປະທານຄະນະກໍາມະການປົກຄອງແຂວງ ພ້ອມດ້ວຍຄະນະ ແລະ ພະແນກການທີ່ກ່ຽວຂ້ອງ ໄດ້ພົບປະກັບ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຮອງປະທານຜູ້ປະຈຳການ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດຕົກຄ້າງທີ່ບໍ່ທັນແຕກຢູ່ ສປປ ລາວ, ພ້ອມດ້ວຍຄະນະ ເມື່ອບໍ່ດົນມານີ້.
 
ໂອກາດນີ້ ທ່ານ ອານຸພາບ ວົງໜໍ່ແກ້ວ ໄດ້ແຈ້ງຈຸດປະສົງ ພ້ອມທັງປຶກສາຫາລື ການກະກຽມຄວາມພ້ອມ ກ່ຽວກັບແຜນການເຄື່ອນໄຫວວຽກງານ ແລະ ລົງຕິດຕາມ, ຊຸກຍູ້ການກະກຽມຄວາມພ້ອມທາງດ້ານພາກສະໜາມທຳລາຍລູກລະເບີດ ທີ່ແຂວງພະບາງ ເພື່ອຮັບປະກັນ ໃຫ້ແກ່ການຕ້ອນຮັບຄະນະຜູ້ແທນ ທີ່ຈະເດີນທາງມາຢ້ຽມຢາມ ໃນໄລຍະເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ຊຶ່ງຈະຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນເດືອນກັນຍາຈະມາເຖິງນີ້, ແນໃສ່ໃຫ້ມີຄວາມພ້ອມຮອບດ້ານ, ມີຄວາມລະບຽບຮຽບຮ້ອຍ ແລະ ບັນລຸຜົນສຳເລັດຕາມຄາດໝາຍ.
 
ທ່ານ ນາງ ວຽນວິໄລ ດີລະພັນ ໄດ້ສະແດງຄວາມ ຍິນດີຕ້ອນຮັບ ແລະ ເຫັນດີຕໍ່ ແຜນການເຄື່ອນໄຫວວຽກງານ, ພ້ອມທັງ ສະເໜີໃຫ້ບັນດາອະນຸກຳມະການ ກໍຄືຂະແໜງການທີ່ກ່ຽວຂ້ອງອ້ອມຂ້າງແຂວງ ຕ້ອງເພີ່ມທະວີຄວາມຮັບຜິດຊອບ ເຂົ້າໃນການເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານ ຕາມພາລະບົດບາດຢ່າງເຄັ່ງຄັດ, ເປັນເຈົ້າການໃນການກະກຽມຄວາມພ້ອມຮອບດ້ານ ເປັນຕົ້ນ ວຽກງານການຮັກສາຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍ, ການປະດັບປະດາເອ້ຢ້ອງຕົວເມືອງ, ການກະກຽມສະຖານທີ່, ທີ່ພັກ, ພາຫະນະ ແລະ ພິທີການຕ້ອນຮັບ ໃຫ້ມີຄວາມລະອຽດ, ຈົບງາມ ແລະ ສົມກຽດ ເພື່ອຮັບປະກັນໃຫ້ແກ່ການຕ້ອນຮັບຄະນະຜູ້ແທນ ທີ່ຈະເດີນທາງມາເຂົ້າຮ່ວມກອງປະຊຸມລະດັບສາກົນໃນຄັ້ງນີ້ ດຳເນີນໄປດ້ວຍຜົນສຳເລັດຢ່າງຈົບງາມ. ພ້ອມນີ້, ໄດ້ມີການແລກປ່ຽນຄຳເຫັນ ຕໍ່ກັບວຽກງານການກະກຽມແຕ່ລະດ້ານ ເປັນຕົ້ນ ສະຖານທີ່ຈັດກອງປະຊຸມ, ການຮັກສາຄວາມປອດໄພ, ການອຳນວຍຄວາມສະດວກແຕ່ລະດ້ານ.
ຂ່າວ-ພາບ: ເພັດສາຄອນ ສີມມະວົງ