ແຜ່ນດິນໄຫວຮຸນແຮງ ຢູ່ພາກໃຕ້ ຟິລິບປິນ ສົ່ງຜົນກະທົບຕໍ່ປະຊາຊົນ 1.380.000 ຄົນ

ວິທະຍຸໂທລະພາບສູນກາງຈີນ, ຄະນະກຳມະການຄຸ້ມຄອງ ແລະ ຫລຸດຜ່ອນຄວາມສ່ຽງ ຈາກໄພພິບັດແຫ່ງຊາດຟິລິບປິນປະກາດບົດລາຍງານວ່າ: ແຜ່ນດິນໄຫວຮຸນແຮງທີ່ເກີດຂຶ້ນຢູ່ພາກໃຕ້ຂອງຟິລິບປິນໃນວັນທີ 8 ມິຖຸນານີ້ ໄດ້ສົ່ງຜົນກະທົບ ຕໍ່ປະຊາຊົນ 1.380.000 ຄົນ, ເຮືອນ 68.000 ຫລັງຖືກທຳລາຍ. ຄວາມເສຍຫາຍໃນດ້ານພື້ນຖານໂຄງລ່າງ ຫລາຍກວ່າ 1 ຕື້ເປໂຊ ແລະຄວາມເສຍຫາຍ ໃນດ້ານກະສິກຳ ຫລາຍກວ່າ 29.000.000 ເປໂຊ.
 ຂ່າວ: ສະໄຫວ ລາດປາກດີ