6 ເດືອນຕົ້ນປີ ອັດຕະປື ເກັບລາຍຮັບເຂົ້າງົບປະມານໄດ້ 1,000 ກວ່າຕື້ກີບ

ຕາມການລາຍງານໃນກອງປະຊຸມຄະນະກໍາມະການປົກຄອງແຂວງອັດຕະປືເປີດກວ້າງປະຈຳ 6 ເດືອນ ຕົ້ນປີ 2026 ໃນວັນທີ 22 ມິຖຸນາຜ່ານມາ, ທ່ານ ສຸລິວົງ ອະໄພວົງ ຮອງປະທານຄະນະກໍາມະການປົກຄອງແຂວງ ຫົວໜ້າພະແນກການເງິນແຂວງ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ ໄລຍະ 6 ເດືອນຕົ້ນປີ 2026 ຕົວເລກດ້ານລາຍຮັບຮອດວັນທີ 11 ມິຖຸນາ 2026 ປະຕິບັດໄດ້ 1,000 ກວ່າຕື້ກີບ ຫຼື ເທົ່າກັບ 56,89% ຂອງແຜນການປີ ກວມເອົາ 12,79% ຂອງ GDP.
 
ໃນນັ້ນ, ລາຍຮັບສູນກາງປະຕິບັດຢູ່ແຂວງ ປະຕິບັດໄດ້ 185 ກວ່າຕື້ກີບ ເທົ່າກັບ 62,77% ຂອງແຜນການປີ, ລາຍຮັບຂອງແຂວງ ປະຕິບັດໄດ້ 819 ກວ່າຕື້ກີບ ເທົ່າກັບ 55,71% ຂອງແຜນການປີ. ໃນນີ້, ລາຍຮັບສ່ວຍສາອາກອນ ປະຕິບັດໄດ້ 497 ກວ່າຕື້ກີບ ເທົ່າກັບ 62,60% ຂອງແຜນການປີ, ລາຍຮັບຊັບສິນແຫ່ງລັດ ປະຕິບັດໄດ້ 321 ກວ່າຕື້ກີບ ເທົ່າກັບ 47,62% ຂອງແຜນການປີ.
 
ໃນ 6 ເດືອນຜ່ານມາ, ແຂວງອັດຕະປື ໄດ້ສຸມໃສ່ຄຸ້ມຄອງລາຍຈ່າຍ ໃຫ້ຢູ່ໃນຂອບເພດານທີ່ສະພາຮັບຮອງ ແລະຖືກຕ້ອງຕາມກົດໝາຍກຳນົດຄາດຄະເນແຜນລາຍຈ່າຍໃນປີ 2026, ຊຶ່ງສາມາດໄດ້ປະຕິບັດລາຍຈ່າຍງົບປະມານ ລວມທັງໝົດ 341 ຕື້ກວ່າກີບ ຫຼື ເທົ່າກັບ 31,02% ຂອງແຜນການ, ໃນນີ້ ຕົ້ນຕໍແມ່ນຈ່າຍເງິນເດືອນ, ເງິນນະໂຍບາຍຕ່າງໆ ມີຈໍານວນ 207 ຕື້ກວ່າກີບ ເທົ່າກັບ 49,19% ທຽບໃສ່ແຜນປີ, ຈ່າຍເງິນນະໂຍບາຍ, ເງິນຊ່ວຍໜູນຕ່າງໆ ຈໍານວນ 24 ຕື້ກວ່າກີບ ເທົ່າກັບ 27,37% ທຽບໃສ່ແຜນການ, ຈ່າຍເງິນບໍລິຫານປົກກະຕິຈໍານວນ 13 ຕື້ກວ່າກີບ ເທົ່າກັບ 31,19% ທຽບໃສ່ແຜນການ, ຈ່າຍເງິນດັດສົມ, ສົ່ງເສີມ ເງິນບຳລຸງ 2 ຕື້ກວ່າກີບ, ຈ່າຍເງິນແຮທ້ອງຖິ່ນ ແລະ ອື່ນໆ ຈໍານວນ 35 ຕື້ກວ່າກີບ, ຈ່າຍເງິນ ຊື້ ແລະ ເຊົ່າຊັບສົມບັດ, ຈ່າຍເງິນລົງທຶນຂອງລັດ ແລະ ອື່ນໆ.
ຂ່າວ: ພອນປະເສີດ