ຈັບຕົວພໍ່ຄ້າ-ຂາຍໃບກະທ້ອມ-ນໍ້າຢາແກ້ໄອ 109 ກວດ ແລະຢາສູບໄຟຟ້າ

ປກສ ເມືອງໄຊເສດຖາ ແຂວງອັດຕະປື ລາຍງານວ່າ: ວັນທີ 25 ມິຖຸນາ 2026 ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ໄດ້ຮັບແຫລ່ງຂ່າວຈາກພົນລະເມືອງດີວ່າ: ມີກຸ່ມຄົນຈຳນວນໜຶ່ງຄ້າ-ຂາຍ ແລະ ຈຳໜ່າຍ. ສິ່ງເສບຕິດ ໃບກະທ້ອມ ຢູ່ບ້ານວັດຫລວງ ແລະ ບ້ານຫາດຊາຍຂາວ ເມືອງໄຊເສດຖາ ແຂວງອັດຕະປື. ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງຕິດຕາມກວດກາແຫລ່ງຂ່າວເຫັນວ່າມີມູນຈິງ.
ຕໍ່ມາຮອດ ເວລາ 8:30 ຂອງວັນດຽວກັນ, ທາງເຈົ້າໜ້າທີ່ຈຶ່ງໄດ້ເຂົ້າກັກຕົວ ທ້າວຊາຍພອນ ອາຍຸ 25 ປີ ອາຊີບຫວ່າງງານ, ບ້ານຢູ່ປະຈຸບັນບ້ານວັດຫລວງ ຄຸ້ມສີເຊົາ ເມືອງໄຊເສດຖາ, ພ້ອມຂອງກາງ ໃບກະທ້ອມ 2 ຂີດ ແລະ ນ້ຳຢາປະສົມຍີ່ຫຍໍ້ດາທິດຊີນ 10 ກວດ ແລະ ໄດ້ເຂົ້າກວດຄົ້ນ ເຮືອນຂອງ ນາງນ້ອຍຜູ້ເປັນແມ່ ທ້າວຊາຍພອນ ຢູ່ທີ່ບ້ານຫາດຊາຍຂາວ ຈຶ່ງພົບເຫັນເຄື່ອງຂອງກາງປະເພດໃບກະທ້ອມນ້ຳຫນັກ ເກືອບ 6 ກິໂລກຣາມ (5,8 ກິໂລກຣາມ), ນ້ຳຢາປະສົມຍີ່ຫຍໍ້ດາທິດຊີນ 109 ກວດ ແລະ ຢາສູບໄຟຟ້າ 4 ອັນ ທີ່ທ້າວຊາຍພອນ ຊຸກເຊື່ອງໄວ້ໃນເຮືອນ.
ຜ່ານການສືບສວນ-ສອບສວນ ຜູ້ກ່ຽວໄດ້ຮັບສາລະພາບວ່າ: ໃບກະທ້ອມ, ນ້ຳຢາປະສົມຍີ່ຫຍໍ້ດາທິດຊີນ ແລະ ຢາສູບໄຟຟ້າຈຳນວນດັ່ງກ່າວ ແມ່ນເປັນຂອງຜູ້ກ່ຽວແທ້. ຕົນເອງໄດ້ເຄື່ອນໄຫວຄ້າ-ຂາຍຈຳໜ່າຍໃບກະທ້ອມມາແຕ່ ປີ 2025, ໃບກະທ້ອມທີ່ຊື້ມາຂາຍແຕ່ລະຄັ້ງແມ່ນສັ່ງຊື້ທາງອອນລາຍມາແຕ່ຕ່າງແຂວງ.
ປັດຈຸບັນ, ເຈົ້າໜ້າທີ່ຕຳຫລວດ ປກສ ເມືອງໄຊເສດຖາ ໄດ້ມອບຜູ້ຖືກຫາໃຫ້ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອັດຕະປື ໄປດຳເນີນຄະດີ ຕາມລະບຽບກົດໝາຍ.