6 ເດືອນຕົ້ນປີ ເສດຖະກິດຂອງແຂວງວຽງຈັນ ຂະຫຍາຍຕົວ 3.4%

ສະຫາຍ ພູວົງ ບຸນຊູ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງວຽງຈັນໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານໃນໄລຍະ 6 ເດືອນຕົ້ນປີ ຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນສະໄໝສາມັນຄັ້ງທີ 4 ສະໄໝທີ VII ໃນຄັ້ງວັນທີ 29 ມິຖຸນາ 2026 ນີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະແຜນງົບປະມານ ປະຈຳປີ2026 ຂອງແຂວງ ໄດ້ຮັບຜົນກະທົບຈາກສະພາບຄວາມບໍ່ສະຫງົບໃນພາກພື້ນ ແລະ ສາກົນ ໂດຍສະເພາະການຂັດແຍ່ງທາງການຄ້າຂອງປະເທດມະຫາອໍານາດ ແລະ ສົງຄາມໃນຕາເວັນອອກກາງ. ປັດໄຈເຫຼົ່ານີ້ໄດ້ສົ່ງຜົນໃຫ້ລາຄານໍ້າມັນເຊື້ອໄຟ, ລາຄາສິນຄ້າ ແລະ ວັດສະດຸການຜະລິດຖີບຕົວສູງຂຶ້ນ, ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ຄ່າຄອງຊີບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.
ຕໍ່ກັບສະພາບການດັ່ງກ່າວ, ອົງການປົກຄອງແຂວງ ໄດ້ສຸມໃສ່ນຳພາ-ຊີ້ນຳບັນດາພະແນກການ, ອົງການຈັດຕັ້ງພັກ-ລັດ ແລະ ເມືອງໃຫ້ຕັ້ງໜ້າຈັດຕັ້ງປະຕິບັດບັນດາຄາດໝາຍ ແລະ ວຽກງານຈຸດສຸມຢ່າງໃກ້ຊິດ, ເຊິ່ງຜົນສຳເລັດໃນໄລຍະ 6 ເດືອນຕົ້ນປີເສດຖະກິດຂອງແຂວງຂະຫຍາຍຕົວ 3.4%, ເທົ່າກັບ 58.62% ຂອງແຜນການ (ແຜນ 5.8%), ຄິດເປັນມູນຄ່າລາຄາໃນປີ 12,430 ຕື້ກີບ, ເທົ່າກັບ 69% ຂອງແຜນການ, ສະເລ່ຍຕໍ່ຫົວຄົນໄດ້1,154 ໂດລາ, ໃນນີ້: ຂະແໜງກະສິກຳ ຂະຫຍາຍຕົວ 3.2%, ກວມເອົາ 33.88%, ຂະແໜງອຸດສາຫະກຳ ຂະຫຍາຍຕົວ 2.8%, ກວມເອົາ 26.93%, ຂະແໜງບໍລິການຂະຫຍາຍຕົວ 3.8%, ກວມເອົາ 33.76% ແລະ ພາສີ-ອາກອນ ຂະຫຍາຍຕົວ 2.3%, ກວມເອົາ 5.44% ຂອງ GDP.
ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານປະຈຳປີ 2026 ບັນລຸຕາມຄາດໝາຍ, ຄະນະກຳມະການປົກຄອງແຂວງ ຍັງໄດ້ວາງທິດທາງແຜນການໃນໄລຍະ ໃນ 6 ເດືອນທ້າຍປີ 2026, ຄາດຄະເນສະພາບເສດຖະກິດພາຍໃນຈະມີທ່າອ່ຽງຟື້ນຕົວດີຂຶ້ນ ແລະ ມີການຂະຫຍາຍຕົວໃນຈັງຫວະທີ່ໄວຂຶ້ນກວ່າປີຜ່ານມາ ໂດຍໄດ້ຮັບປັດໄຈໜູນຈາກສະພາບການສາກົນທີ່ເລີ່ມຜ່ອນຄາຍ. ແຂວງວຽງຈັນ ໄດ້ວາງເປົ້າໝາຍການຂະຫຍາຍຕົວທາງເສດຖະກິດໃຫ້ໄດ້ 5.8%, ມູນຄ່າ GDP ໝົດປີໃຫ້ບັນລຸ 18,029 ຕື້ກີບ ແລະ ລາຍຮັບສະເລ່ຍຕໍ່ຫົວຄົນໃຫ້ໄດ້ 1,708 ໂດລາສະຫະລັດ. ນອກຈາກນີ້ບັນດາພະແນກການ ແລະ ເມືອງ ຈົ່ງໄດ້ພ້ອມກັນສຸມໃສ່ບັນດາມາດຕະການ, ເພີ່ມທະວີຄວາມຮັບຜິດຊອບໃນການນຳພາ-ຊີ້ນຳວຽກງານຂອງຕົນໃຫ້ແຂງແຮງກວ່າເກົ່າ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດແຜນການປະຈຳປີບັນລຸຜົນສຳເລັດຕາມຄາດໝາຍ.