ເຮືອບິນຝຶກຊ້ອມໂດດຈ້ອງຢູ່ຝຣັ່ງ ຕົກເຮັດໃຫ້ຜູ້ໂດຍສານເສຍຊີວິດທັງໝົດ

ຕາມຂ່າວຈາກນະຄອນຫລວງ ປາຣີຂອງຝຣັ່ງ, ວັນທີ 29 ມິຖຸນານີ້, ເຮືອບິນຂະໜາດນ້ອຍ ລຳໜຶ່ງຂອງ ໂຮງຮຽນສອນໂດດຈ້ອງ ໄດ້ຕົກຢູ່ ເມືອງຕົງເບລນ (Tonblène) ທາງພາກຕາເວັນອອກສຽງເໜືອ ຂອງປະເທດຝຣັ່ງເຮັດໃຫ້ມີຜູ້ເສຍຊີວິດ ທັງໝົດ 11 ຄົນ ປະກອບດ້ວຍ ນັກບິນ 1 ຄົນ, ນັກຮຽນໂດດຈ້ອງ 5 ຄົນ, ແລະຄູສອນອີກ 5 ຄົນ. ກະຊວງພາຍໃນຂອງຝຣັ່ງ ເປີດເຜີຍວ່າ: ເຈົ້າໜ້າທີ່ອາວຸໂສພວມເດີນທາງໄປຍັງສະຖານທີ່ເກີດເຫດເພື່ອຕິດຕາມ ສະຖານະການ ແລະປະສານງານການສືບສວນຫາສາເຫດຂອງເຫດການດັ່ງກ່າວ.
 ຂ່າວ: ສະໄຫວ ລາດປາກດີ