ຫົວພັນ ສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານເຊົ່າ-ສຳປະທານທີ່ດິນຂອງລັດ

ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ແຂວງຫົວພັນ ຈັດກອງປະຊຸມຕີລາຄາການຈັດຕັ້ງປະຕິບັດວຽກງານເຊົ່າ-ສຳປະທານທີ່ດິນຂອງລັດ ຂຶ້ນໃນວັນທີ 26 ມິຖຸນາ 2026, ໂດຍການເປັນປະທານຂອງ ທ່ານ ພຸດພັນ ແກ້ວວົງໄຊ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຫົວພັນ, ມີບັນດາການນຳແຂວງ, ພະແນກການກ່ຽວຂ້ອງ, ສະພາປະຊາຊົນແຂວງ ພ້ອມດ້ວຍຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນກິດຈະການເຊົ່າ ແລະ ສຳປະທານທີ່ດິນລັດ ຢູ່ແຂວງຫົວພັນ ເຂົ້າຮ່ວມ.
 
ໃນກອງປະຊຸມ, ທ່ານ ແກ້ວປະສິດ ນຶກມະນິວົງ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງຫົວພັນ ໄດ້ລາຍງານວ່າ: ພາຍໃນແຂວງຫົວພັນ ມີຫົວໜ່ວຍໂຄງການລົງທຶນເຊົ່າ ແລະ ສໍາປະທານທີ່ດິນຂອງລັດ ມີ 376 ໂຄງການ ໃນນັ້ນ, ຂັ້ນສູນກາງອະນຸຍາດ 72 ໂຄງການ ລົງທຶນໃສ່ຂະແໜງບໍ່ແຮ່ 66 ໂຄງການ ແລະ ຂະແໜງພະລັງງານໄຟຟ້າ 6 ໂຄງການ; ຂັ້ນແຂວງອະນຸຍາດ 208 ໂຄງການ ລົງທຶນໃສ່ຂະແໜງບໍລິການ 29 ໂຄງການ, ຂະແໜງອຸດສາຫະກໍາການຄ້າ ມີ 25 ໂຄງການ, ຂະແໜງບໍ່ແຮ່ ມີ 100 ໂຄງການ, ຂະແໜງໂຍທາ ມີ 4 ໂຄງການ, ຂະແໜງກະສິກໍາ ມີ 25 ໂຄງການ, ຂະແໜງທ່ອງທ່ຽວ ມີ 10 ໂຄງການ ແລະ ຂະແໜງພະລັງງານໄຟຟ້າ ມີ 15 ໂຄງການ; ຂັ້ນເມືອງອະນຸຍາດ ມີ 96 ໂຄງການ ສໍາລັບກິດຈະການຂັ້ນເມືອງອະນຸຍາດ ສ່ວນຫລາຍເປັນກິດຈະການ ທີ່ມີລັກສະນະການຄ້າ, ການບໍລິການ, ກິດຈະການປະເພດດູດແຮ່-ຊາຍ ແລະ ຄົບຫີນກໍ່ສ້າງ.
 
ຕາມການກວດກາສະຫລຸບສັງລວມ, ມາຮອດປັດຈຸບັນ ເຫັນວ່າມີຫລາຍຫົວໜ່ວຍກິດຈະການລົງທຶນເຊົ່າ-ສຳປະທານທີ່ດິນຕາມຂະແໜງການຄື: ຂະແໜງບໍລິການ, ຂະແໜງອຸດສາຫະກໍາ, ຂະແໜງບໍ່ແຮ່, ຂະແໜງພະລັງງານໄຟຟ້າ, ຂະແໜງທ່ອງທ່ຽວ ແລະ ຂະແໜງກະສິກໍາ-ປ່າໄມ້ ແຕ່ການຈັດຕັ້ງປະຕິບັດຂອງບັນດາໂຄງການດັ່ງກ່າວ ມີຫລາຍໂຄງການມີການເຄື່ອນໄຫວຈັດຕັ້ງປະຕິບັດປົກກະຕິ ແລະ ກໍຍັງມີບາງໂຄງການ ເຫັນວ່າບໍ່ມີຄວາມຄືບໜ້າ, ບໍ່ມີການເຄື່ອນໄຫວ, ເປັນການຈັບຈອງເນື້ອທີ່ໄວ້ ຫລື ພຽງແຕ່ແລ່ນເອກະສານໄວ້ເພື່ອຂາຍຕໍ່ໃຫ້ບຸກຄົນອື່ນ, ການຂຸດຄົ້ນແຮ່ທາດບາງໂຄງການບໍ່ປະຕິບັດຕາມຂັ້ນຕອນ ຕາມບົດວິພາກເສດຖະກິດ-ເຕັກນິກ ຊຶ່ງໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ.
 
ທ່ານ ແກ້ວປະສິດ ນຶກມະນິວົງ ໃຫ້ຮູ້ຕື່ມວ່າ: ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານເຊົ່າ-ສຳປະທານທີ່ດິນຂອງລັດ ມາຈາກການອະນຸຍາດໂຄງການລົງທຶນບາງໂຄງການ ມີລັກຊະນະຮີບດ່ວນ ຂ້າມຜ່ານຂັ້ນຕອນວິຊາການ, ການຈັດຕັ້ງປະຕິບັດບໍ່ທັນສອດຄ່ອງກັບນິຕິກໍາ, ລະບຽບກົດໝາຍ, ຂອດການປະສານງານເຮັດວຽກຂອງຂະແໜງການຍັງບໍ່ກົມກຽວ ມີລັກສະນະເຮັດຕາມຂະແໜງການຕົນເອງ ໂດຍບໍ່ປະສານງານໃນການຈັດຕັ້ງປະຕິບັດ, ການຮ່ວມມືດ້ານວິຊາການບາງໂຄງການ ບໍ່ສະໜອງດ້ານງົບປະມານ ເຮັດໃຫ້ບໍ່ສາມາດລົງຈັດຕັ້ງປະຕິບັດວຽກງານຢູ່ພາກສະໜາມໄດ້ ເປັນຕົ້ນ ຂັ້ນຕອນປະກອບເອກະສານ ອອກໃບຕາດິນ, ຫລາຍໂຄງການເຊັນສັນຍາໄປແລ້ວບໍ່ລົງມືຈັດຕັ້ງປະຕິບັດ, ໂຄງການບໍ່ມີສໍານັກງານ, ບໍ່ມີຕົວຕົນ, ບໍ່ຮັບຮູ້ວ່າຜູ້ລົງທຶນຢູ່ບ່ອນໃດ. ພ້ອມນີ້, ຍັງໄດ້ສະເໜີໃຫ້ພາກສ່ວນກ່ຽວຂ້ອງ ແຕ່ງຕັ້ງຄະນະຄຸ້ມຄອງ, ໜ່ວຍງານວິຊາການ ໃນນາມເປັນກອງເລຂາຄືເມື່ອກ່ອນ ເພື່ອຄົ້ນຄວ້າວິໄຈລະອຽດຄົບຖ້ວນ ສອດຄ່ອງຕາມລະບຽບກົດໝາຍແລ້ວ ຫລື ບໍ່ ກ່ອນສະເໜີແຂວງອະນຸຍາດສັນຍາການລົງທຶນ; ການຄັດເລືອກຜູ້ລົງທຶນ ບໍ່ຄວນຮີບດ່ວນເກີນໄປ, ການອະນຸຍາດສຶກສາສໍາຫລວດເບື້ອງຕົ້ນ ແລະ ຂັ້ນຕອນການປະກອບເອກະສານ ບັນດາໂຄງການຕ່າງໆທີ່ສະເໜີມາ ຄວນກໍານົດເວລາ 3 ເດືອນ, 6 ເດືອນ ຫລື 1 ປີ ແລະ ບໍ່ໃຫ້ບໍລິສັດອື່ນເຂົ້າສຶກສາເພີ່ມເຕີມ ເພື່ອຫລີກລ້ຽງການທັບຊ້ອນ ແລະ ມີບັນຫາຕາມມາ ກໍລະນີຫາກບໍ່ມີການສືບຕໍ່ເຄື່ອນໄຫວຕາມກໍານົດເວລາດັ່ງກ່າວ ຈຶ່ງເຫັນດີໃຫ້ບໍລິສັດອື່ນເຂົ້າສຶກສາຕໍ່. ສໍາລັບກ່ອນການອະນຸຍາດເຊັນສັນຍາການລົງທຶນ, ສັນຍາເຊົ່າ-ສໍາປະທານທີ່ດິນ ເປັນຕົ້ນໂຄງການຂຸດຄົ້ນແຮ່ທາດ ຄະນະຄຸ້ມຄອງການລົງທຶນຄວນພິຈາລະນາຄືນ ຂໍໃຫ້ເອກະພາບຕາມບົດລາຍງານ ຂະແໜງວິຊາການລົງກວດກາຕົວຈິງ ເພື່ອບໍ່ໃຫ້ເສຍໂອກາດການເກັບລາຍຮັບເພີ່ມຕື່ມ; ຕໍ່ກັບການຫັນປ່ຽນທີ່ດິນໂຄງການ ທີ່ນອນໃນ 3 ປະເພດປ່າ ຕາມມາດຕາສະພາປະຊາຊົນແຂວງ ບໍ່ມີສິດອອກມະຕິການຫັນປ່ຽນທີ່ດິນ ໃນໄລຍະຜ່ານມາ ມີຫລາຍໂຄງການທີ່ສະພາປະຊາຊົນແຂວງ ໄດ້ອອກມະຕິຫັນປ່ຽນທີ່ດິນປ່າໄມ້ໃນສາມປະເພດປ່າ ແລະ ທີ່ດິນບໍລິເວນນໍ້າຕາມທໍາມະຊາດ ເຫັນວ່າບໍ່ສອດຄ່ອງຕາມມາດຕາ 28 ຂອງກົດໝາຍທີ່ດິນສະບັບປັບປຸງ ສະນັ້ນ, ເພື່ອຮັບປະກັນການກວດສອບ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດ ຖ້າແຂວງຍັງສືບຕໍ່ ສະເໜີອອກນິຕິກໍາສະເພາະຕໍ່ກັບຂັ້ນຕອນການຫັນປ່ຽນທີ່ດິນປະເພດດັ່ງກ່າວເພີ່ມຕື່ມ; ກ່ອນການອະນຸຍາດເຊັນສັນຍາການລົງທຶນ, ສັນຍາເຊົ່າ-ສໍາປະທານທີ່ດິນ ເຫັນຄວນພິຈາລະນາ ແລະ ເປັນເອກະພາບຈາກຂະແໜງການກ່ຽວຂ້ອງ ຫາກເຫັນວ່າໂຄງການໃດບໍ່ທັນສໍາເລັດຂັ້ນຕອນການປະກອບເອກະສານ, ການແກ້ໄຂຜົນກະທົບ ທາງດ້ານສິ່ງແວດລ້ອມ-ສັງຄົມ ແລະ ບໍ່ປະຕິບັດພັນທະຕ່າງໆ ສະເໜີໃຫ້ລໍຖ້າການແກ້ໄຂພາຍຫລັງສໍາເລັດຈຶ່ງອະນຸມັດ. ພາກສ່ວນກ່ຽວຂ້ອງສົ່ງເອກະສານສັນຍາໂຄງການດັ່ງກ່າວ ໃຫ້ພະແນກກະສິກໍາ ແລະ ສິ່ງແວດລ້ອມ ເພື່ອສໍາເນົາ ແລະ ປ້ອນເຂົ້າຖານຂໍ້ມູນດິນລັດ ເພື່ອລວມສູນ ແລະ ສະດວກໃນການຕິດຕາມກວດກາ, ກວດສອບ ແລະ ເປັນເອກະພາບໃນການສົມທຽບຂໍ້ມູນນໍາຂະແໜງການກ່ຽວຂ້ອງໄດ້ປົກກະຕິ; ເພື່ອບໍ່ໃຫ້ເປັນການຈັບຈອງທີ່ດິນ ເຫັນຄວນສືບຕໍ່ລົງກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດຕາມສັນຍາການລົງທຶນ ຫາກເຫັນວ່າໂຄງການໃດບໍ່ມີການພັດທະນາ ຫລື ບໍ່ມີການເຄື່ອນໄຫວ; ບໍ່ມີປະສິດທິພາບ ປະສິດທິຜົນ ແລະ ບໍ່ປະຕິບັດພັນທະຕ່າງໆ ຕາມທີ່ໄດ້ລະບຸໄວ້ຢູ່ໃນສັນຍາການລົງທຶນ ສະເໜີພິຈາລະນາຈະຍົກເລີກ.
 
ໃນກອງປະຊຸມຄັ້ງນີ້, ຍັງໄດ້ຮັບຟັງການຊີ້ແຈງ ແລະ ແນະນຳຢ່າງກົງໄປກົງມາ, ຊັດເຈນໃນເຈດຈຳນົງ ຈາກຜູ້ຕາງໜ້າພາກສ່ວນກ່ຽວຂ້ອງຂອງພາກລັດ ກ່ຽວກັບຂັ້ນຕອນການຈັດຕັ້ງປະຕິບັດ ແລະ ທິດທາງແຜນການ ໃນການເຊົ່າ ແລະ ສຳປະທານທີ່ດິນຂອງລັດໃນຕໍ່ໜ້າ. ພ້ອມນັ້ນ, ຍັງໄດ້ຮັບຟັງການຊີ້ແຈງ ແລະ ຄຳສະເໜີຈາກບັນດາບໍລິສັດລົງທຶນຢູ່ແຂວງຫົວພັນຕື່ມອີກ.
 
ໃນໂອກາດນີ້, ທ່ານ ພຸດພັນ ແກ້ວວົງໄຊ ໄດ້ສະແດງຄວາມຊົມເຊີຍຕໍ່ພາກສ່ວນກ່ຽວຂ້ອງ ແລະ ບັນດາຫົວໜ່ວຍທຸລະກິດທີ່ມີຄວາມຕັດສິນໃຈສູງ ໃນການຈັດຕັ້ງປະຕິບັດວຽກງານການລົງທຶນ ຢູ່ແຂວງຫົວພັນໃນໄລຍະຜ່ານມາ ອັນເປັນການປະກອບສ່ວນພັດທະນາແຂວງຫົວພັນໃຫ້ມີທ່າກ້າວຂຶ້ນ. ຄຽງຄູ່ກັນນີ້, ທ່ານໄດ້ຮຽກຮ້ອງໃຫ້ທຸກພາກສ່ວນເອົາໃຈໃສ່ ໃນການຄຸ້ມຄອງນຳໃຊ້ທີ່ດິນຂອງລັດ ໂດຍສະເພາະ ການອອກໃບອະນຸຍາດນຳໃຊ້ທີ່ດິນ, ການເກັບລາຍຮັບເຂົ້າງົບປະມານຂອງລັດ, ພ້ອມທັງຍືນຍັນຈຸດຍືນຂອງແຂວງຫົວພັນພ້ອມແລ້ວ ຈະອຳນວຍຄວາມສະດວກ ໃຫ້ບັນດາບໍລິສັດເຂົ້າມາລົງທຶນຢູ່ຫົວພັນໃຫ້ຫລາຍຂຶ້ນ ຄວບຄູ່ກັບການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການສົ່ງເສີມລົງທຶນ ແລະ ກົດໝາຍອື່ນໆ ໃຫ້ເຂັ້ມງວດ, ເດັດຂາດກວ່າເກົ່າ ແລະ ໃຫ້ຄະນະຮັບຜິດຊອບຂັ້ນຕ່າງໆ ໃຫ້ຄວາມຮ່ວມມືກັບບໍລິສັດທີ່ພົບຄວາມຫຍຸ້ງຍາກ, ໃຫ້ຮີບຮ້ອນແກ້ໄຂຢ່າງຖືກຕ້ອງຍຸຕິທຳແກ່ທຸກຝ່າຍ.
 
ກອງປະຊຸມຄັ້ງນີ້, ເປັນຄັ້ງທຳອິດທີ່ແຂວງຫົວພັນ ໄດ້ຈັດກອງປະຊຸມລັກສະນະນີ້, ມັນໄດ້ສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມຂອງແຂວງ ໃນການສ້າງສະພາບແວດລ້ອມການລົງທຶນທີ່ດີ, ຄຽງຄູ່ກັບການເພີ່ມຄວາມເຂັ້ມງວດໃນການຄຸ້ມຄອງຊັບພະຍາກອນທີ່ດິນ ແລະ ລາຍຮັບງົບປະມານຂອງລັດ ໃຫ້ມີຄວາມດຸນດ່ຽງ ລະຫວ່າງການສົ່ງເສີມທຸລະກິດ ແລະ ການຄຸ້ມຄອງລະບຽບກົດໝາຍຢ່າງເຂັ້ມງວດ.
ຂ່າວ-ພາບ: ໄອແກ້