ອາດເກັບພາສີນຳເຂົ້າ 100% ກັບປະເທດທີ່ເກັບ ພາສີ ບໍລິການດີຈີຕອນ ຈາກບໍລິສັດສະຫະລັດ

ສຳນັກຂ່າວ ຊິນຮວາຂອງ ສປ ຈີນ, ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ປະກາດຜ່ານສື່ສັງຄົມອອນລາຍວ່າ: ຈະຮຽກເກັບພາສີນຳເຂົ້າ 100% ສຳລັບສິນຄ້າທຸກຊະນິດທີ່ສົ່ງເຂົ້າສະຫະລັດອາເມລິກາ ຈາກປະເທດໃດກໍ່ຕາມ ທີ່ເກັບພາສີບໍລິການດີຈິຕອນຈາກ ບໍລິສັດສັນຊາດ ສະຫະລັດ ອາເມລິກາ ໂດຍພາສີນຳເຂົ້າ ທີ່ຈະຮຽກເກັບນີ້ ຈະລົບລ້າງຂໍ້ຕົກ ລົງການຄ້າ ທີ່ມີ ຢູ່ແລ້ວ ກັບປະເທດເຫລົ່ານັ້ນ, ບໍ່ວ່າ ຈະໄດ້ລົງນາມຫລືບໍ່ໄດ້ລົງນາມກໍ່ຕາມ ແລະ ຖ້າປະເທດເຫລົ່ານັ້ນ ຍັງສືບຕໍ່ເຮັດ ເຊັ່ນນັ້ນ, ສ.ອາເມລິກາ ຈະເກັບພາສີ ທັນທີ.ທ່ານ ໂດນັນ ທຣຳ ກ່າວວ່າ: ຫລາຍປະ ເທດ ໃນເອີຣົບ ພວມປຶກສາຫາລືກ່ຽວກັບການເກັບພາສີການບໍລິການດີຈີຕອນໃຫ້ກັບບໍລິສັດ ສະຫະລັດ ອາເມລິກາ ໃນໄວໆນີ້. ສື່ມວນ ຊົນທ້ອງຖິ່ນຂອງສະຫະລັດ ອາເມລິກາ ລາຍງານວ່າ: ພາສີ ການບໍລິການດີຈີຕອນ ໂດຍທົ່ວໄປແລ້ວຈະໃຊ້ກັບບໍລິສັດເທັກໂນໂລຢີທີ່ໃຫຍ່ທີ່ສຸດ ແລະມີຊື່ສຽງ ທີ່ສຸດໃນໂລກ ເທົ່ານັ້ນ, ເຊັ່ນ Meta, Alphabet, ແລະAmazon, ເຊິ່ງທັງໝົດແມ່ນບໍລິສັດຂອງ ສະຫະລັດ ອາເມລິກາ.
ຂ່າວ: ສະໄຫວ ລາດປາກດີ